ຜະລິດຕະພັນເຕັກໂນໂລຊີດິຈີຕອນ “Make in Vietnam” ສ້າງທ່ວງທ່າກໍ່ສ້າງປະເທດຊາດດິຈີຕອນ

Chia sẻ

(VOVWORLD) -ໂຄງການດຳເນີນງານ ແລະ ຄຳຂວັນ “Make in Vietnam” ໂດຍ ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ປຸກລະດົມແຕ່ປີ 2019. ນັບແຕ່ນັ້ນມາຮອດປະຈຸບັນ ນັບມື້ນັບມືຫລາຍຜະລິດຕະພັນ, ການບໍລິການເຕັກໂນໂລຊີ ຕອບສະຫນອງຢ່າງຄົບຖ້ວນບັນດາມາດຖານ “Make in Vietnam”. ນັ້ນແມ່ນ: ຄົ້ນຄ້ວາຢູ່ ຫວຽດນາມ, ປະດິດສ້າງຢູ່ ຫວຽດນາມ, ຜະລິດຢູ່ ຫວຽດນາມ. ການຫັນປ່ຽນຢ່າງແຮງຂອງບັນດາວິສາຫະກິດເຕັກໂນໂລຊີ ດິຈີຕອນ ພ້ອມກັບບັນດາຜະລິດຕະພັນເຕັກໂນໂລຊີ ດິຈີຕອນ ພວມຄ່ອຍໆນຳຂະແຫນງອຸດສາຫະກຳເຕັກໂນໂລຊີ ກາຍເປັນເສົາຄ້ຳຂອງພື້ນຖານເສດຖະກິດ ພ້ອມັງສ້າງທ່ວງທ່າໃຫ້ແກ່ ຫວຽດນາມ ກາຍເປັນປະເທດດິຈີຕອນ ໃນປີ 2030.

 
ຜະລິດຕະພັນເຕັກໂນໂລຊີດິຈີຕອນ “Make in Vietnam” ສ້າງທ່ວງທ່າກໍ່ສ້າງປະເທດຊາດດິຈີຕອນ - ảnh 1ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ (ພາບ: VOV)
 

ນັບແຕ່ປີ 2019, ເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີຫວຽດນາມ ໄດ້ຈັດຂຶ້ນເປັນຄັ້ງທຳອິດ, ໄດ້ກຳນົດຫົວຂໍ້ຢ່າງຈະແຈ້ງວ່າ: “ຄວາມຄາດຫວັງ, ວິໄສທັດ ແລະ ການກຳນົດທິດພັດທະນາເພື່ອປະເທດ ຫວຽດນາມ ໝັ້ນຄົງເຂັ້ມແຂງ ຈະເລີນຮຸ່ງເຮືອງ”. ໃນເວລານັ້ນ, ລັດຖະບານ ແລະ ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ກຳນົດຢ່າງຈະແຈ້ງວ່າ ບັນດາວິສາຫະກິດເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ຕ້ອງສວມບົດບາດຊຸກຍູ້ພື້ນຖານເຕັກໂນໂລຊີດິຈີຕອນໃຫ້ກາຍເປັນຂະແໜງເສດຖະກິດປາຍແຫລມ. ທີ່ເວທີປາໄສນີ້, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ເນັ້ນໜັກວ່າ:

“Make in Vietnam ແມ່ນເພື່ອແກ້ໄຂບັນຫາ ຫວຽດນາມ, ຊ່ວຍ ຫວຽດນາມ ພັດທະນາ. Make in Vietnam ເພື່ອໃຫ້ອອກໄປສູ່ຕ່າງປະເທດເຊື່ອມໂຍງກັບໂລກ, ປະກອບສ່ວນໃຫ້ແກ່ການພັດທະນາຂອງມວນມະນຸດ. Make in Vietnam ເພື່ອໃຫ້ຫວຽດນາມ ເປັນເຈົ້າການດ້ານເຕັກໂນໂລຊີ, ເພື່ອໃຫ້ຫວຽດນາມໝັ້ນຄົງເຂັ້ມແຂງ ຈະເລີນຮຸ່ງເຮືອງ. Make in Vietnam ສົ່ງເສີມຈິດໃຈການອອກແບບຢູ່ຫວຽດນາມ, ປະດິດສ້າງຢູ່ ຫວຽດນາມ, ຜະລິດຢູ່ຫວຽດນາມ.”

ຖ້າຫາກວ່າໃນປີ 2019, ຍອດລາຍຮັບຂອງຂະແໜງອຸດສາຫະກຳເຕັກໂນໂລຊີດິຈີຕອນບັນລຸພຽງ 112 ຕື້ USD, ດ້ວຍວິສາຫະກິດດິຈີຕອນກ່ວາ 45.000 ແຫ່ງ, ຮອດປີ 2022, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດ Covid-19, ແຕ່ຕົວເລກດັ່ງກ່າວໄດ້ເພີ່ມຂຶ້ນເປັນ 148 ຕື້ USD ແລະ ມີວິສາຫະກິດເຕັກໂນໂລຊີດິຈີຕອນ ຫຼາຍກວ່າ 70.000 ແຫ່ງ.  ປີ 2022 ແມ່ນປີທີ່ຮັບຮູ້ການເຕີບໂຕຢ່າງແຮງກ່ຽວກັບອັດຕາສ່ວນມູນຄ່າ Make in Vietnam ໃນລາຍຮັບຂອງຂົງເຂດອຸດສາຫະກຳດິຈີຕອນ. ແລະນັບແຕ່ຕົ້ນປີ 2023 ມາເຖິງປັດຈຸບັນ ຍັງສືບຕໍ່ເພີ່ມຂຶ້ນ. Make in Vietnam ບໍ່ພຽງແຕ່ມີບົດບາດໃນການແກ້ໄຂບັນຫາຂອງ ຫວຽດນາມ ດ້ວຍເຕັກໂນໂລຊີດິຈີຕອນທີ່ ຊາວຫວຽດນາມ ເປັນເຈົ້າຂອງເທົ່ານັ້ນ, ຫາກຍັງມີພາລະກຳອັນໃຫຍ່ກວ່າອີກ ນັ້ນແມ່ນການພິຊິດໄດ້ຕະຫຼາດສາກົນ. ທ່ານຮອງສາດສະດາຈານ, ປອ ຮວິ່ງກວຽດທັ໊ງ, ອະທິການບໍດີມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ບັນດາການກຳນົດທິດຢ່າງແຮງຂອງລັດຖະບານ ໄດ້ສ້າງກຳລັງຫນູນໃຫ້ແກ່ວິສາຫະກິດ, ຍ້ອນມີການລົງທຶນຢ່າງແຮງໃນການຄົ້ນຄ້ວາ, ຈາກນັ້ນ ກໍ່ໄດ້ສ້າງໃຫ້ມີວິສາຫະກິດເຕັກໂນໂລຊີທີ່ຖືກຕາມຄວາມໝາຍ, ເປັນເຈົ້າການເຕັກໂນໂລຊີຂອງຕົນ, ມີຜະລິດຕະພັນທີ່ໝັ້ນຄົງຢູ່ຕະຫຼາດ ແລະ ອອກໄປສູ່ໂລກ”.

ຜະລິດຕະພັນເຕັກໂນໂລຊີດິຈີຕອນ “Make in Vietnam” ສ້າງທ່ວງທ່າກໍ່ສ້າງປະເທດຊາດດິຈີຕອນ - ảnh 2ນັກວິສາວະກອນ ຂອງ ບໍລິສັດ Viettel (ພາບ: qdnd.vn)

ໃນຕົວຈິງ 4 ປີຜ່ານມາ, ການກ້າວອອກສູ່ຕະຫຼາດຕ່າງປະເທດແມ່ນທ່າອ່ຽງລວມຂອງບັນດາວິສາຫະກິດເຕັກໂນໂລຢີດິຈີຕອນຂອງຫວຽດນາມ. ຄາດວ່າ, ໃນຈຳນວນປະມານ 1/3 ຂອງວິສາຫະກິດເຕັກໂນໂລຊີດິຈີຕອນກວ່າ 70.000 ແຫ່ງເຫລົ່ານັ້ນ ຈະໄດ້ມີຜະລິດຕະພັນເຄື່ອນໄຫວຢູ່ຕະຫລາດສາກົນ. ພົ້ນເດັ່ນແມ່ນ ກຸ່ມບໍລິສັດເຕັກໂນໂລຢີ FPT, ພາຍຫຼັງ 23 ປີ ທີ່ພັດທະນາຢູ່ຕະຫຼາດຕ່າງປະເທດ, ປີ 2022, FPT ໄດ້ສ້າງເຄື່ອງຫມາຍຂອງຕົນໃນແຜນທີ່ເຕັກໂນໂລຢີສາກົນ. ແລະ ປີ 2022 ກໍ່ແມ່ນປີທຳອິດທີ່ FPT ບັນລຸລາຍຮັບຈາກຕະຫຼາດສາກົນແມ່ນ 1 ຕື້ USD ໃນຂົງເຂດຫັນເປັນດິຈີຕອນ, ນຳຫວຽດນາມ ຢືນອັນດັບທີ 2 ໃນແຜນທີ່ດິຈີຕອນ, ຖັດຈາກປະເທດ ອິນເດຍ ຊື່ງແມ່ນປະເທດມະຫາອຳນາດດ້ານຊອບແວ.

ລາຍຮັບຈາກການຫັນເປັນດີຈີຕອນຂອງ FPT ຈາກຕະຫຼາດຕ່າງປະເທດໃນ 6 ເດືອນຕົ້ນປີ 2023 ບັນລຸການເຕີບໂຕ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໂດຍສຸມໃສ່ບັນດາເຕັກໂນໂລຢີໃໝ່ຄື Cloud, AI/Data Analytics... ໃນຂະນະນັ້ນ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ກໍ່ປະສົບຜົນສຳເລັດໃນ ປີ 2022 ຢູ່ຕະຫຼາດສາກົນ ດ້ວຍລາຍຮັບບັນລຸເກືອບ 3 ຕື້ USD. Viettel ພວມແມ່ນບໍລິສັດສະຫນອງການບໍລິການ 5G ອັນດັບ 1 ຢູ່ຕະຫຼາດ ລາວ, ກໍາປູເຈຍ, ມຽນມາ, ຕີມໍຕາເວັນອອກ ແລະ ບູຣຸນດີ. ຄຽງຂ້າງນັ້ນ, Viettel ກໍ່ແມ່ນວິສາຫະກິດ ຫວຽດນາມ ທີ່ພົ້ນເດັ່ນໃນການຜັນຂະຫຍາຍການຫັນເປັນດິຈີຕອນໃຫ້ບັນດາປະເທດຄື Haiti, ລາວ...

ໃນເວລາຫຼາຍປີຜ່ານມາ, ບໍລິສັດ CMC Global ໄດ້ປະກົດຕົວຢູ່ບັນດາຕະຫຼາດໃຫຍ່ດ້ວຍຜະລິດຕະພັນທີ່ໂດດເດັ່ນເຊັ່ນ: ການສະຫນອງຊອບແວໃຫ້ແກ່ໂຮງຫມໍຫລາຍແຫ່ງໃນທົ່ວປະເທດ ສ. ເກົາຫຼີ, ສະຫນອງມາດຕະການແກ້ໄຂ eKYC (ຊອກຮູ້ລູກຄ້າເອເລັກໂຕນິກ) ໃຫ້ແກ່ບັນດາທະນາຄານຢູ່ ຈີນ, ຫຼືມາດຕະການແກ້ໄຂ Embedded Testing ໃຫ້ແກ່ບັນດາຊອບແວບັນຊາໃນລົດໂອໂຕ  ຍີ່ຫໍ້ລົດແຖວຫນ້າ. ທ່ານ ຫງວຽນກາວເກື່ອງ, ຜູ້ອຳນວຍການຝ່າຍທຸລະກິດ CMC Global ຢືນຢັນວ່າ:

“ພາຍຫຼັງ 5 ປີແຫ່ງການພັດທະນາໃນຕະຫຼາດຕ່າງປະເທດ, CMC Global ມີຄວາມຫມັ້ນໃຈຫຼາຍໃນຄຸນນະພາບຂອງການບໍລິການຂອງຕົນ. ນອກຈາກນັ້ນ, ພວກຂ້າພະເຈົ້າ ຍັງຕອບສະຫນອງຄວາມຕ້ອງການກ່ຽວກັບເວລາທີ່ລູກຄ້າມີຄວາມຕ້ອງການ. ພວກຂ້າພະເຈົ້າໄດ້ຕັ້ງຫນ້າເປີດກວ້າງອອກໄປຍັງບັນດາຕະຫລາດທີ່ເວົ້າພາສາ ອັງກິດ, ຕະຫຼາດທີ່ເຄັ່ງຄັດກັບຄຸນນະພາບເຊັ່ນ: ອົດສະຕາລີ, ອາເມລິກາ ແລະ ເອີຣົບ. ເປົ້າໝາຍຮອດປີ 2025 CMC Global ຈະມີຫ້ອງການຕາງຫນ້າຢ່າງໜ້ອຍ 10 ແຫ່ງໃນໂລກ”.

ພາລະກິດຫັນເປັນດິຈິຕອນ ດ້ວຍບັນດາພື້ນຖານດິຈີຕອນ Make in Vietnam ໄດ້ສ້າງການປ່ຽນແປງທີ່ສຳຄັນ ມີລັກສະນະບາດລ້ຽວ. ບັນດາວິສາຫະກິດດິຈີຕອນໄດ້ຄ່ອຍໆຫັນປ່ຽນຈາກການໃຊ້ແຮງງານຜະລິດ ມາເປັນເຈົ້າຂອງເຕັກໂນໂລຊີ, ຜ່ານນັ້ນ ກໍ່ຊ່ວຍແກ້ໄຂບັນຫາໃຫຍ່ຂອງປະເທດຊາດ. ການຫັນເປັນດິຈີຕອນພວມເກີດຂຶ້ນຢ່າງແຮງຢູ່ຫວຽດນາມ, ຢູ່ໃນທຸກຂົງເຂດ. ໃນວິວັດທະການນັ້ນ, ບັນດາວິສາຫະກິດດິຈີຕອນ ດ້ວຍບັນດາຜະລິດຕະພັນດິຈີຕອນ Make in Vietnam ໄດ້ຖືເປັນບົດບາດໃຈກາງ, ໄດ້ຮັບການມອບໝາຍພາລະກຳນຳ ຫວຽດນາມ ບຸກທະລຸ ດ້ວຍພື້ນຖານເສດຖະກິດດິຈີຕອນສວມບົດບາດຫລັກແຫລ່ງ, ສູ້ຊົນນຳ  ຫວຽດນາມ ໃຫ້ກາຍເປັນປະເທດດິຈີຕອນໃນໄລຍະຈະມາເຖິງ.

ຕອບກັບ