ພຶດຕິກຳຕົວຈິງໃນການພາຍເຮືອ SUP ຢູ່ໜອງໂຮ່ໄຕ

Chia sẻ
(VOVWORLD) -ໃນຊຸມມື້ທ້ອງຟ້າສົດໄສ, ຫຼາຍຄົນເຫັນວ່າ ຢູ່ໜອງ ໂຮ່ໄຕ, ມີຫຼາຍກຸ່ມຄົນໄດ້ເຂົ້າຮ່ວມການພາຍເຮືອດ້ວຍບັນດາເຮືອທີ່ແປກປະຫຼາດ. ເມື່ອຊອກຂໍ້ມູນຈຶ່ງຮູ້ວ່ານັ້ນແມ່ນການພາຍເຮືອ SUP, ເຊິ່ງແມ່ນປະເພດກິລາທີ່ເລີ່ມມາຈາກ Hawai, ປະເທດອາເມລິກາ.

ພຶດຕິກຳຕົວຈິງໃນການພາຍເຮືອ SUP ຢູ່ໜອງໂຮ່ໄຕ - ảnh 1 ພາຍເຮືອ SUP, ເຊິ່ງແມ່ນປະເພດກິລາທີ່ເລີ່ມມາຈາກ Hawai

(ພາບ: vietnamplus.vn)

ພາຍເຮືອ SUP ຄຳວ່າ SUP ແມ່ນຂຽນຫຍໍ້ຈາກພາສາອັງກິດ ທີ່ວ່າ “Stand up paddle boarding”, ແມ່ນຊື່ຂອງປະເພດກິລາເທິງໜ້ານ້ຳ ເລີ່ມມີມາຈາກໝູ່ເກາະ Hawaii, ເຊິ່ງໄດ້ຮັບຖືວ່າແມ່ນຕົ້ນກຳເນີດຂອງປະເພດກິລາເຫືຼອດໄປຕາມຄື້ນຟ້ອງທະເລທັນສະໄໝ. ເພື່ອຫຼີ້ນກິລາປະເພດນີ້, ຜູ້ສະໝັກຫຼີ້ນຕ້ອງໃຊ້ໄມ້ພາຍຍາວປະມານກວ່າ 2ມ, ໂດຍອີງຕາມຄວາມສູງຕົນຕົວ ເພື່ອພາຍແປ້ນຍາວຢູ່ເທິງໜ້ານ້ຳ, ແທນທີ່ພາຍເຮືອຄື kayak, canoing.  ປະຈຸບັນ, ຢູ່ຮ່າໂນ້ຍ, ມີຫຼາຍຄົນໄດ້ເຂົ້າຮ່ວມກິລາປະເພດນີ້ຢູ່ໜອງໂຮ່ໄຕ. ອ້າຍ ເຈິ່ນຈູງກຽນ, ຜູ້ຮັບຜິດຊອບສະໂມສອນ Umove SUP, ໃຫ້ຮູ້ວ່າ.

        “ກິລາປະເພດນີ້ໄດ້ຮູ້ຈັກດ້ວຍຄຳຂວັນທີ່ວ່າ “ຄວາມເສລີຢູ່ເທິງໜ້ານ້ຳ”. ມັນໄດ້ສ້າງໃຫ້ຜູ້ຫຼີ້ນຮູ້ສຶກວ່າ ມີຄວາມເສລີຄືດັ່ງພວມຍ່າງຢູ່ເທິງໜ້ານ້ຳ, ຍ່າງເທິງໜ້ານ້ຳເພື່ອພາຍເຮືອ”.

        ເຮືອ SUP ໄດ້ເຮັດດ້ວຍຢາງມີຄວາມຍາວແຕ່ 3,5 – 4 ມ ແລະ ເບົາ, ຜູ້ຫຼີ້ນສາມາດພັບເຂົ້າຄືດັ່ງຖົງເປ້, ມີຄວາມສະດວກເມື່ອເອົາໄປນຳ. ແປ້ນ ຫຼື ເຮືອ SUP ແມ່ນໄດ້ເຮັດຈາກໄມ້, ຢາງພຣາດສະຕິກ ຫຼື ຢາງສູບລົມ. ໃນນັ້ນຫຼາຍສຸດແມ່ນຊະນິດສູບລົມ ຍ້ອນມັນມີຄວາມສະດວກ, ສາມາດພັບໄດ້ ແລະ ສາມາດຖືໄປນຳຢູ່ທົ່ວທຸກແຫ່ງ.

        ເມື່ອພາຍເຮືອ SUP ຜູ້ຫຼີ້ນສາດມາດຢືນ, ນັ່ງໂດຍຕາມໃຈມັກບໍ່ວ່າໃນທ່າໃດ ແລະ ເຄື່ອນໄຫວໄດ້ຢ່າງເສລີ, ມັນມີຄວາມງ່າຍກວ່າເມື່ອທຽບໃສ່ບັນດາການພາຍເຮືອປະເພດອື່ນ. ມີເຫດຜົນໜຶ່ງອີກທີ່ເຮັດໃຫ້ຫຼາຍຄົນເຂົ້າຮ່ວມການພາຍເຮືອນີ້, ນັ້ນແມ່ນພາຍເຮືອ SUP ແມ່ນງ່າຍດາຍທີ່ສຸດ, ເພື່ອກຳແໜ້ນໄດ້ວິທີພາຍເຮືອໂດຍພື້ນຖານ ແລະ ບັນຊາທິດໄປແມ່ນເສຍເວລາພຽງແຕ່ 10 – 15 ນາທີເທົ່ານັ້ນ.

        ເຖິງວ່າຜູ້ພາຍເຮືອນີ້ລອຍນ້ຳບໍ່ເປັນກໍ່ສາມາດຫຼີ້ນໄດ້, ຍ້ອນວ່າ ແປ້ນ SUP ມີຄວາມດຸ່ນດ່ຽງ. ເມື່ອຊອກຮູ້ ແລະ ຝຶກແອບຫຼາຍຂຶ້ນຜູ້ພາຍເຮືອຈະມີເຕັກນິກທີ່ຍາກກວ່າ ແລະ ມີບັນດາວິທີພາຍເຮືອທີ່ມ່ວນກວ່າ. ເອື້ອຍ ຮ່ວາງທິບິ໊ກຮ່າ, ມາຈາກນະຄອນໂຮ່ຈີມິນ, ແບ່ງປັນວ່າ.

        “ໃນກິລາທຸກປະເພດທັງຍິງ ແລະ ຊາຍກໍ່ສາມາດຄ້າຍຄືກັນໝົດ, ນັບທັງກິລາປະເພດນີ້ກໍ່ເຊັ່ນດຽວກັນ, ສິ່ງສຳຄັນແມ່ນເຮົາມັກຫຼີ້ນບໍ່, ຖ້າຫາກເຮົາມີຄວາມເມົາມົວແລ້ວສິ່ງໃດກໍ່ສາມາດເຮັດໄດ້. ຫຼີ້ນກິລາປະເພດໃດກໍ່ລ້ວນແຕ່ຮຽກຮ້ອງໃຫ້ເຮົາມີກຳລັງແຮງ ແລະ ພະຍາຍາມຝຶກແອບ”.

        ເຖິງຢ່າງໃດກໍ່ຕາມ, ເຕັກນິກໃນການບັນຊາເຮືອງ່າຍດາຍ, ແຕ່ກ່ອນທີ່ຕັດສິນໃຈພາຍເຮືອ SUP ຢູ່ບັນດາເຂດທຳມະຊາດທີ່ອັນຕະລາຍຄືຢູ່ເຂດອ່າວ, ແມ່ນ້ຳ, ທະເລ… ພິເສດແມ່ນບັນດາເຂດແມ່ນ້ຳໄຫຼແຮງ, ມີຟອງສູງ… ຜູ້ຫຼີ້ນຕ້ອງມີການກະກຽມ. ນອກຈາກກະກຽມທາງດ້ານຊຸດເຄື່ອງນຸ່ງ, ອຸປະກອນແລ້ວ, ການຝຶກແອບເພື່ອຖອດຖອນບົດຮຽນ ກໍຄືເຕັກນິກພາຍເຮືອແມ່ນສິ່ງທີ່ຜູ້ຫຼີ້ນຕ້ອງເອົາໃຈໃສ່ເປັນພິເສດ. ຜູ້ຫຼີ້ນສາມາດຝຶກແອບການພາຍເຮືອ SUP ຢູ່ຕາມສະລອຍນ້ຳ ຫຼື ໜອງສ້າງໃຫ້ມີກະແສຟອງ, ໜອງນ້ອຍໆເພື່ອຊັ່ງຊາເບິ່ງຄວາມສາມາດໃນການຮັກສາຄວາມດຸ່ນດ່ຽງ ແລະ ການຮັບມືຂອງຕົນເອງ. ອ້າຍ ເຈິ່ນຈູງກຽນ, ແບ່ງປັນວ່າ.

        “ທີ່ໜຶ່ງແມ່ນຕ້ອງຮຽນ. ຜູ້ຫາກໍ່ຝຶກພາຍເຮືອໃໝ່ຕ້ອງມີຄວາມຮູ້ພື້ນຖານ. ທີ 2 ແມ່ນມີເສື້ອຊູຊີບ, ມີເຊືອກມັດຕີນ. ເມື່ອລົງເຮືອພາຍ ຕ້ອງມີຜູ້ພາຍນຳ, ຖ້າພາຍຄົນດຽວແມ່ນຂ້ອນຂ້າງອັນຕະລາຍ. ແລະ ມີສິ່ງໜຶ່ງອີກ ນັ້ນແມ່ນຕ້ອງມີຄວາມຮູ້ກ່ຽວກັບສະຖານທີ່ທີ່ຕົນເອງພາຍ”.

        ອ້າຍກຽນ ໃຫ້ຮູ້ວ່າ, ເມື່ອຫຼີ້ນກິລາປະເພດນີ້, ຜູ້ພາຍຕ້ອງນຸ່ງເຄື່ອງຫຼົມ, ມີຄວາມສະບາຍໃນການເຄື່ອນໄຫວ. ບໍ່ຄວນນຸ່ງໂສ້ງຢີນ ຫຼື ສິ້ນ. ດີທີ່ສຸດແມ່ນໃສ່ເກີບທີ່ສາມາດກັນນ້ຳໄດ້, ຖ້າບໍ່ມີກໍ່ໃສ່ເກີບ Sandal. ຄວນໃສ່ໝວກ ແລະ ໃສ່ແວ່ນຕາກັນແດດ ຖ້າຫາກມີແດດຮ້ອນເອົາ… ບໍ່ຄວນຖືເຄື່ອງອຸປະກອນເອເລັກໂນນິກທີ່ບໍ່ສາມາດກັນນ້ຳໄປນຳ.

        ປະຈຸບັນຢູ່ຫວຽດນາມ, ກິລາພາຍເຮືອ SUP ແມ່ນປະເພດກິລາທີ່ມີຫຼາຍຄົນຮູ້ຈັກເຖິງ, ຈຳນວນຜູ້ຫຼີ້ນເປັນອາຊີບຍັງໜ້ອຍຢູ່. ເຖິງຢ່າງໃດກໍ່ຕາມ, ບັນດາກຸ່ມຄົນຫຼີ້ນກິລາປະເພດນີ້ແມ່ນມີທຸກເກນອາຍຸ, ເພດໄວ ແລະ ຍາມໃດກໍ່ພ້ອມແລ້ວທີ່ຈະຫຼີ້ນຢູ່ເທິງໜ້ານ້ຳຢູ່ບັນດາເຂດອ່າວ, ແມ່ນ້ຳ, ທະເລ…

        ເພື່ອຊ່ວຍໃຫ້ບັນດາຜູ້ຢາກຫຼີ້ນກິລາປະເພດໃໝ່ນີ້, ປະຈຸບັນ ສະໂມສອນ Umove SUP, ຮ່າໂນ້ຍ, ພວມສະໜອງການບໍລິການພາຍເຮືອ SUP ໃນທຸກວັນເສົາ ແລະ ວັນອາທິດ, ດ້ວຍລາຄາ 120.000 ດົ່ງຕໍ່2 ຊົ່ວໂມງ.

ຕອບກັບ