ປະຊາຊົນບັນດາເຜົ່າຢູ່ ແຂວງ ເຊີນລາ ຢູ່ໃນສິນກິນໃນທຳ

Chia sẻ

(VOVWORLD) - ປະຊາຊົນບັນດາເຜົ່າ ຢູ່ເຂດພູສູງ ເຊີນລາ ທີ່ເຊື່ອຖືບາງສາສະຫນາຄື: ສາສະຫນາພຸດ, ສາສະຫນາ ກາໂຕລິກ, ໂປແຕສຕັງ.. ໄດ້ກຳນົດວ່າ ອົງການສາສະຫນາ ແລະ ປະຊາຊົນຖືສາສະຫນາແມ່ນພາກສ່ວນຫນຶ່ງທີ່ສຳຄັນໃນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ມີການປະກອບສ່ວນຫລາຍຢ່າງໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງ ທ້ອງຖິ່ນ, ແຂວງ ເຊີນລາ ໄດ້ ແລະ ພວມມີຄວາມເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການສາສະຫນາ ປະຕິບັດທິດນຳ “ຢູ່ໃນສິນກິນໃນທຳ”, ສາມັກຄີ ແລະ ພັດທະນາ.

ປະຊາຊົນບັນດາເຜົ່າຢູ່ ແຂວງ ເຊີນລາ ຢູ່ໃນສິນກິນໃນທຳ - ảnh 1ນາຍບ້ານຢູ່ ຕາແສງ ທ້ວນເຈົາ ໂຄສະນາ, ຂົນຂວາຍປະຊາຊົນ ປະຕິບັດບັນດາແຜນນະໂຍບາຍ,ກົດໝາຍຂອງລັດກ່ຽວກັບສາສະຫນາ


ບ້ານ ນ້ຳລວງ ຕາແສງ ຈ່ຽງຈັນ ເມືອງ ມາຍເຊີນ ມີ 42 ຄອບຄົວ ດ້ວຍເກືອບ 200 ຄົນ, ໃນນັ້ນ ມີ 23 ຄົນຖືສາສະຫນາກາໂຕລິກ, ໂປແຕສະຕັງ. ທ່ານ ຫວື່ອາຢົວ ເລຂາໜ່ວຍພັກ ບ້ານນ້ຳລວງ ໃຫ້ຮູ້ວ່າ: ໜ່ວຍພັກ ມີສະມາຊິກພັກ 4 ຄົນ, ໃນນັ້ນ 2 ຄົນແມ່ນຖືສາສະຫນາອື່ນໆ. ໃນຕະຫລອດໄລຍະຜ່ານມາ, ສະມາຊິກພັກແຕ່ລະຄົນໃນໜ່ວຍພັກ ຍາມໃດກໍ່ເສີມຂະຫຍາຍຈິດໃຈນຳຫນ້າ, ເປັນແບບຢ່າງໃນບັນດາຂົງເຂດຂອງຊີວິດສັງຄົມ, ເປັນຕົ້ນແມ່ນໃນການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ພ້ອມກັນສາມັກຄີກໍ່ສ້າງຊີວິດວັດທະນະທຳໃຫມ່ ແລະ ຕັ້ງຫນ້າຫັນປ່ຽນອົງປະກອບການປູກຕົ້ນໄມ້ນຳມາເຊິ່ງລາຍຮັບທີ່ສູງກວ່າ, ຈາກນັ້ນ ຊີວິດຂອງປະຊາຊົນ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ.

ຕາແສງ ຈ່ຽງຈັນ ມີເກືອບ 1.500 ຄອບຄົວ ດ້ວຍ ກວ່າ 7000 ຄົນ, ໃນນັ້ນ ມີກວ່າ 140 ຄອບຄົວ ດ້ວຍເກືອບ 730 ຄົນ ສ່ວນຫລາຍແມ່ນຊາວເຜົ່າມົ້ງ ຖືສາສະຫນາອື່ນໆ. ຕາມທ່ານ ລໍ່ວັນຫາຍ, ເລຂາຄະນະພັກ ຕາແສງ ຈ່ຽງຈັນ, ໄລຍະຜ່ານມາ ປະຊາຊົນທີ່ເຊື່ອຖື ແລະ ບໍ່ເຊື່ອຖືສາສະຫນາໃນບໍລິເວນ ຍາມໃດກໍ່ດຳລົງຊີວິດຮ່ວມກັນດ້ວຍຄວາມຮັກແພງຊ່ວຍເຫລືອກັນ ບົນຈິດໃຈສາມັກຄີເພື່ອການພັດທະນາ.

ແຕ່ລະເດືອນ ຕາແສງລ້ວນແຕ່ຈັດຕັ້ງການແລກປ່ຽນວຽກງານກັບ ເລຂາໜ່ວຍພັກ, ນາຍບ້ານ. ນອກນັ້ນ ພະນັກງານຕາແສງ ກໍ່ສືບຕໍ່ໂຄສະນາ, ຂົນຂວາຍສະມາຊິກພັກ ພ້ອມກັນມະຫາຊົນ ຕ້ອງປະຕິບັດທຸກແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ ແລະ ຂໍ້ກຳນົດກົດລະບຽບທີ່ໄດ້ວາງອອກ ນັ້ນແມ່ນ ປະຊາຊົນທີ່ເຊື່ອຖືສາສະຫນາ ແລະ ບໍ່ເຊື່ອຖືສາສະຫນາດ ກໍ່ຕ້ອງສາມັກຄີ, ພັດທະນາ”

ຕາມການສະຖິຕິໃນທົ່ວເມືອງ ມາຍເຊີນ  ປະຈຸບັນ ຍອດຈຳນວນສາສະນິກກະຊົນໃນເມືອງ ແມ່ນກວ່າ 4.400 ຄົນ. ທ່ານ ຮ່າວັນບີ່ງ ຮອງເລຂາຄະນະພັກເມືອງ ມາຍເຊີນ ໃຫ້ຮູ້ວ່າ: ວຽກງານຂະຫຍາຍພັກ ເວົ້າລວມ ແລະ ເຂດຊົນເຜົ່າເຊື່ອຖືສາສະຫນາອື່ນໆ ແມ່ນຫນຶ່ງໃນ 19 ຄາດໝາຍ ຊື່ງກອງປະຊຸມໃຫຍ່ຄະນະພັກເມືອງ ຄັ້ງທີ XX ອາຍຸການ 2020 – 2025 ໄດ້ວາງອອກ. ສະເພາະ ສາສະຫນາ ກາໂຕລິກ ມາຮອດປະຈຸບັນ ໄດ້ຮັບເຂົ້າເປັນສະມາຊິກພັກ 6 ຄົນແລ້ວ.         

ຢູ່ ເມືອງ ທ້ວນເຈົາ, ປະຈຸບັນ ບັນດາອົງການສາສະຫນາ, ຍົດສັກຕຳແຫນ່ງ ດ້ວຍສາສະນິກະຊົນກວ່າ 2000 ຄົນ ກໍ່ລ້ວນແຕ່ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຕັ້ງຫນ້າຕອບສະຫນອງ, ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ການຂົນຂວາຍໂດຍຄະນະພັກ, ອຳນາດການປົກຄອງປຸກລະດົມ. ທ່ານ ທ່າວອາຊົວ, ຮອງເລຂາພັກເມືອງ, ປະທານ ຄະນະກຳມະການປະຊາຊົນ ເມືອງ ທ້ວນເຈົາ ໃຫ້ຮູ້ວ່າ: ບໍ່ພຽງແຕ່ “ຢູ່ໃນສິນກິນໃນທຳ”, ໃນຊຸມປີມໍ່ໆມານີ້ ຈຳນວນມະຫາຊົນທີ່ເຊື່ອຖືສາສະຫນາອື່ນໆ ມີຄວາມມຸ່ງມາດປາດຖະຫນາສູ້ຊົນກາຍເປັນສະມາຊິກພັກ ນັບມື້ນັບເພີ່ມຂຶ້ນ. ໄລຍະຈະມາເຖິງ, ເມືອງ ຈະສືບຕໍ່ຍູ້ແຮງວຽກງານຂະຫຍາຍພັກສຳລັບມະຫາຊົນທີ່ເຊື່ອຖືສາສະຫນາອື່ນໆ ໂດຍມີຄວາມປາດຖະຫນາຢາກເປັນສະມາຊິກພັກ.

             “ປະຈຸບັນ ເມືອງ ທ້ວນເຈົາ ພວມມີສະມາຊິກພັກຜູ້ຫນຶ່ງເຊື່ອຖືສາສະຫນາກາໂຕລິກ, ສາສະຫນາໂປແຕສະຕັງ ມີ 20 ຄົນໄດ້ຮັບເຂົ້າເປັນສະມາຊິກພັກແລ້ວ ຈຶ່ງເຊື່ອຖືຕາມສາສະຫນາອື່ນໆ ແລະ ພວມແມ່ນເລຂາໜ່ວຍພັກ ຫລື ນາຍບ້ານ. ສອງປີມານີ້ ສູນກາງ ແລະ ອຳນາດການປົກຄອງແຂວງ ກໍ່ໄດ້ມີການແນະນຳລະອຽດກ່ຽວກັບການຮຽນເອກະສານສະໜັບສະໜູນໃຫ້ແກ່ເປົ້າໝາຍທີ່ຈະເຂົ້າເປັນສະມາຊິກພັກ ໃນເຂດປະຊາຊົນບັນດາເຜົ່າ ທີ່ເຊື່ອຖືສາສະຫນາ.

 ແຂວງ ເຊີນລາ ຍາມໃດກໍ່ກຳນົດການສ້າງເງື່ອນໄຂສະດວກໃຫ້ແກ່ ບັນດາອົງການສາສະຫນາ ແລະ ບັນດາສາສະນິກະຊົນໃຫ້ເຄື່ອນໄຫວຖືກຕາມກົດໝາຍຫວຽດນາມ. ພ້ອມກັນນັ້ນ ພໍ່ແມ່ປະຊາຊົນເຊື່ອຖືສາສະຫນາ ກໍ່ມີສະຕິຄວາມຮັບຜິດຊອບສູງໃນການກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ລະຫວ່າງ ພໍ່ແມ່ປະຊາຊົນທີ່ເຊື່ອຖືສາສະຫນາ ຫລື ບໍ່ເຊື່ອຖືສາສະຫນາໃນບ້ານ, ຄຸ້ມບ້ານ ຍາມໃດກໍ່ແບ່ງປັນບົດຮຽນທຳມາຫາກິນນຳກັນ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ບືນຕົວຂຶ້ນເທື່ອລະກ້າວ ຮັດແຄບຊ່ອງຫວ່າງຄວາມຮັ່ງມີ ທຸກຍຸກ ລະຫວ່າງເຂດທົ່ງພຽງ ແລະ ເຂດພູສູງ, ຢູ່ ໃນສິນກິນໃນທຳ.

ຕອບກັບ