ບຸນເຕັດແຫ່ງຄວາມອົບອຸ່ນລະຫວ່າງກອງທັບ ແລະ ປະຊາຊົນຢູ່ເມືອງເກາະເຈື່ອງຊາ

Vinh Phong
Chia sẻ
(VOVWORLD) -ໂດຍມີຄວາມແຕກຕ່າງກັບດິນຕໍ່ແຜ່ນ, ເມືອງເກາະເຈື່ອງຊາ ຂຶ້ນກັບແຂວງ ແຄັງຮວ່າ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດ ໝາຍເຖິງບຸນເຕັດໄວ ກວ່າເວລາ ຂະນະທີ່ບັນດາກ່ຳປັ່ນບັນທຸກເຄື່ອງຂອງບຸນເຕັດຄື: ເຂົ້າໝົມ , ດອກໄມ້, ຕົ້ນໝາກແປ້ນ, ກວນໝາກໄມ້ຈາກດິນຕໍ່ແຜ່ນໄປຍັງເກາະຕ່າງໆ. ບຸນເຕັດປີກຸນປີນີ້, ພະນັກງານນັກຮົບ ແລະ ປະຊາຊົນຢູ່ເມືອງເກາະໄດ້ພ້ອມກັນຕ້ອນຮັບປີໃໝ່ດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນ ເຕັມໄປດ້ວຍຈິດໃຈຄວາມຮັກແພງລະຫວ່າງກອງທັບ ແລະ ປະຊາຊົນຢູ່ເຂດໝູ່ເກາະທີ່ຢູ່ຫ່າງໄກ
ບຸນເຕັດແຫ່ງຄວາມອົບອຸ່ນລະຫວ່າງກອງທັບ ແລະ ປະຊາຊົນຢູ່ເມືອງເກາະເຈື່ອງຊາ - ảnh 1 ຂອງຂວັນບຸນເຕັດທີ່ຝາກມາເກາະຊິງໂຕນຈາກດິນຕໍ່ແຜ່ນ

ເຖິງວ່າຢູ່ຫ່າງໄກຈາກດິນຕໍ່ແຜ່ນກໍ່ຕາມ ແຕ່ບຸນເຕັດຢູ່ເຈື່ອງຊາ ກໍ່ຟົດຟື້ນມ່ວນຊື່ນຄືກັບດິນຕໍ່ແຜ່ນ, ການຕ້ອນຮັບບຸນເຕັດປີນີ້ກໍ່ມີເຄື່ອງຂອງ, ອາຫານຄົບທຸກຢ່າງ ຈາກເຂົ້າໜົມ, ຊີ້ນໝູຕະຫຼອດຮອດຕົ້ນໝາກແປ້ນ, ງ່າດອກຄາຍ, ດອກເໝີຍ… ໃນວັນທີ 29 ແລະ 30 ບຸນເຕັດ, ຢູ່ໃຕ້ຮົ່ມເຢັນຂອງຕົ້ນຫູກວາງ, ບັນດາພະນັກງານນັກຮົບ ແລະ ບັນດາຄອບຄົວປະຊາຊົນຢູ່ເມືອງເກາະ ກໍ່ໄດ້ນັ່ງເຕົ້າໂຮມກັນຢູ່ອ້ອມແອ້ມໝໍ້ເຂົ້າຕົ້ມເພື່ອລໍຖ້າເຂົ້າຕົມສຸກ, ສຽງເວົ້າສຽງຫົວ ສຽງຂັບຮ້ອງໄດ້ດັງຂຶ້ນຢ່າງຄຶກຄື້ນມ່ວຍຊື່ນ. ນັກຮົບ ຟ້າມກ໋ວກເຕື໋ອງ ຢູ່ເກາະດາເຫຼີນອາ ແບ່ງປັນວ່າ:

      “ບຸນເຕັດປີນີ້ຢູ່ກົມກອງ, ອ້າຍນ້ອງກໍໄດ້ເຕົ້າໂຮມກັນ ໂອ້ລົມ, ຂັບຮ້ອງ. ຄະນະບັນຊາການກໍ່ໄດ້ສ້າງເງື່ອນໄຂດີທີ່ສຸດ, ອັນໄດ້ເຮັດໃຫ້ພວກເຮົາຮູ້ສຶກວ່າຄືຢູ່ໃນຄອບຄົວຂອງຕົນ ເຄື່ອງຂອງບຸນເຕັດກໍ່ຄົບທຸກຢ່າງ”.

         ສ່ວນຢູ່ຕາແສງເກາະຊິງໂຕ່ນ ບັນຍາກາດບຸນເຕັດຢູ່ທີ່ນີ້ກໍ່ຄຶກຄື້ນມ່ວນຊື່ນກວ່າໝູ່ເມື່ອທຽບໃສ່ເກາະອື່ນໆ. ແຜ່ນຄຳຂວັນສີແດງດ້ວຍແຖວຕົວໜັງສືອວຍພອນປີໃໝ່ກໍ່ແຂວນຂຶ້ນຢູ່ຕາມສາຍທາງນ້ອຍ. ຕົ້ນເໝີຍ ກໍ່ໄດ້ຖືກວາງຢູ່ຫຼາຍບ່ອນຖືກແຊມດ້ວຍລະບົບດອກໄຟລະຍິບລະຍັບ. ຢູ່ຕາມເຮືອນຂອງປະຊາຊົນກໍ່ໄດ້ປະກົດມີໂຖດອກໄມ້, ໂຖຕົ້ນໝາກແປ້ນທີ່ຝາກມາຈາກດິນຕໍ່ແຜ່ນ. ຮ້ອຍເອກ ເຈິ່ນວັນເຢືອງ ຢູ່ເກາະຊິງໂຕນ ແບ່ງປັນວ່າ:

      “ນ້ຳໃຈຄວາມສາມັກຄີຜູກພັນກັນລະຫວ່າງກອງທັບ ແລະ ປະຊາຊົນກໍ່ໄດ້ເຮັດໃຫ້ເຮົາບັນເທົາຄວາມຄິດຮອດບ້ານ ຄິດຮອດດິນຕໍ່ແຜ່ນ. ຢູ່ນີ້ກໍ່ມີອ້າຍນ້ອງນັກຮົບ, ມີປະຊາຊົນ ໄດ້ພ້ອມກັນເຮັດເຂົ້າຕົ້ມ, ເຮັດຂອງກິນຢ່າງເບີກ ບານມ່ວນຊື່ນ ອັນໄດ້ເຮັດໃຫ້ບຸນເຕັດເພີ່ມຄວາມອົບອຸ່ນ”.

    ເພື່ອປະຕິບັດໜ້າທີ່ປົກປັກຮັກສາເຂດທະເລໝູ່ເກາະ, ເຖິງວ່າຈະມີຄວາມຄິດຮອດຄິດເຖິງບ້ານກໍ່ຕາມ ແຕ່ນ້ຳໃຈຄວາມຮັກແພງຂອງພະນັກງານນັກຮົບກໍ່ໄດ້ຊ່ວຍໃຫ້ຄອບຄົວອ້າຍ ຢວນເຖຫຽນ ຢູ່ເກາະຊິງໂຕນ ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ແລະ ປີໃດລາວກໍ່ໄດ້ຕ້ອນຮັບບຸນເຕັດຢູ່ເກາະ. ອ້າຍ ຢວ້ານເຖຫຽນ ໃຫ້ຮູ້ວ່າ:

     “ນ້ຳໃຈຄວາມຮັກແພງ ແລະ ຄວາມຜູກພັນລະຫວ່າງກອງທັບ ແລະ ປະຊາຊົນກໍ່ໄດ້ເຮັດໃຫ້ເຮົາບັນເທົາຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ, ຄິດຮອດຄິດເຖິງດິນຕໍ່ແຜ່ນ. ຢູ່ເກາະກໍ່ມີພະນັກງານ, ນັກຮົບພ້ອມກັບປະຊາຊົນໄດ້ພ້ອມກັນເຮັດເຂົ້າຕົ້ມ, ຂອງກິນ ຢ່າງມ່ວນຊື່ນທີ່ສຸດ”

       ຢູ່ເກາະເຈື່ອງຊາ ເມື່ອບຸນເຕັດວຽນມາກໍ່ລ້ວນແຕ່ຈັດຕັ້ງລາຍການສະແດງສິລະປະວັນນະຄະດີ ເພື່ອຕ້ອນຮັບປີໃໝ່ (ເທບ).

       ໃນທາມກາງສຽງຄື້ນກະທົບຝັ່ງ ສຽງລົມພັດກໍ່ແມ່ນສຽງຂັບຮ້ອງຂອງພະນັກງານນັກຮົບ ແລະ ປະຊາຊົນໄດ້ດັງກ້ອງກັງວານຂຶ້ນຢູ່ບໍລິເວນທະເລຕາເວັນອອກ. ເຖິງວ່າຍັງບໍ່ແມ່ນສຽງຮ້ອງຂອງນັກຮ້ອງອາຊີບກໍ່ຕາມ ແຕ່ກໍ່ແມ່ນຄວາມເບີກບານມ່ວນຊື່ນຕ້ອນຮັບປີໃໝ່ ແມ່ນນ້ຳໃຈຄວາມຮັກແພງລະຫວ່າງກອງທັບ ແລະ ປະຊາຊົນຢູ່ເມືອງເກາະ. ພັນຕີ ຕຽນກວາງສຶ ຜູ້ຮັບຜິດຊອບການເມືອງ ຢູ່ເກາະຟານວິງ ແບ່ງປັນວ່າ:

     “ຄ່ຳຄືນສະແດງສິລະປະວັນນະຄະດີ ພ້ອມກັບບັນດາການເຄື່ອນໄຫວວັດທະນະທຳ, ແຂ່ງຂັນກິລາໃນຊຸມວັນບຸນເຕັດ  ຈະເຮັດໃຫ້ຊີວິດວັດທະນະທຳ ແລະ ຈິດໃຈຂອງພະນັກງານນັກຮົບ ແລະ ປະຊາຊົນໃນເກາະ ນັບມື້ນັບອຸດົມສົມບູນຍິ່ງຂຶ້ນ. ພິເສດໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່   ກໍ່ຈະເປັນແຫຼ່ງກຳລັງຊ່ວຍໃຫ້ພວກຂ້າພະເຈົ້າເພີ່ມຄວາມຕັດສິນໃຈ ປົກປັກຮັກສາອະທິປະໄຕທີ່ສັກກາລະບູຊາຂອງປະເທດຊາດ”.

      ຢູ່ໝູ່ເກາະເຈື່ອງຊາ, ໃນຄ່ຳຄືນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ແລະ ໃນຕອນເຊົ້າວັນທີ 1 ຂອງບຸນເຕັດ, ບັນດາພະນັກງານນັກຮົບ ແລະ ປະຊາຊົນໃນເມືອງເກາະກໍ່ໄດ້ກະກຽມເຄື່ອງຂອງບູຊາເພື່ອໄປວັດ ຈູດທູບໄຕ້ທຽນບູຊາ. ພະອາຈານ ທິກເຕວ້ເຍິນ ເຈົ້າອະທິການວັດວັດວິງຟຸກ ເກາະຟານວິງແບ່ງປັນວ່າ:

     “ຕາມຮີດຄອງປະເພນີຂອງຊາດ ຫວຽດນາມ, ນັບແຕ່ໃດໆມາ, ແຕ່ລະປີເມື່ອບຸນເຕັດລະດູບານໃໝ່ວຽນມາ, ພະນັກງານນັກຮົບ ແລະ ປະຊາຊົນໃນເກາະຟານວິງ ຕ່າງກໍ່ໄປວັດ ໄຫວ້ບູຊາພະພຸດທະເຈົ້າເພື່ອຂໍໂຊກຂໍລາບ ຂໍຄວາມໂຊກດີ ແລະ ຫວັງວ່າດິນຟ້າອາກາດຈະເອື້ອອຳນວຍຄວາມສະດວກ ປະເທດຊາດມີສັນຕິພາບ ແລະ ພາວະນາໃຫ້ພະນັກງານນັກຮົບ ແລະ ປະຊາຊົນເມືອງເກາະເຮັດຫຼ້ອນໜ້າທີ່ຂອງຕົນ”.

     ສຽງລະຄັງໄດ້ດັງກ້ອງກັງວານຂຶ້ນໃນຍາມຕົ້ນປີປຽບເໝືອນສັນຍານປົ່ງບອກ ກ່ຽວກັບເມືອງເກາະເຈື່ອງຊາ ຈະໄດ້ຕ້ອນຮັບລະດູບານໃໝ່ທີ່ອົບອຸ່ນພ້ອມກັບປະເທດຊາດ. ເຖິງວ່າຢູ່ຫ່າງໄກຈາກດິນຕໍ່ແຜ່ນ ແລະ ປະສົບກັບຄວາມຫຍຸ້ງຍາກນາໆປະການກໍ່ຕາມ, ແຕ່ພະນັກງານັກຮົບ ແລະ ປະຊາຊົນເມືອງເກາະຍາມໃດກໍ່ສາມັກຄີພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົກປັກຮັກສາອຳນາດອະທິປະໄຕເຂດທະເລໝູ່ເກາະທີ່ສັກກາລະບູຊາຂອງປະເທດຊາດ. 

ຕອບກັບ