ລາຍການ ປະຢັດໃສ່ ກະປຸກອອມສິນ ປະກອບສ່ວນນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ ແຂວງ ດັກລັກ ດີຂຶ້ນ

HXiu -LePhuong
Chia sẻ

(VOVWORLD) -ຕາແສງ Ea Drơng  (ເມືອງ Cư M’gar, ແຂວງ ດັກລັກ) ມີ  3.100 ກວ່າຄອບຄົວ, ດ້ວຍພົນລະເມືອງ 14.400 ຄົນ, ໃນນັ້ນ ຊາວເຜົ່າສ່ວນໜ້ອຍຢູ່ທ້ອງຖິ່ນກວມ 72%. ກ່ອນນີ້, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນສ່ວນຫລາຍແມ່ນອີງໃສ່ການຜະລິດກະສິກຳ, ດັ່ງນັ້ນ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ແຕ່ປີ 2017 ມາຮອດປະຈຸບັນ, ປະຊາຊົນຕາແສງ Ea Drơng ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນໄດ້ຮັບເບ້ຍໄມ້, ແນວພັນປູກ ຈາກຮູບແບບປະຢັດລ້ຽງໝູດິນ” ຫລືເອີ້ນວ່າ ກະປຸກອອມສິນ ທີ່ໄດ້ປະຕິບັດຢູ່ເມືອງ Cu M’gar. ຮູບແບບທີ່ມີປະສິດທິຜົນນີ້ພວມໄດ້ຮັບການແຜ່ຂະຫຍາຍຢ່າງກວ້າງຂວາງຢູ່ໝູ່ບ້ານ, ຕາແສງໃນເມືອງ, ສ້າງກຳລັງນູນຊຸກຍູ້ການດຳເນີນທຸລະກິດ ແລະ ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ນັບມື້ນັບດີຂຶ້ນ.

ຄອບຄົວຂອງອ້າຍ Y Hen Niê, ຢູ່ບ້ານ Yong B, ຕາແສງ Ea Drong, ເມືອງ Cu Mgar, ກ່ອນນີ້ປະສົບກັບຄວາມຫຍຸ້ງຍາກ, ຍ້ອນບໍ່ມີວຽກເຮັດງານທຳທີ່ໝັ້ນຄົງ, ລາຍຈ່າຍຕ່າງໆໃນການດຳລົງຊີວິດ ແລະ ການລ້ຽງລູກ 3 ຄົນໃຫ້ຮ່ຳຮຽນແມ່ນຕ້ອງອີງໃສ່ຄ່າແຮງງານເປັນຄົນຮັບຈ້າງ. ປີ 2017, ຄອບຄົວຂອງອ້າຍໄດ້ຮັບການໜູນຊ່ວຍຈາກເມືອງເພື່ອກໍ່ສ້າງເຮືອນມະຫາສາມັກຄີ, ແລະ 1 ປີຕໍ່ມາກໍ່ສືບຕໍ່ໄດ້ຮັບການຊ່ວຍເຫລືອຈາກຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຕາແສງ Ea Drong ດ້ວຍງົບປະມານ 6 ລ້ານດົ່ງ (255 USD) ຈາກກອງທຶນ “ລ້ຽງໝູດີນ” ເພື່ອຊື້ ງົວພັນ. ຫຼັງຈາກ 6 ປີ, ຄອບຄົວຂອງລາວໄດ້ມີງົວຕື່ມ 5 ໂຕ. ໃນທ້າຍປີກາຍນີ້, ຄອບຄົວຂອງລາວໄດ້ຮັບການລົບລ້າງຈາກບັນຊີລາຍຊື່ຄອບຄົວທຸກຍາກ, ຊີວິດການເປັນຢູ່ກໍ່ດີກວ່າເກົ່າ.

ໂດຍໄດ້ຮັບຄວາມເອົາໃຈໃສ່ຂອງລັດ, ໄດ້ຮັບແນວພັນສັດລ້ຽງຄື ໝູ, ງົວ ແລະ ການໜູນຊ່ວຍກໍ່ສ້າງເຮືອນຢູ່ນັ້ນ, ຄອບຄົວ, ຜົວເມຍ ແລະ ລູກໆກໍ່ດຸໝັ່ນທຳມາຫາກິນກວ່າ, ມານະພະຍາຍາມບືນຕົວຂຶ້ນ. ຜົວເມຍ້າພະເຈົ້າກໍ່ຕັ້ງຫນ້າປັບປຸງລາຍຮັບ, ເຮັດວຽກງານຢູ່ນອກເພີ່ມອີກເພື່ອພັດທະນາເສດຖະກິດ ແລະ ມີຊີວິດທີ່ດີກວ່າ.

ລາຍການ ປະຢັດໃສ່ ກະປຸກອອມສິນ ປະກອບສ່ວນນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ ແຂວງ ດັກລັກ ດີຂຶ້ນ - ảnh 1ຄອບຄົວອ້າຍ Y Hen Niê ຫລຸດພົ້ນອອກຈາກຄວາມທຸກຍາກຍ້ອນໄດ້ຮັບການຫນູນຊ່ວຍຈາກແນວໂຮມປະເທດຊາດ ຕາແສງ: ພາບ: VOV

     ກໍ່ເຊັ່ນດຽວກັນກັບຄອບຄົວອ້າຍ Y Hen Nie, ກ່ອນນີ້, ຜົວເມຍເອື້ອຍ H Blip Niê ຢູ່ໝູ່ບ້ານ Yong, ຕ້ອງເຮັດວຽກເປັນຄົນຮັບຈ້າງເພື່ອຫາເງິນລ້ຽງຊີບ ແລະ ລ້ຽງລູກຫຼານຮ່ຳຮຽນ. ທ້າຍປີ 2017, ຄອບຄົວຂອງເອື້ອຍໄດ້ຮັບການໜູນຊ່ວຍຈາກຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຕາແສງ Ea Drong ດ້ວຍຈຳນວນເງິນ 6 ລ້ານດົ່ງ (255 USD) ຈາກກອງທຶນ “ລ້ຽງໝູດິນ”. ຕັ້ງແຕ່ນັ້ນມາ, ເອື້ອຍໄດ້ຊື້ແບ້ແມ່ 3 ໂຕມາລ້ຽງ ແລະ ຂະແຫຍາຍເປັນຝູງແບ້ 9 ໂຕຄືປະຈຸບັນ.

ກ່ອນນີ້ ຄອບຄົວຂ້າພະເຈົ້າ ປະົບກັບຄວາມຍຸ້ງຍາກຫລາຍ. ແຕ່ພາຍຫຼັງໄດ້ຮັບການໜູນຊ່ວຍແນວພັນແບ້ຈາກລັດ ຂ້າພະເຈົ້າກໍ່ຕັ້ງໜ້າເບິ່ງແຍງແບ້ສືບພັນ, ຜ່ານນັ້ນ ຄວາມຫຍຸ້ງຍາກກໍ່ຄ່ອຍຫລຸດລົງ. ຍ້ອນການລ້ຽງແບ້, ຂ້າພະເຈົ້າມີທຶນຮອນສະສົມ, ແລ້ວກູ້ຢືມຕື່ມອີກເພື່ອຊື້ດິນປູກກາເຟ, ຄ່ອຍໆເປີດກວ້າງການຜະລິດເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ.

ອ້າຍ Y Hen Nie ແລະ ເອື້ອຍ H Blip Niê ເປັນພຽງ 2 ໃນຈຳນວນສິບໆຄອບຄົວທຸກຍາກຂອງຕາແສງ Ea Drong ທີ່ໄດ້ຮັບການໜູນຊ່ວຍດ້ານການເງິນເພື່ອຊື້ແນວພັນສັດລ້ຽງ ເພື່ອພັດທະນາການຜະລິດ. ນັບແຕ່ປີ 2017, ຕາແສງໄດ້ຜັນຂະຫຍາຍຮູບແບບ “ລ້ຽງໝູດິນ” ປະຢັດ. ອຳນາດການປົກຄອງ ໄດ້ປຸກລະດົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນປະຕິບັດການປະຢັດດ້ວຍຈຳນວນເງິນ 1.000 ດົ່ງຕໍ່ເດືອນ, ສະໝ່ຳສະເໜີໃນແຕ່ລະປີ ແລະ ສະຫຼຸບໃນວັນທີ 18 ພະຈິກຂອງແຕ່ລະປີ ຜ່ານຮູບແບບ “ວັນບຸນທຸບໝູດິນ”.

ຈຳນວນເງິນທີ່ເກັບມາໄດ້ຈາກງານບຸນແມ່ນໄດ້ມອບໃຫ້ບັນດາອົງການຈັດຕັ້ງມະຫາຊົນເພື່ອໜູນຊ່ວຍ ຊື້ເບ້ຍໄມ້ໃຫ້ຄອບຄົວທຸກຍາກ ແລະ ໃກ້ທຸກຍາກ, ສ້າງຊີວິດການເປັນຢູ່ເພື່ອໃຫ້ເຂົາທຳມາຫາກິນ ແລະ ບືນຕົວຂຶ້ນ. ຕາແສງ Ea Drơng ລະດົມທຶນລ້ຽງໝູດິນໄດ້ 952 ໂຕ ດ້ວຍຍອດຈຳນວນເງິນປະຢັດກວ່າ 444 ລ້ານດົ່ງ (ປະມານ 18.800 USD). ຜ່ານນັ້ນ, ມີ 44 ຄອບຄົວທຸກຍາກ ແລະ ໃກ້ທຸກຍາກ ທີ່ໄດ້ຮັບການໜູນຊ່ວຍເພື່ອປະຕິບັດຮູບແບບພັດທະນາການລ້ຽງສັດ ປູກຝັງ ໃນນັ້ນ, ມີ 8 ຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ລາຍການ ປະຢັດໃສ່ ກະປຸກອອມສິນ ປະກອບສ່ວນນຳຊີວິດການເປັນຢູ່ຂອງປະຊາຊົນຢູ່ ແຂວງ ດັກລັກ ດີຂຶ້ນ - ảnh 2 “ວັນບຸນທຸບໝູດິນ” ສະຫລຸບການປະຢັດເງິນໃສ່ກະປຸກອອມສິນ.ພາບ: VOV

ດ້ວຍປະສິດທິຜົນຈາກຕົວຈິງນຳມາໃຫ້, ຮູບແບບການປະຢັດລ້ຽງໝູດິນ ໄດ້ກາຍເປັນການເຄື່ອນໄຫວແຜ່ຂະຫຍາຍໃນທົ່ວເມືອງ Cu Mgar, ສ້າງເປັນແຫຼ່ງກຳລັງໜູນຕື່ມອີກເພື່ອຊ່ວຍຄອບຄົວທຸກຍາກ, ໃກ້ທຸກຍາກ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ. ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ. ທ່ານ Y Wem Hwing, ຮອງປະທານຄະນະກຳມະການປະຊາຊົນ ເມືອງ Cu Mgar ໃຫ້ຮູ້ວ່າ:

 “ພວກຂ້າພະເຈົ້າຖື ໜ້າທີ່ແຖວນ້າແມ່ນເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ພິເສດແມ່ນຄອບຄົວທຸກຍາກ, ຄອບຄົວນະໂຍບາຍ ແລະ ຄອບຄົວປະສົບກັບຄວາມຫຍຸ້ງຍາກ. ເມືອງຍັງປະຕິບັດວຽກງານໂຄສະນາເຜີຍແຜ່ແນວທາງຂອງພັກ ແລະ ແນວທາງນະໂຍບາຍຂອງລັດໃຫ້ແກ່ປະຊາຊົນເປັນຢ່າງດີ. ພ້ອມກັນນັ້ນ, ກໍ່ຊີ້ນຳ ແລະ ກຳນົດທິດທາງທັດສະນະ, ແນວທາງ, ໂດຍສະເພາະແມ່ນຜູ້ທີ່ມີການກະທຳຜິດ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ ແລະ ການກະທຳທີ່ຖືກຕ້ອງ ເພື່ອປະກອບສ່ວນເຂົ້າໃນການເປັນພົນລະເມືອງດີຂອງສັງຄົມ.

          ດ້ວຍວິທີການງ່າຍດາຍ, ແຕ່ລະຄອບຄົວພຽງປະຢັດເງິນແຕ່ 1.000 ດົ່ງຕໍ່ເດືອນເທົ່ານັ້ນ, ແຕ່ຜົນໄດ້ຮັບແມ່ນແຫຼ່ງກຳລັງຫລາຍສົມຄວນ ເພື່ອໜູນຊ່ວຍບັນດາໂຄງການຮັບປະກັນຊີວິດສັງຄົມທີ່ແທດຈິງ. ຮູບແບບລ້ຽງໝູດິນຢູ່ເມືອງ Cư Mgar ໄດ້ປະກອບສ່ວນນຳຊີວິດການເປັນຢູ່ຂອງຫຼາຍຄອບຄົວຢູ່ທ້ອງຖິ່ນດີຂຶ້ນ, ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າສ່ວນຫນ້ອຍທີ່ທຸກຍາກ, ໃກ້ທຸກຍາກ ແລະ ປະສົບກັບຄວາມຫຍຸ້ງຍາກ. ຍ້ອນແນວນັ້ນ, ປະຊາຊົນຍິ່ງມີຄວາມໄວ້ເນື້ອເຊື່ອໃຈຕໍ່ແນວທາງ, ນະໂຍບາຍຂອງພັກ, ສຸດຈິດສຸມໃຈທຳມາຫາກິນ, ບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ.

ຕອບກັບ