ນຳເອົາຄວາມຮັກແພງຈາກເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ ແລະ ເຮືອນຍາມ DK1

Thu Hoa
Chia sẻ

(VOVWORLD) -ນຳເອົາຄວາມຮັກແພງຈາກເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ ແລະ ເຮືອຍາມ DK1 ແມ່ນສິ່ງທີ່ບັນດາພະນັກງານ, ລັດຖະກອນ ຂະແຫນງກາເມືອງພາຍໃນພັກທົ່ວປະເທດ ປະຕິບັດໃນການໄປເຮັດວຽກຢູ່ ໝູ່ເກເຈື່ອງຊາ ໃນຊຸມມື້ຂອງເດືອນ ເມສາ ຜ່ານມາ. ໃນຄັ້ງທຳອິດທີ່ໄປເຖິງເຂດໝູ່ເກາະສັກກະລະບູຊາຂອງປະເທດຊາດ, ພະນັກງານ, ລັດຖະກອນ ຂະແຫນງການເມືອງພາຍໃນ ໄດ້ແບ່ງປັນຫລາຍຄຸນຄ່າດ້ານວັດຖຸ ແລະ ຈິດໃຈຕໍ່ກັບກອງທັບ ແລະ ຊາຊົນຢູ່ ໝູ່ເກາະ ເຈື່ອງຊາ, ເຮືອນຍາມ DK1 ກໍ່ຄືພະນັກງານ, ນັກຮົບ ທະຫານເຮືອປະຊາຊົນຫວຽດນາມ ເຂດ 4. ວິວັດການເຊື່ອມຕໍ່ຄວາມຮັກແພງນີ້ ຍັງຄົງສືບຕໍ່ແຜ່ຂະຫຍາຍເມື່ອພະນັກງານ, ລັດຖະກອນຂະແຫນງການເມືອງພາຍໃນກັບຄືນສູ່ເຂດດິນຕໍ່ແຜ່ນ.

ນຳເອົາຄວາມຮັກແພງຈາກເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ ແລະ ເຮືອນຍາມ DK1 - ảnh 1. ທ່ານ ຫງວຽນທາຍຫອກ ຮອງຫົວຫນ້າຄະນະການເມືອງພາຍໃນ ສູນກາງ ໂອ້ລົມກັບເດັກນ້ອຍຢູ່ເກາະ ຊອງຕີ໋ໄຕ. ພາບ: Thu Hoa

ເມື່ອໄປຢ້ຽມຢາມບັນດາເກາະໃນກາງເດືອນ ເມສາ ຜ່ານມາ, ຄະນະປະຕິບັດງານເລກທີ 3, ໃນນັ້ນ ມີ ພະນັກງານ, ລັດຖະກອນຂະແຫນງການເມືອງພາຍໃນ ຫວຽດນາມ 85 ຄົນ ໄດ້ສະຫງວນເວລາຫລາຍສຸດ ເພື່ອສາມາດລະຫລິ້ນນຳເດັກນ້ອຍຢູ່ ເກາະ ຊອງຕື໋ໄຕ ເຂົ້າຮ່ວມການສະແດງສິລະປະຮັບໃຊ້ບັນດານັກຮົບຢູ່ ເກາະ ດາດົງອາ, ຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈບັນດາຄອບຄົວ, ໄປຢ້ຽມຢາມຄູອາຈານ ແລະ ນັກຮຽນ ຢູ່ເກາະ ຊິງຕົນ, ເຈື່ອງຊາ…

ການແບ່ງປັນ, ໃຫ້ກຳລັງໃຈອັນໃຫຍ່ຫລວງທີ່ສຸດແກ່ພະນັກງານ, ນັກຮົບ ແລະ ປະຊາຊົນ ໃນການໄປປະຕິບັດງານຢູ່ ເຈື່ອງຊາ ແລະ ເຮືອນຍາມ DK1 ນັ້ນ ແມ່ນເລື່ອງຄະນະໄດ້ມອບປື້ມ “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປ້ອງກັນ ຕ້ານການສໍ້ລາດບັງຫລວງ, ປະກົດການຫຍໍ້ທໍ້, ປະກອບສ່ວນກໍ່ສ້າງພັກ ແລະ ລັດ  ໃຫ້ນັບມື້ນັບປອດໃສໝັ້ນຄົງເຂັ້ມແຂງ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ນີ້ແມ່ນຂອງຂວັນດ້ານຈິດໃຈອັນລ້ຳຄ່າ ຊື່ງທ່ານເລຂາທິການໃຫຍ່ ສະຫງວນໃຫ້ແກ່ ພະນັກງານ, ນັກຮົບ ແລະ ປະຊາຊົນ ຢູ່ ໝູ່ເກາະ ເຈື່ອງຊາ ແລະ ເຮືອນຍາມ DK1. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຂຽນໃນປື້ມທີ່ມອບໃຫ້ພະນັກງານ, ນັກຮົບ:

 “ເນື່ອງໃນໂອກາດຄະນະປະຕິບັດງານຂະແຫນງການເມືອງພາຍໃນ ພັກ ໄປຢ້ຽມຢາມ ເຈື່ອງຊາ, ຂ້າພະເຈົ້າຂໍສົ່ງຄຳຢື້ຢາມຖາມຂ່າວ, ຄຳອວຍພອນອັນດີງາມທີ່ສຸດໄປຍັງພະນັກງານ, ນັກຮົບເຮືອນຍາມ DK1, ທະຫານເຮືອເຂດ 2. ຂໍອວພອນໃຫ້ພວກສະຫາຍ ຍາມໃດກໍ່ມີສຸຂະພາບແຂງແຮງ, ປົກປັກຮັກສາອະທິໄຕເຂດທະເລໝູ່ເກາະແຫ່ງສັກກະລະບູຊາຂອງເທດ ຫວຽດນາມ ຢ່າງຄົບຖ້ວນ.

ນຳເອົາຄວາມຮັກແພງຈາກເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ ແລະ ເຮືອນຍາມ DK1 - ảnh 2ປູູກຕົ້ນໄມ້ຢູ່ ເກາະ ຊິງຕົນ. ພາບ: Thu Hoa

          ພ້ອມກັບຄຸນຄ່າດ້ານຈິດໃຈ, ຄະນະພະນັກງານ, ລັດຖະກອນຂະແຫນງການເມືອງພາຍໃນ ພັກ ແລະ ຄະນະປະຕິບັດງານເລກທີ 3 ໄດ້ມອບຂອງຂວັນອັນແທດຈິງທີ່ມີຄວາມໝາຍຄື: ອຸປະກອນການແພດ, ເຄື່ອງກັ່ນຕອງນ້ຳ, ຕູ້ເຢັນ, ໂທລະທັດ, ລົດຖີບ, ເຄື່ອງໃຊ້ທີ່ຈຳເປັນຈຳນວນຫນຶ່ງ ແລະ ທຶນການສຶກສາ... ລວມມູນຄ່າ 4,3 ຕື້ດົ້ງ ໃຫ້ແກ່ທະຫານ ແລະ ປະຊາຊົນຢູ່ບັນດາເກາະ. ອ້າຍ ເຈືອງດຽບຮຸ່ງ ຢູ່ເກາະ ຊິງຕົນໃຫ້ຮູ້ວ່າ:

 “ແຕ່ລະຄັ້ງເມື່ອມີຄະນະປະຕິບັດງານມາຢ້ຽມຢາມ ພວກຂ້າພະເຈົ້າຮູ້ສຶກດີໃຈ ແລະ ຕື້ນຕັນໃຈຫລາຍ ຍ້ອນໄດ້ມີພະນັກງານມາຢື້ຢາມຖາມຂ່າວ, ໃຫ້ກຳລັງໃຈເພື່ອສືບຕໍ່ພະຍາຍາມປະຕິບັດວຽກງານຢູ່ເຂດທະເລໝູ່ເກາະ. ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫລາຍ ແລະ ຂໍສົ່ງຂໍ້ຄວາມເຖິງພໍ່ແມ່ພີ່ນ້ອງປະຊາຊົນຢູ່ເຂດດິນຕໍ່ແຜ່ນວ່າ ຈົ່ງອຸ່ນອຽນໃຈ ເພາະຢູ່ນີ້ມີທະຫານ ແລະ ປະຊາຊົນ ພວມປະຕິບັດວຽກງານປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນຕະຫລອດທັງເວັນ ແລະ ຄືນແລ້ວ.

ນຳເອົາຄວາມຮັກແພງຈາກເຂດດິນຕໍ່ແຜ່ນມາໃຫ້ ເຈື່ອງຊາ ແລະ ເຮືອນຍາມ DK1 - ảnh 3ຄະນະໂອ້ລົມກັບພະນັກງານນັກຮົບຢູ່ ເກາະ ເຈື່ອງຊາ. ພາບ:Thu Hoa

ການເດີນທາງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ກຳລັງໃຈ, ແບ່ງກັນກັບພະນັກງານ ນັກຮົບ ປະຊາຊົນ ຢູ່ ໝູ່ເກາະ ເຈື່ອງຊາ, ເຮືອນຍາມ DK1 ໄດ້ສ້າງຄວາມຮູ້ສຶກປະທັບໃຈໃຫ້ແກ່ສະມາຊິກແຕ່ລະຄົນໃນຄະນະ. ທ່ານ ຫງວຽນທາຍຫອກ ຮອງຫົວຫນ້າຄະນະການເມືອງພາຍໃນ ສູນກາງ ຊີ້ແຈ້ງວ່າ:

ພະນັກງານ, ນັກຮົບ, ປະຊາຊົນ ແຕ່ລະຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ເກາະ ແມ່ນການເສຍສະຫລະເພື່ອໃຫ້ເຂົາເຈົ້າກາຍເປັນຫລັກໝາຍນຶ່ງອະທິປະໄຕຢູ່ເຂດທະເລໝູ່ເກາະ ເພື່ອປະຕິບັດນ້າທີ່ຕົ້ນຕໍແມ່ນປົກປັກຮັກສາເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນທັງເວັນ ແລະ ຄືນ. ສະນັ້ນ ນ້າທີ່ຄວາມຮັບຜິດຊອບຂອງຜູ້ຢູ່ເຂດດິນຕໍ່ແຜ່ນ ແມ່ນຕ້ອງມຸ່ງນ້າໄປຫາທະເລໝູ່ເກາະ, ເຮັດແນວໃດໃຫ້ມີວຽກງານທີ່ແທດຈິງ, ມີຄວາມໝາຍ ເພື່ອເພີ່ມກຳລັງນູນ, ກຳລັງແຮງໃຫ້ພະນັກງານ ທະຫານ ແລະ ປະຊາຊົນ ຢູ່ເກາະປະຕິບັດສຳເລັດນ້າທີ່ຂອງຕົນ.

ການໄປຢ້ຽມຢາມໄດ້ເຊື່ອມຕໍ່ຫົວໃຈ, ເພີ່ມຄວາມຮັກແພງ ຄວາມເຊື່ອໝັ້ນ ແລະ ເຈດຈຳນົງຂອງພະນັກງານ, ນັກຮົບ ແລະ ປະຊາຊົນ ທີ່ພວມປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ການໄປປະຕິບັດງານຄັ້ງນີ້ ກໍ່ເປີດອອກຫລາຍການເຊື່ອມຕໍ່ລະຫວ່າງເຂດດິນຕໍ່ແຜ່ນກັບທະເລໝູ່ເກາະ, ລະຫວ່າງ ພະນັກງານ ລັດຖະກອນຂະແຫນງການເມືອງພາຍໃນ ກັບທະຫານປະຊາຊົນຢູ່ໝູ່ເກາະເຈື່ອງຊາ ໃນອະນາຄົດ.

ຕອບກັບ