ຫນູນຊ່ວຍດ້ານທຶນຮອນໃຫ້ແກ່ບັນດາຮູບແບບຫາເງິນລ້ຽງຊີບໃຫມ່ຂອງປະຊາຊົນຢູ່ແຂວງ ລາຍເຈົາ

Khac Kien - Ngoc Anh
Chia sẻ

(VOVWORLD) -ຈາກແຫຼ່ງເງິນກູ້ຢືມໂດຍສະມາຄົມຊາວກະສິກອນແມ່ນຫົວນ່ວຍໄດ້ຮັບສິດມອບຫມາຍ ແລະ ທຶນຈາກກອງທຶນໜູນຊ່ວຍຊາວກະສິກອນ, ສະນັ້ນ ຫຼາຍຄອບຄົວຊາວກະສິກອນຢູ່ເຂດພູດອຍແຂວງລາຍເຈົາ ໄດ້ມີເງື່ອນໄຂພັດທະນາເສດຖະກິດຄອບຄົວ. ນັບແຕ່ນັ້ນມາ, ໄດ້ປະກົດມີຫລາຍຕົວແບບເສດຖະກິດໃໝ່ ຊ່ວຍພໍ່ແມ່ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ປັບປຸງ ແລະ ເຮັດໃຫ້ຊີວິດການເປັນຢູ່ມີຄວາມເປັນປົກກະຕິ.

ຫນູນຊ່ວຍດ້ານທຶນຮອນໃຫ້ແກ່ບັນດາຮູບແບບຫາເງິນລ້ຽງຊີບໃຫມ່ຂອງປະຊາຊົນຢູ່ແຂວງ ລາຍເຈົາ - ảnh 1ຮູບແບບລ້ຽງກວາງພັນທຳອິດຢູ່ ຕາແສງ ເຂດຊາຍແດນ ຢາວຊານ ເມືອງຟອງໂຖ ພວມເສີມຂະຫຍາຍຢ່າງມີປະສິດທິຜົນ. ພາບ: VOV

ຄອບຄົວຂອງອ້າຍ ຫລີອາຝື ຢູ່ບ້ານ ເຫີບ I, ຕາແສງ ຢາວຊານ, ເມືອງ ຟອງໂຖ, ຍ້ອນມີລູກຫຼາຍຄົນ ແລະ ຂາດແຫຼ່ງທຶນທຳມາຫາກິນ, ກ່ອນນີ້ແມ່ນຄອບຄົວທຸກຍາກ. ປີ 2000, ຄອບຄົວຂອງລາວໄດ້ກູ້ຢືມເງິນຈາກທະນາຄານນະໂຍບາຍສັງຄົມເພື່ອລ້ຽງ ກວາງພັນ. ດ້ວຍເງິນກູ້ 100 ລ້ານດົ່ງ (4.240 USD), ບວກກັບທຶນຂອງຕົນໜ້ອຍໜຶ່ງ, ຄອບຄົວຂອງລາວຊື້ກວາງພັນໄດ້ 10 ໂຕ, ກາຍເປັນຄອບຄົວທຳອິດຂອງໝູ່ບ້ານທີ່ີໄດ້ລ້ຽງກວາງ. ຫຼັງຈາກການດູແລເປັນເວລາເກືອບ 3 ປີ, ກວາງແມ່ພັນໄດ້ເກີດລູກກວາງ 5 ໂຕ, ເພີ່ມຈຳນວນຝູງກວາງເປັນ 15 ໂຕ. ຜົນສຳເລັດເບື້ອງຕົ້ນນີ້ແມ່ນເປັນແຮງຈູງໃຈໃຫ້ຄອບຄົວຂອງລາວສືບຕໍ່ມານະພະຍາຍາມດູແລ ກວາງ, ລ້ຽງກວາງຜູ້ເອົາເຂົາ ເພື່ອຂາຍ, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີ. ອ້າຍ ຝື ແບ່ງປັນວ່າ:

ເພື່ອພັດທະນາຮູບແບບການລ້ຽງກວາງ, ສະມາຄົມຊາວກະສິກອນໄດ້ຊ່ວຍສະມາຊິກເຮັດປຶ້ມກູ້ຢືມເງິນຈາກທະນາຄານນະໂຍບາຍສັງຄົມ. ເພື່ອເພີ່ມເງິນລົງທຶນ, ເມື່ອບໍ່ດົນມານີ້ ຄອບຄົວຂອງຂ້າພະເຈົ້າໄດ້ກູ້ຢືມທຶນເພີ່ມເຕີມ 100 ລ້ານດົ່ງຈາກທະນາຄານນະໂຍບາຍເພື່ອພັດທະນາຝູງກວາງຂອງຄອບຄົວ.

ປີກາຍນີ້, ຄອບຄົວຂອງທ່ານ ຢາງອາໄຈ ຢູ່ໝູ່ບ້ານ ແທ່ນປາ, ຕາແສງ ຕາແລ່ງ, ເມືອງ ຕາມເດື່ອງ ກໍ່ໄດ້ຮັບເງິນກູ້ຢືມຈາກກອງທຶນໜູນຊ່ວຍຊາວກະສິກອນ. ດ້ວຍທຶນເບື້ອງຕົ້ນແມ່ນ 50 ລ້ານດົ່ງ (ປະມານ 2.100 USD), ຄອບຄົວຂອງອ້າຍໄດ້ລົງທຶນສ້ອມແປງຄອກ ແລະ ຊື້ມ້າພັນມາລ້ຽງ. ຍ້ອນມີການດູແລ ແລະ ການສັກຢາປ້ອງກັນພະຍາດເປັນປະຈຳຕາມໄລຍະທີ່ກຳນົດ, ການລ້ຽງມ້າພັນໄດ້ຮັບຜົນດີສົມຄວນ:

"ປີກາຍນີ້, ຄອບຄົວຂອງຂ້າພະເຈົ້າໄດ້ກູ້ຢືມເງິນ 50 ລ້ານດົ່ງຈາກກອງທຶນສົ່ງເສີມກະສິກຳເພື່ອຊື້ມ້າມາລ້ຽງເພື່ອໃຫ້ມັນແຜ່ພັນ. ຈາກແມ່ມ້າ, ມາຮອດປັດຈຸບັນ, ໄດ້ເພີ່ມມ້າລູກອີກ 1 ໂຕ. ຂ້າພະເຈົ້າຈະສືບຕໍ່ເບິ່ງແຍງດູແລໃຫ້ມ້າແຜ່ພັນ,  ພັດທະນາເສດຖະກິດຄອບຄົວ.”

ໂດຍແມ່ນສະມາຄົມທີ່ໄດ້ຮັບສິດໃຫ້ກູ້ຢືມທຶນຈາກທະນາຄານນະໂຍບາຍສັງຄົມເພື່ອຫນູນຊ່ວຍຊາວກະສິກອນໃນການກູ້ຢືມທຶນ, ກໍ່ຄືສ້າງເງື່ອນໄຂໃຫ້ຊາວກະສິກອນກູ້ຢືມທຶນຈາກກອງທຶນ, ສະມາຄົມຊາວກະສິກອນທຸກຂັ້ນຢູ່ ແຂວງລາຍເຈົາ ໄດ້ເສີມຂະຫຍາຍບົດບາດຂອງຕົນເປັນຢ່າງດີ. ພາຍຫຼັງໃຫ້ຊາວກະສິກອນກູ້ຢືມແລ້ວ, ສະມາຄົມຊາວກະສິກອນຢູ່ຂັ້ນຮາກຖານຍັງຈັດສົ່ງ ພະນັກງານລົງແນະນຳໃຫ້ພໍ່ແມ່ປະຊາຊົນກ່ຽວກັບເຕັກນິກການບົວລະບັດແນວພັນປູກ.

ຫນູນຊ່ວຍດ້ານທຶນຮອນໃຫ້ແກ່ບັນດາຮູບແບບຫາເງິນລ້ຽງຊີບໃຫມ່ຂອງປະຊາຊົນຢູ່ແຂວງ ລາຍເຈົາ - ảnh 2ຈາກຮູບແບບລ້ຽງກວາງ, ຄອບຄົວອ້າຍ ຫລີອາຝື ຢູ່ ຕາແສງ ຢາວຊານ ໄດ້ກາຍເປັນຄອບຄົວມີເສດຖະກິດດີສົມຄວນຢູ່ ທ້ອງຖິ່ນ. ພາບ:VOV

ທ່ານ ຟານອາເອມ, ປະທານ ສະມາຄົມຊາວກະສິກອນ ຕາແສງ ຕາແລ່ງ ເມືອງ ຕາມເດື່ອງ ໃຫ້ຮູ້ວ່າ: ຕາແສງມີ 9 ສາຂາສະມາຄົມ, ດ້ວຍສະມາຊິກ 700 ກວ່າຄົນ. ປີກາຍນີ້, ດ້ວຍຈຳນວນເງິນ 1 ຕື້ດົ່ງ (42.500 USD) ຈາກທຶນໜູນຊ່ວຍຊາວກະສິກອນ, ທ້ອງຖິ່ນໄດ້ຈັດຕັ້ງໃຫ້ 20 ຄອບຄົວກູ້ຢືມທຶນເພື່ອປະຕິບັດບັນດາຮູບແບບລ້ຽງຄວາຍເອົາຊີ້ນ, ລ້ຽງມ້າພັນ. ປະສິດທິຜົນຂອງບັນດາຕົວແບບດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຊົນມີລາຍຮັບເພີ່ມ ແລະ ມີວຽກເຮັດງານທຳ, ຜ່ານນັ້ນ ກໍ່ຊຸກຍູ້ຂະບວນການຊາວກະສິກອນແຂ່ງຂັນທຳການຜະລິດ ແລະ ດຳເນີນທຸລະກິດເກັ່ງ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຫຼຸດຜ່ອນຄວາມທຸກຍາກ.

 “ປີກາຍນີ້, ໂດຍໄດ້ັບຄວາມເອົາໃຈໃສ່ຈາກສະມາຄົມຂັ້ນເທິງ, ສະມາຄົມຊາວກະສິກອນຕາແສງ ກໍ່ໄດ້ຮັບການເບີກຈ່າຍໃຫ້ 2 ໂຄງການ. ໂຄງການໜຶ່ງແມ່ນລ້ຽງຄວາຍເອົຊີ້ນ ແລະ ອີກໂຄງການໜຶ່ງແມ່ນລ້ຽງມ້າພັນ ແລະ ປະຈຸບັນ 2 ໂຄງການນີ້ພວມພັດທະນາໄດ້ດີຫຼາຍ.

ໃນເວລາພຽງ 2 ປີຜ່ານມາ, ຄອບຄົວທຸກຍາກນັບຮ້ອຍໆຄອບຄົວຢູ່ເຂດພູດອຍແຂວງ ລາຍເຈົາ ໄດ້ຮັບເງິນກູ້ຈາກກອງທຶນທີ່ໄດ້ຮັບສິດມອບໝາຍ ແລະ ກອງທຶນໜູນຊ່ວຍຊາວກະສິກອນທຸກຂັ້ນ ເພື່ອພັດທະນາເສດຖະກິດ. ຫຼາຍຮູບແບບຊາວກະສິກອນໄດ້ຮ່ວມສຳພັນ, ຮ່ວມມືເພື່ອພັດທະນາເສດຖະກິດ ກໍ່ຄ່ອຍໆໄດ້ຮັບການສ້າງຕັ້ງເທື່ອລະກ້າວ. ຈາກນັ້ນ, ກໍ່ຊ່ວຍພໍ່ແມ່ປະຊາຊົນເພີ່ມລາຍຮັບ ແລະ ບືນຕົວຂຶ້ນ ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.

ຕອບກັບ