ປະສົບຜົນສຳເລັດໃນການເບິ່ງແຍງລ້ຽງເດັກທາລົກຫຼາຍຄົນທີ່ເກີດກ່ອນກຳນົດ ແລະ ມີນ້ຳໜັກໜ້ອຍ ໄດ້ມີຊີວິດ: ລະດັບວິຊາສະເພາະຂອງແພດໝໍ ຫວຽດນາມ ໄດ້ຮັບການຢັ້ງຢືນ

Thuy Nga -Vinh Phong
Chia sẻ

(VOVWORLD) -ໃນໄລຍະມໍ່ໆມານີ້, ໂຮງໝໍແມ່ ແລະ ເດັກ ສູນກາງ ຮ່າໂນ້ຍ ໄດ້ປະສົບຜົນສຳເລັດໃນການເບິ່ງແຍງລ້ຽງເດັກທາລົກຫຼາຍຄົນທີ່ເກີດກ່ອນກຳນົດ ເຊິ່ງອາຍຸຄັນ 24 25 ອາທິດ ໄດ້ມີຊີວິດ,ໃນນັ້ນ ມີເດັກທາລົກບາງຄົນທີ່ມີນ້ຳໜັກພຽງແຕ່ 400 500 ກຼາມ ເທົ່ານັ້ນ. ຫວ່າງແລ້ວນີ້, ບັນດາແພດໝໍ, ພະຍາບານ ໄດ້ປະສົບຜົນສຳເລັດໃນການເບິ່ງແຍງດູແລ, ຮັກສາປິ່ນປົວໃຫ້ເດັກທາລົກຊາຍທີ່ເກີດໃນຕອນອາຍຸຄັນໄດ້ 25 ອາທິດ, ມີນ້ຳໜັກ 600 ກຼາມ, ເປັນລຳໄສ້ອັກເສບ (ປະເພດເນື້ອຕາຍ). ນີ້ກໍ່ແມ່ນເດັກທາລົກທີ່ນອນຢູ່ໂຮງໝໍດົນທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ເຊິ່ງເປັນເວລາ 05 ເດືອນ. ຜົນສຳເລັດນີ້, ອີກເທື່ອໜຶ່ງ ໄດ້ຢັ້ງຢືນລະດັບສີມື ແລະ ຄວາມສຸດຈິດສຸດໃຈຂອງແພດໝໍ ຂະແຫນງຜະດຸງຄັນ ຫວຽດນາມ.

 “ເພື່ອໃຫ້ໄດ້ຄືແນວນີ້, ແຕ່ລະຄົນຕ້ອງປະກອບສ່ວນຄົນລະໜ້ອຍ. ຫົວໜ້າພະຍາບານ ຍັງ ອອກເງິນເພື່ອຊື້ນົມໃຫ້ແອນ້ອຍກິນ. ຄວາມຮັກແພງຕໍ່ກັບແອນ້ອຍນັ້ນ ບໍ່ພຽງແຕ່ແມ່ນພະນັກງານສາທາລະນະສຸກເບິ່ງແຍງຄົນເຈັບ ແຕ່ຄືກັນກັບແມ່ເບິ່ງແຍງດູແລລູກນ້ອຍ.”

ປະສົບຜົນສຳເລັດໃນການເບິ່ງແຍງລ້ຽງເດັກທາລົກຫຼາຍຄົນທີ່ເກີດກ່ອນກຳນົດ ແລະ ມີນ້ຳໜັກໜ້ອຍ ໄດ້ມີຊີວິດ: ລະດັບວິຊາສະເພາະຂອງແພດໝໍ ຫວຽດນາມ ໄດ້ຮັບການຢັ້ງຢືນ - ảnh 1ທ່ານ ປອ ເຈີນແຢັງເກື່ອງ, ຮອງສາດສະດາຈານ, ຫົວຫນ້າ ໂຮງໝໍ ແມ່ ແລະ ເດັກສູນກາງ. ພາບ:VOV

ນີ້ແມ່ນການແບ່ງປັນຂອງພະນັກງານການແພດຢູ່ສູນເບິ່ງແຍງ ແລະ ປິ່ນປົວເດັກແດງ, ໂຮງໝໍແມ່ແລະເດັກສູນກາງຮ່າໂນ້ຍ, ບ່ອນທີ່ແຕ່ລະປີໄດ້ເບິ່ງແຍງລ້ຽງເດັກທາລົກທີ່ເກີດກ່ອນກຳນົດນັບພັນຄົນໃຫ້ມີຊີວິດຢູ່. ໃນໄລຍະຜ່ານມາ, ບັນດາແພດໝໍຢູ່ໂຮງໝໍແຫ່ງນີ້ກໍ່ໄດ້ປະສົບຜົນສຳເລັດໃນການເບິ່ງແຍງລ້ຽງເດັກທາລົກແຝດທີ່ມີນ້ຳໜັກ 500 ກຼາມ ເຊິ່ງເກີດຕອນອາຍຸຄັນ 25 ອາທິດ. ມີເດັກທາລົກອີກຄົນໜຶ່ງ ນ້ຳໜັກ ພຽງ 400 ກຼາມ, ຕົກເຂົ້າອາການໜັກຫຼາຍຄັ້ງຍ້ອນນ້ຳໜັກໜ້ອຍເກີນໄປ, ຮ່າງກາຍອ່ອນແອ.. ພາຍຫລັງໄດ້ຮັບການດູແລຮ່າງກາຍກໍ່ເຕີບໃຫຍ່ ແລະ ສຸຂະພາບດີຂຶ້ນ. ສ່ວນທາລົກຊາຍຄົນຫນຶ່ງ, ຢູ່ຮ່າໂນ້ຍ ບໍ່ພຽງແຕ່ເກີດກ່ອນກຳນົດ, ມີນ້ຳໜັກ 600 ກຼາມເທົ່ານັ້ນ ຫາກຍັງເປັນພະຍາດລຳໄສ້ອັກເສບນຳອີກ: ຕ້ອງໃຊ້ເວລາປິ່ນປົວ ແລະ ນອນໃນຕູ້ອົບແກ່ຍາວເປັນເວລາ 143 ວັນ. ທ່ານໝໍ ຟ້າມຮວ່າງຖາຍ, ຜູ້ທີ່ຕິດພັບກັບວຽກງານເບິ່ງແຍງດູແລ, ປິ່ນປົວບັນດາເດັກທາລົກທີ່ເກີດກ່ອນກຳນົດ ຢູ່ສູນເບິ່ງແຍງແລະປິ່ນປົວເດັກທາລົກ ໃຫ້ຮູ້ວ່າ:

 “ໃນກໍລະນີທີ່ເດັກຍັງບໍ່ທັນເປັນປົກກະຕິ ແມ່ນຍັງບໍ່ທັນອຸ່ນໃຈໃຫ້ກັບບ້ານເທື່ອ,ຖ້າເດັກມີອາການໜັກຂຶ້ນ ການປິ່ນປົວຍາກຂຶ້ນກວ່າຫຼາຍ. ສຳລັບເດັກທີ່ເປັນພະຍາດລຳໄສ້ອັກເສບນີ້ ຈະເມືອເຮືອນ 3 ມື້ ແລະ ຢູ່ໂຮງໝໍ 4 ມື້. ຕອນທີ່ແອນ້ອຍຊອັກ ອາການຂອງແອນ້ອຍ ຈະປ່ຽນແປງໄວ, ຖ້າປິ່ນປົວບໍ່ທັນເວລາ ແອນ້ອຍຈະເສຍຊີວິດໄດ້ງ່າຍ, ສະນັ້ນເຮົາຈະບໍ່ໃຫ້ເມືອ.”

ການເບິ່ງແຍງ, ປິ່ນປົວ ແລະ ລ້ຽງດູບັນດາເດັກທາລົກທີ່ເກີດກ່ອນກຳນົດ, ນ້ຳໜັກໜ້ອຍ ກໍ່ຫຍຸ້ງຍາກຫຼາຍແລ້ວ, ແຕ່ສຳລັບແອນ້ອຍ ມີນ້ຳໜັກ 600 ກຼາມ ບັນດາແພດໝໍຕ້ອງຕິດຕາມອາການທຸກເວລານາທີໃນບັນດາສະພາບເງື່ອນໄຂທີ່ບໍ່ອຳນວຍປານໃດທາງດ້ານສາທາລະນະສຸກ. ສຸດທ້າຍແພດໝໍກໍ່ເບິ່ງແຍງດູແລໃຫ້ແອນ້ອຍມີນ້ຳໜັກ 2,2 ກິໂລກຼາມ ແລະ ໄດ້ອອກໂຮງໝໍພ້ອມກັບຄວາມດີໃຈຂອງຄອບຄົວ ແລະ ແພດໝໍທີ່ຈະໄດ້ກັບເມືອຢູ່ນຳຄອບຄົວ. ຜູ້ຕາງຫນ້າໃຫ້ຄອບຄົວຂອງແອນ້ອຍ  ແບ່ງປັນວ່າ:

 “ຄອບຄົວຂໍຝາກຄຳຂອບໃຈເຖິງບັນດາແພດໝໍໂຮງໝໍແມ່ແລະເດັກສູນກາງ, ທ່ານໝໍຜູ້ອຳນວຍການໂຮງໝໍ ແລະ ບັນດາແພດໝໍທີ່ໄດ້ຊ່ວຍຕິດຕາມອາການຂອງລູກແຕ່ທຳອິດ ເຊິ່ງເກືອບ 150 ວັນ. ມີບາງເທື່ອ, ບັນດາແພດໝໍຕ້ອງຕິດຕາມການຫາຍໃຈ ແລະ ອຸນຫະພູມຮ່າງກາຍລູກຕໍ່ເນື່ອງ 40 ຊົ່ວໂມງ. ຄອບຄົວເອງກໍ່ຖືບັນດາແພດໝໍເປັນພໍ່ແມ່ລ້ຽງຂອງລູກ. ບັນດາພະຍາບານກໍ່ເບິ່ງແອນ້ອຍເປັນລູກ.”

ປະສົບຜົນສຳເລັດໃນການເບິ່ງແຍງລ້ຽງເດັກທາລົກຫຼາຍຄົນທີ່ເກີດກ່ອນກຳນົດ ແລະ ມີນ້ຳໜັກໜ້ອຍ ໄດ້ມີຊີວິດ: ລະດັບວິຊາສະເພາະຂອງແພດໝໍ ຫວຽດນາມ ໄດ້ຮັບການຢັ້ງຢືນ - ảnh 2ເດັກແດງທາລົກໄດ້ຮັບການເບິ່ງແຍງດູແລຢ່າງສຸດຈິດສຸດໃຈຈາກບັນດາແພດໝໍໃນໂຮງໝໍ ແມ່ ແລະເດັກ. ພາບ:VOV

ໃນຊຸມເດືອນຕົ້ນປີນີ້ ໂຮງໝໍແມ່ແລະເດັກສູນກາງ ສືບຕໍ່ປະສົບຜົນສຳເລັດໃນການເບິ່ງແຍງດູແລເດັກທາລົກທີ່ເກີດຕອນອາຍຸຄັນ 25 ອາທິດ, ນ້ຳໜັກ 500 ກຼາມ ເປັນລູກຂອງນາງ ບຸ່ຍງອັກຢຸງ ເຈນນີ, ຊາວຫວຽດນາມ ອາໄສຢູ່ການາດາ, ມີອາການຄັນເປັນພິດ, ເຄີຍຖືພາ 4 ຄັ້ງ ແລະ ປິ່ນປົວຢູ່ຕ່າງປະເທດຫຼາຍຄັ້ງ ແຕ່ກໍ່ບໍ່ສຳເລັດ. ເມື່ອມາຫວຽດນາມ, ລາວໄດ້ຮັບການເບິ່ງແຍງຕອນຖືພາຢ່າງປອດໄພ ແລະ ລູກນ້ອຍຂອງລາວກໍ່ໄດ້ຮັບການເບິ່ງແຍງລ້ຽງເປັນຢ່າງດີ ມີສຸຂະພາບແຂງແຮງ. ລາວແບ່ງປັນວ່າ:

ພວກຂ້າພະເຈົ້າຂໍຂອບໃຈບັນດາແພດໝໍຂອງໂຮງໝໍທີ່ໄດ້ຊ່ວຍໃຫ້ຄອບຄົວຂອງຂ້າພະເຈົ້າມີສິ່ງທີ່ດີຄືແນວນີ້. ຂ້າພະເຈົ້າຍັງຄິດວ່າຢູ່ໃນຄວາມຝັນ.

ກ່ອນນີ້ 10 ປີ, ຂະແໜງຜະດຸງຄັນ ຫວຽດນາມ ໄດ້ສ້າງຂີດໝາຍຜົນສຳເລັດໃນການຊ່ວຍຊີວິດເດັກທາລົກທີ່ເກີດກ່ອນກຳນົດນ້ຳໜັກ 500 ກຼາມ ແລະ ອັດຕາສ່ວນນີ້ຄ່ອຍເພີ່ມຂຶ້ນໃນແຕ່ລະປີ. ພິເສດ, ອັດຕາສ່ວນການຊ່ວຍຊີວິດເດັກທາລົກທີ່ເກີດກ່ອນກຳນົດນ້ຳໜັກຕ່ຳກວ່າ 1 ກິໂລກຼາມ ໃນປີ 2018 ແມ່ນ 18% ແຕ່ມາຮອດຈຸດເວລານີ້ແມ່ນ 40%. ຢູ່ອາເມລິກາ, ບ່ອນທີ່ມີເຕັກນິກເບິ່ງແຍງດູແລເດັກທາລົກດີທີ່ສຸດໃນໂລກ, ອັດຕາສ່ວນປະສົບຜົນສຳເລັດໃນການຊ່ວຍຊີວິດເດັກທາລົກທີ່ເກີດກ່ອນກຳນົດ, ນ້ຳໜັກ 500 ກຼາມ ປັດຈຸບັນແມ່ນ 41%, ສ່ວນຢູ່ ຫວຽດນາມ ແມ່ນ 31%. ນີ້ແມ່ນຕົວເລກທີ່ໜ້າເອກອ້າງທະນົງໃຈໃນຂະນະທີ່ເງື່ອນໄຂພື້ນຖານວັດຖຸ, ເຕັກນິກຢູ່ ຫວຽດນາມ ຍັງຈຳກັດຢູ່. ທ່ານ ດຣ. ເຈິ່ນແຢັງເກື່ອງ, ຜູ້ອຳນວຍການໂຮງໝໍແມ່ ແລະ ເດັກ ສູນກາງ ຖືວ່າ ຜ່ານບັນດາຜົນສຳເລັດນີ້,  ແພດໝໍຢູ່ໂຮງໝໍກໍ່ສາມາດສະສົມໄດ້ບົດຮຽນປະສົບການທີ່ລ້ຳຄ່າ ເພື່ອຂະແໜງຜະດຸງຄັນ ຫວຽດນາມ ມີບັນດາຜົນງານທຽບເທົ່າສາກົນ:

 “ທຳອິດ, ພວກຂ້າພະເຈົ້າຍັງເວົ້າວ່າ ເງື່ອນໄຂໃນການເບິ່ງແຍງດູແລ ແມ່ນຕ້ອງອະເຊື້ອ, ບໍ່ໃຫ້ຕິດເຊື້ອ. ທີສອງ, ການເບິ່ງແຍງເດັກຕ້ອງພິຖີພິຖັນ. ທີສາມສຳຄັນກວ່າອີກ ແມ່ນຕ້ອງໃຫ້ແອນ້ອຍກິນເພື່ອໃຫ້ຮ່າງກາຍແຂງແຮງ ແລະ ປັບໂພຊະນາການໃຫ້ເໝາະກັບອາຍຸເອງ  ແລະ ພວກຂ້າພະເຈົ້າກໍ່ມີຍຸດທະສາດໃນການເບິ່ງແຍງຕາມອາຍຸຄັນ. ຄວາມຈິງແມ່ນໂຮງໝໍແມ່ແລະເດັກສູນກາງ ມີຄວາມເອກອ້າງທະນົງໃຈທີ່ສຸດກ່ຽວກັບການເບິ່ງແຍງເດັກທາລົກທີ່ເກີດກ່ອນກຳນົດ.

ແອນ້ອຍນັບພັນຄົນຄືໄດ້ເກີດໃໝ່ເທື່ອທີສອງ ຍ້ອນຄວາມມານພະຍາຍາມທີ່ບໍ່ຢຸດຢັ້ງຂອງຂະແໜງການແພດ, ຂອງທ່ານໝໍໂຮງໝໍແມ່ແລະເດັກສູນກາງ. ດ້ວຍຄວາມສູ້ຊົນ, ປ່ຽນແປງໃໝ່ຢ່າງຕັ້ງໜ້າ, ເປັນເຈົ້າບັນດາເຕັກນິກການແພດໃໝ່... ຖັນແຖວພະນັກງານແພດໝໍໂຮງໝໍແມ່ແລະເດັກສູນກາງ ກໍ່ໄດ້ ແລະ ພວມນຳຄວາມສຸກທີ່ຫາອັນປຽບບໍ່ໄດ້ນີ້ມາໃຫ້ຄອບຄົວ ແລະ ທົ່ວສັງຄົມ.

ຕອບກັບ