ບັນຍາກາດຟົດຟື້ນຂອງວຽກເຮັດງານທຳໃນຍາມບຸນເຕັດປີມະໂລງ 2024

Kim Dung - Vĩnh Phong
Chia sẻ
(VOVWORLD) -ຊ່ວງເວລາໃກ້ບຸນເຕັດ, ມີວິສາຫະກິດຫຼາຍແຫ່ງຢູ່ນະຄອນໂຮ່ຈີມິນ ມີຄວາມຕ້ອງການຮັບສະໝັກຄົນງານເປັນຈຳນວນຫຼວງຫຼາຍ. ນີ້ກໍແມ່ນໂອກາດເພື່ອເປີດກາລະໂອກາດໃຫ້ຄົນງານມີວຽກເຮັດງານທຳ, ໂດຍສະເພາະຜູ້ອອກແຮງງານຕາມລະດູການ, ເພື່ອມີລາຍຮັບເພີ່ມໃນໂອກາດບຸນເຕັດປີມະໂລງ.
ບັນຍາກາດຟົດຟື້ນຂອງວຽກເຮັດງານທຳໃນຍາມບຸນເຕັດປີມະໂລງ 2024  - ảnh 1ລູກຄ້າສັ່ງຊື້ເຄື່ອງບູຊາ ນັບມື້ນັບເພີ່ມຂຶ້ນໃນໂອກາດທ້າຍປີ, ວິສາຫະກິດຕ້ອງການຮັບສະໝັກຜູ້ສົ່ງສິນຄ້າເປັນຈຳນວນຫລາຍ. ພາບ: Kim Dung

ໃນບັນດາອາທິດສຸດທ້າຍຂອງປີ,ໂທລະສັບສາຍດ່ວນຂອງບໍລິສັດບໍລິການເຄື່ອງບູຊາຫວຽດ (ນະຄອນຖູດຶກ, ນະຄອນ ໂຮ່ຈີມິນ) ໄດ້ຮັບໃບສັ່ງຊື້ເຄື່ອງບູຊາໃນໂອກາດບຸນເຕັດປະເພນີແບບຄົບທຸກຊຸດຢ່າງຕໍ່ເນື່ອງ. ທ່ານເຈີ່ນກົງຈູງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫ້ຮູ້ວ່າ: ຈຳນວນໃບສັ່ງຊື້ນັບມື້ນັບເພີ່ມຂຶ້ນເມື່ອທຽບໃສ່ມື້ທຳມະດາ, ສະນັ້ນບໍລິສັດຕ້ອງການຮັບສະໝັກພະນັກງານຕື່ມອີກ 20 – 30 ຄົນ, ຄົນງານສາມາດມີລາຍໄດ້ແຕ່ 400.000– 500.000ດົ່ງ (20 -25/USD)/ໃນຕອນເຊົ້າ. ທ່ານເຈີ່ນກົງຈູງໃຫ້ຮູ້ວ່າ:

 “ຍ້ອນເປັນວຽກຊົ່ວຄາວຕາມລະດູການ, ສະນັ້ນພວກຂ້າພະເຈົ້າຍັງຕ້ອງອີງໃສ່ຈຳນວນໃບສັ່ງຊື້ເປັນສ່ວນຫຼາຍ, ແຕ່ໃນຊຸມມື້ທຳມະດາພວກຂ້າພະເຈົ້າຍາມໃດກໍ່ມີທິມງານເຮັດວຽກແບບນອກໂມງການເພື່ອໄປສົ່ງສິນຄ້າ. ສະນັ້ນ, ສຳລັບພວກເພື່ອນນຸ່ມຜູ້ທີ່ມີຈັນຍາບັນໃນການເຮັດວຽກດີແລະສາມາດເຮັດວຽກໄດ້ພາຍຫລັງບຸນເຕັດພວກຂ້າພະເຈົ້າຍັງສືບຕໍ່ຕ້ອງການເຂົາເຈົ້າເມື່ອມີໃບສັ່ງຊື້ສິນຄ້າພວກຂ້າພະເຈົ້າຍັງໃຫ້ບຸລິມະສິດແກ່ຜູ້ທີ່ສາມາດເຮັດວຽກງານໄດ້ດີເພື່ອສັບຊ້ອນ,ຈັດສົ່ງສິນຄ້າ.

ໃນຂະນະນັ້ນ, ຢູ່ໂຮງແຮມກຳມະບານແທງດາ (ເມືອງບິ່ງແທ້ງ), ໜ່ວຍງານພວມຮັບສະໝັກພະນັກງານຄື: ພະນັກງານຕ້ອນຮັບ, ພະນັກງານຫ້ອງການທຸລະກິດ, ພະນັກງານບັນຊີ, ປຸງແຕ່ງອາຫານ… ນອກນັ້ນ, ໃນຍາມບຸນເຕັດ, ໂຮງແຮມກຳມະບານແທງດາກໍ່ຍັງຕ້ອງການຊັບພະຍາກອນມະນຸດຈຳນວນຫຼາຍເພື່ອຮັບໃຊ້ເຮັດວຽກໃນຍາມບຸນເຕັດ.ທ່ານຟ້າມມິງເຕີນ, ຮອງຫົວຫນ້າຫ້ອງການຈັດຕັ້ງຮູ້ວ່າ:

ປະຈຸບັນ, ຕາມແຜນການຂອງລາຍການ "ບຸນເຕັດແຫ່ງຄວາມເຕົ້າໂຮມ"ຂອງສະຫະພັນແຮງງານນະຄອນໂຮ່ຈິມິນ,ພວກຂ້າພະເຈົ້າຈະໄປຫາບັນດາເມືອງໃນນະຄອນເພື່ອຮັບໃຊ້ກຳມະກອນຜູ້ທີ່ບໍ່ສາມາດກັບເມືອບ້ານຕ້ອນຮັບບຸນເຕັດ. ສະນັ້ນ, ໜ່ວຍງານຈຶ່ງຕ້ອງການຄົນງານເຮັດວຽກເພີ່ມຕາມລະດູການເປັນຈຳນວນຫຼາຍ, ສ່ວນຫລາຍແມ່ນພະນັກງານບໍລິການແລະພໍ່ຄົວ.

ບັນຍາກາດຟົດຟື້ນຂອງວຽກເຮັດງານທຳໃນຍາມບຸນເຕັດປີມະໂລງ 2024  - ảnh 2ຄວາມຕ້ອງການຈ້າງແມ່ບ້ານຕາມຊົ່ວໂມງກໍ່ເພີ່ມຂຶ້ນໃນຍາມບຸນເຕັດ. ພາບ:GuVi

ໃນຍາມບຸນເຕັດຄວາມຕ້ອງການຈ້າງແມ່ບ້ານຕາມຊົ່ວໂມງກໍ່ເພີ່ມຂຶ້ນ, ແຕ່ເຖິງຢ່າງໃດກໍຕາມການສະຫນອງຍັງຈໍາກັດສະນັ້ນຄ່າໃຊ້ຈ່າຍແຮງງານອາດຈະເພີ່ມຂຶ້ນທົບສອງເທົ່າໃນໂອກາດນີ້. ທ່ານຫງວຽນດິ່ງແທງດາດ, ຜູ້ອຳນວຍການຝ່າຍບໍລິຫານຂອງບໍລິສັດGuVi, ເຊິ່ງແມ່ນແອັບພະລິເຄຊັນຈ້າງແມ່ບ້ານຕາມຊົ່ວໂມງທີ່ມີຫລາຍຄົນນຳໃຊ້, ໃຫ້ຮູ້ວ່າ: ປະຈຸບັນ GuVi ຕ້ອງການຮັບສະໝັກພະນັກງານເພີ່ມຕື່ືມປະມານ 100 ຄົນຢູ່ 2 ນະຄອນໃຫຍ່, ນະຄອນໂຮ່ຈິມິນ ແລະຮ່າໂນ້ຍ. ທ່ານຫງວຽນດິ່ງແທ່ງດາດ ແບ່ງປັນວ່າ:

ປະຈຸບັນ, ລາຍຮັບຂອງຄົນງານແມ່ນປະມານ 8 12 ລ້ານ USD (410 520 USD)/ເດືອນ. ແຕ່ຊຸມມື້ໃກ້ບຸນເຕັດ, ບໍລິສັດຈະເພີ່ມລາຍຮັບໃຫ້ແກ່ຄົນງານປະມານ 20%, ສຳລັບຊຸມື້ໃນບຸນເຕັດທາງບໍລິສັດຈະເພີ່ມລາຍຮັບໃຫ້ຄົນງານຂຶ້ນເປັນ 100% ເມື່ອທຽບກັບມື້ທຳມະດາ. ຖ້າຫາກຄົນງານເຮັດວຽກຈົນໝົດເດືອນ, ເວລານັ້ນຈະໄດ້ຮັບເງິນໂບນັດຕື່ມອີກ.

ເພື່ອຕອບສະໜອງຄວາມຕ້ອງການຊື້ສິນຄ້າຂອງປະຊາຊົນໃນໂອກາດທ້າຍປີ ແລະວາງແຜນຈະເປີດສະຖານທີ່ດຳເນີນທຸລະກິດໃໝ່ນັ້ນ, ໄດ້ມີລະບົບຂາຍຍ່ອຍຫຼາຍແຫ່ງຢູ່ນະຄອນໂຮ່ຈິມິນ ເຊັ່ນ: Saigon Co.op, MM Mega Market, AEON Mall, Lottemart, Winmart... ພວມຕັ້ງຫນ້າຮັບສະໝັກຄົນງານເຮັດວຽກເພີ່ມຕາມລະດູການໃນຊຸມເດືອນທ້າຍຂອງປີ.

ຕົວຢ່າງ: ບໍລິສັດ Saigon Co.op ຮັບພະນັກງານແຕ່ 1.000-2.000 ຄົນ, ບໍລິສັດຫຸ້ນສ່ວນສູນການຄ້າ Lotte ຫວຽດນາມຕ້ອງການຮັບພະນັກງານເຮັດວຽກເພີ່ມຕາມລະດູການປະມານ1.000 ຄົນ. ເພື່ອດຶງດູດພະນັກງານເຮັດວຽກແບບນອກໂມງການໃນຍາມບຸນເຕັດ, ກຸ່ມບໍລິສັດຂາຍຍ່ອຍ AEON ຫວຽດນາມໄດ້ມີລະບອບບຸລິມະສິດເງິນເດືອນ.ນາງເລທິກ່ຽວລວານ, ນັກສຶກສາຢູ່ມະຫາວິທະຍາໄລສາກົນນະຄອນໂຮ່ຈິມິນພວມຊອກຫາວຽກງານເຮັດວຽກເພີ່ມຕາມລະດູການ, ແບ່ງປັນວ່າ:

 “ສໍາລັບນ້ອງແລ້ວພຽງຕ້ອງການວຽກທີ່ມີເວລາເໝາະສົມທີ່ທັງໄປເຮັດວຽກທັງໄປໂຮງຮຽນໄດ້ຕົວຢ່າງ, ໃນຂະແຫນງດຽວກັນທີ່ນ້ອງກຳລັງຮຽນແມ່ນການຄຸ້ມຄອງຮ້ານອາຫານແລະໂຮງແຮມ. ຫຼືຖ້າເປັນໄປໄດ້, ນ້ອງຈະຊອກຮູ້ບັນດາຂະແຫນງອາຊີບໃຫມ່ເພື່ອທາບທາມຕື່ມອີກ.

ຕາມສູນຄາດຄະເນຄວາມຕ້ອງການແຫຼ່ງຊັບພະຍາກອນມະນຸດ ແລະຕະຫຼາດແຮງງານນະຄອນ ໂຮ່ຈີມິນແລ້ວ, ໃນຍາມບຸນເຕັດທາງນະຄອນຕ້ອງການແຮງງານປະມານ 74.000-86.500 ຄົນ; ໃນນັ້ນ, ໝວດຂະແຫນງການບໍລິການກວມເອົາສ່ວນໃຫຍ່. ກ່ອນບຸນເຕັດ, ນະຄອນຕ້ອງການປະມານ 25,000-29,000 ຕຳແໜ່ງວຽກງານ. ໂດຍສະເພາະແມ່ນຄວາມຕ້ອງການຄົນງານເຮັດວຽກເພີ່ມຕາມລະດູການ ແລະ ນອກໂມງການເປັນຈຳນວນຫຼວງຫຼາຍ ແລະສຸມໃສ່ບັນດາຕຳແໜ່ງເຊັ່ນ: ພະນັກງານຜະລິດ, ພະນັກງານຂາຍສິນຄ້າ, ພະນັກງານທຸລະກິດ, ພະນັກງານຈັດສົ່ງເຄື່ອງ, ພະນັກງານຫຸ້ມຫໍ່, ພະນັກງານບໍລິການ. ຄວາມຟົດຟື້ນຂອງຕະຫຼາດແຮງງານດ້ານການບໍລິການສະແດງໃຫ້ເຫັນວ່າ ເສດຖະກິດນະຄອນໂຮ່ຈິມິນພວມຟື້ນຟູຢ່າງແຮງ, ພ້ອມທັງເປັນສັນຍານຊີ້ໃຫ້ເຫັນບຸນເຕັດທີ່ອີ່ມໜຳສຳລານ ສົມບູນພູນສຸກມາໃຫ້ປະຊາຊົນຢູ່ທີ່ນີ້.

ຕອບກັບ