ສັບຊ້ອນເພດເຂົ້າໃນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເຂດຊົນເຜົ່າສ່ວນໜ້ອຍ

Hai Phong – Bui Hang
Chia sẻ
(VOVWORLD) -ສະຫະພັນແມ່ຍິງຫວຽດນາມ, ໄດ້ມີບັນດາບາດກ້າວເດີນລະອຽດຂະນະທີ່ໄດ້ສະເໜີໃຫ້ມີການສັບຊ້ອນເພດເຂົ້າໃນທັງ 10 ໂຄງການຂອງໂຄງການເປົ້າໝາຍແຫ່ງຊາດ.

ສັບຊ້ອນເພດເຂົ້າໃນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເຂດຊົນເຜົ່າສ່ວນໜ້ອຍ - ảnh 1 ແມ່ຍິງຊາວຊົນເຜົ່າສ່ວນໜ້ອຍຈະສາມາດເສີມຂະຫຍາຍກຳລັງຄວາມສາມາດ, ທ່າແຮງຂອງຕົນ

(ພາບປະກອບອິນເຕີແນັດ)

ປະຈຸບັນ, ບັນດາໂຄງການຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ເຊິ່ງບັນດາກະຊວງ, ຂະແໜງການພວມດຳເນີນການກໍ່ສ້າງ. ດ້ວຍບົດບາດແມ່ນຫົວໜ່ວຍໜູນຊ່ວຍບັນດາບັນຫາກ່ຽວຂ້ອງເຖິງແມ່ຍິງ ແລະ ເດັກນ້ອຍໂດຍກົງ, ສະຫະພັນແມ່ຍິງຫວຽດນາມ, ໄດ້ມີບັນດາບາດກ້າວເດີນລະອຽດຂະນະທີ່ໄດ້ສະເໜີໃຫ້ມີການສັບຊ້ອນເພດເຂົ້າໃນທັງ 10 ໂຄງການຂອງໂຄງການເປົ້າໝາຍແຫ່ງຊາດ.

        ໃນໂຄງການເປົ້າໝາຍແຫ່ງຊາດພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ລັດຖະບານຫວຽດນາມ ໄດ້ສ້າງ 10 ໂຄງການຂະໜາດໃຫຍ່. ໃນນັ້ນ, ບັນດາຝ່າຍທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເປັນພິເສດເຖິງບັນຫາເພດຢູ່ເຂດຊົນເຜົ່າສ່ວນໜ້ອຍ. ສະຫະພັນແມ່ຍິງ ຫວຽດນາມ ໄດ້ສະເໜີໃຫ້ມີການສັບຊ້ອນເພດເຂົ້າໃນທັງ 10 ໂຄງການດັ່ງກ່າວ. ທ່ານນາງ ເຈືອງທິທູທຸ໋ຍ, ຫົວໜ້າຄະນະຊົນເຜົ່າ-ສາສະໜາ, ສະຫະພັນແມ່ຍິງຫວຽດນາມ ໃຫ້ຮູ້ວ່າ, ປະຈຸບັນ, ແມ່ຍິງ ໂດຍສະເພາະແມ່ນແມ່ຍິງຢູ່ເຂດຊົນເຜົ່າສ່ວນໜ້ອຍພວມຢືນຢູ່ຕໍ່ໜ້າຄວາມຫຍຸ້ງຍາກຫຼາຍຢ່າງ, ຊ້ຳບໍ່ໜຳຍັງທົນສູ້ກັບການຂາດຄວາມສະເໝີພາບໃນການດຳລົງຊີວິດ. ຍ້ອນເຫດນັ້ນ, ເພື່ອຍົກສູງບົດບາດຂອງແມ່ຍິງຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ ຕ້ອງໄດ້ດຳເນີນການສັບຊ້ອນເພດເຂົ້າໃນໂຄງການທັງໝົດເຫຼົ່ານັ້ນ.

        “ແມ່ຍິງຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດພູດອຍ ພວມຖືກກີດຂວາງຍ້ອນວ່າທັງແມ່ນເພດຍິງ, ທັງແມ່ນຊາວເຜົ່າສ່ວນໜ້ອຍ. ສ່ວນຫຼາຍເຂົາເຈົ້າດຳລົງຊີວິດຢູ່ເຂດປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ກາລະໂອກາດໄດ້ສຳຜັດກັບຂໍ້ມູນຂ່າວສານ, ສຳຜັດກັບກົດໝາຍ, ບ້ວງສິ້ນເຊື່ອ, ການສຶກສາຕ່າງໆ… ລ້ວນແຕ່ຖືກຈຳກັດ. ຍ້ອນເຫດນັ້ນ, ຕ້ອງປະຕິບັດການສັບຊ້ອນເພດ. ສ່ວນສະຫະພັນແມ່ຍິງ, ພວກຂ້າພະເຈົ້າໄດ້ຮັບໜ້າທີ່ເປັນປະທານ, ສ້າງ ແລະ ຜັນຂະຫຍາຍການປະຕິບັດໂຄງການທີ 8 ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ແກ້ໄຂບາງບັນຫາທີ່ຈຳເປັນກ່ຽວກັບແມ່ຍິງ ແລະ ເດັກນ້ອຍ”.

        ທ່ານນາງ ເຈືອງທິທູທຸ໋ຍ ກໍ່ຢືນຢັນວ່າ, ປະຈຸບັນ ການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍ, ການສັບຊ້ອນເພດຍັງແມ່ນວຽກງານເພື່ອໃຫ້ພະນັກງານໃນລະບົບການເມືອງມີຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບບົດບາດຂອງແມ່ຍິງ. ຜ່ານນັ້ນ, ແມ່ຍິງຊາວຊົນເຜົ່າສ່ວນໜ້ອຍຈະສາມາດເສີມຂະຫຍາຍກຳລັງຄວາມສາມາດ, ທ່າແຮງຂອງຕົນເອງໄດ້.

        “ຕ້ອງເສີມຂະຫຍາຍບົດບາດຂອງແມ່ຍິງໃຫ້ເໝາະສົມໃນວິວັດ ການພັດທະນາແບບຍືນຍົງຢູ່ເຂດພູດອຍ ເພື່ອໃຫ້ເອື້ອຍນ້ອງບໍ່ຕົກຢູ່ໃນທ່າຮັບ, ເອື້ອຍນ້ອງເປັນເຈົ້າການເຂົ້າຮ່ວມນັ້ນຈຶ່ງພັດທະນາແບບຍືນຍົງໄດ້. ຖ້າຫາກບໍ່ຮູ້ຈັກວິທີເສີມຂະຫຍາຍບັນດາຄຸນຄ່າທີ່ມີຢູ່ໃນທ້ອງຖິ່ນເດີມຂອງເຂົາເຈົ້ານັ້ນ, ກໍ່ຈະບໍ່ສາມາດເສີມຂະຫຍາຍກຳລັງແຮງຂອງແມ່ຍິງໄດ້”.

        ຕາມທ່ານ ຫງວຽນຕາມຢາງ, ນັກຊ່ຽວຊານພັດທະນາສັງຄົມຂອງທະນາຄານໂລກປະຈຳຫວຽດນາມ ແລ້ວ, ຖ້າຫາກແມ່ຍິງບໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວທາງດ້ານເສດຖະກິດ ນັ້ນຈະແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຂອງມວນມະນຸດ. ບັນດາແນວຄິດຕາຍຕົວກ່ຽວກັບເພດຈະບໍ່ຊ່ວຍໃຫ້ສັງຄົມກ້າວໜ້າກວ່າ, ຫາກແທນທີ່ນັ້ນແມ່ນບັນດາຄວາມເສຍຫາຍທາງດ້ານເສດຖະກິດ, ວັດທະນະທຳ ແລະ ມະນຸດຍາກທີ່ຈະທົດແທນໄດ້. ເພາະສະນັ້ນ, ຄວນເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງໃນກົງຈັກຄຸ້ມຄອງຂອງລັດ, ເພື່ອແນໃສ່ຜັນຂະຫຍາຍບັນດາໂຄງການສຸມໃສ່ແມ່ຍິງ ແລະ ເດັກນ້ອຍຢູ່ບັນດາກຸ່ມຊາວເຜົ່າສ່ວນໜ້ອຍ.

        “ຈາກແງ່ມູນເສດຖະກິດຂອງທະນາຄານໂລກ, ບັນຫາເພດ, ຢູ່ຫຼາຍແຫ່ງ, ຫຼາຍທ້ອງຖິ່ນຍັງຄົງຄ້າງບັນດາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍນັ້ນ ຈະພາໄປເຖິງການເສຍ ຫາຍແຫຼ່ງທຶນທາງດ້ານມະນຸດ ແລະ ເສຍຫາຍບັນດາການປະກອບສ່ວນທາງດ້ານເສດຖະກິດ.”

        ເລື່ອງສັບຊ້ອນເພດ ເຂົ້າໃນບັນດາໂຄງການ ເກືອບທັງໝົດ ທີ່ຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດພັດທະນາແບບຍືນຍົງເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ, ນັ້ນແມ່ນໜຶ່ງໃນບັນດາບັນຫາເຊິ່ງຜູ້ຕາງໜ້າກະຊວງ, ຂະແໜງການຕ່າງໆໄດ້ນຳມາປຶກສາຫາລື ຫຼາຍທີ່ສຸດ. ສະເພາະໂຄງການທີ 5 ກ່ຽວກັບການພັດທະນາການສຶກສາ, ຍົກສູງແຫຼ່ງກຳລັງຊັບພະຍາກອນມະນຸດແລ້ວ, ເລື່ອງສັບຊ້ອນເພດ ທີ່ສະຫະພັນແມ່ຍິງ ໄດ້ສະເໜີໜູນຊ່ວຍໃຫ້ແກ່ແມ່ຍິງໄດ້ໄປຮ່ຳໄປຮຽນ, ລວມທັງເງິນອຸດໜູນເມື່ອເອົາ ລູກໄປຮຽນນຳ. ພ້ອມກັນນັ້ນ, ຮັບປະກັນແຕ່ 40 – 50% ຜູ້ໄດ້ຮັບການບຳລຸງສ້າງແມ່ນເພດຍິງ. ຄຽງຂ້າງນັ້ນ, ໂຄງການທີ 6 ກ່ຽວກັບວັດທະນະທຳ, ສະຫະພັນແມ່ຍິງຫວຽດນາມ ກໍ່ປາດຖະໜາວ່າ ແມ່ຍິງຢູ່ເຂດຊົນເຜົ່າສ່ວຍໜ້ອຍຈະມີກາລະໂອກາດເພື່ອເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ຜ່ານບັນດາບົດຮຽນຂອງເຂົາເຈົ້າຈາກການຜະລິດ.

        ບັນຫາການສັບຊ້ອນເພດສາມາດ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ ກໍ່ຕໍ່ເມື່ອບັນດາກະຊວງ, ຂະແໜງການ, ພ້ອມກັບອົງການຈັດຕັ້ງມະຫາຊົນ ທັງໝົດມີຄວາມມານະພະຍາຍາມ, ໃນນັ້ນມີເພດຊາຍໄດ້ສວມບົດບາດສຳຄັນ.

ຕອບກັບ