ນະ​ຄອນ ໂຮ່​ຈ​ີ​ມິນ ໝູນ​ໃຊ້​ການ​ຫັນ​ເປັນ​ດິ​ຈີ​ຕອນ ໃນ​ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ

Chia sẻ
(VOVWORLD) - ໂດຍປະຕິບັດແຜນຮ່າງຫັນເປັນດີຈີຕອນຢ່າງແຮງຂອງລັດຖະບານ, ປີນີ້, ນະຄອນໂຮ່ຈີມິນ ວາງຄາດໝາຍເລີ່ມເຄື່ອນໄຫວ 2 ກິດຈະກຳຈຸດສຸມໃນການຫັນເປັນດິຈີຕອນຂອງຂະແໜງສາທາລະນະສຸກນະຄອນ ນັ້ນແມ່ນ: ສ້າງເອກະສານບັນທຶກສຸຂະພາບເອເລັກໂຕນິກ ໃຫ້ແກ່ປະຊາຊົນ ແລະ ສ້າງສາງຖານຂໍ້ມູນຮ່ວມໃຫ້ແກ່ຂະແໜງສາທາລະນະສຸກ. ມີຫຼາຍໆຮູບແບບ ແລະ ຈຸດເດັ່ນໃນການຫັນເປັນດິຈີຕອນໃນຂົງເຂດນີ້ ໄດ້ ແລະ ພວມນໍາເອົາຜົນປະໂຫຍດມາສູ່ປະຊາຊົນ.

ນະ​ຄອນ ໂຮ່​ຈ​ີ​ມິນ ໝູນ​ໃຊ້​ການ​ຫັນ​ເປັນ​ດິ​ຈີ​ຕອນ ໃນ​ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ - ảnh 1ປະຊາຊົນມີຄວາມສະດວກເມື່ອມາປິ່ນປົວຢູ່ໂຮງໝໍ
 ນາງ ຫງວຽນທິບິກທູ, ເມືອງ ກໍ່ເວີບ, ນະຄອນ ໂຮ່ຈີມິນ ໄດ້ມາກວດພະຍາດຢູ່ໂຮງໝໍປະຊາຊົນ ຢາດິ້ງ, ໂດຍໄດ້ຮັບການແນະນຳຈາກພະນັກງານແພດໝໍເພື່ອສະແກນລາຍນີ້ວມື, ລົງທະບຽນດ້ວຍ kios, ກວດກາຂໍ້ມູນສ່ວນຕົວ ແລະ ບັດປະກັນສຸຂະພາບ.  ຫລັງຈາກນັ້ນ ນາງທູ ໄດ້ເລືອກເອົາພະແນກສະເພາະທາງ, ເລືອກຫ້ອງກວດ ແລະ ຮັບເລກລຳດັບຄິວ. ທຸກຂັ້ນຕອນແມ່ນເຮັດງ່າຍດາຍ ແລະ ໄວ, ສະນັ້ນ ນາງທູ ຮູ້ສຶກເພິ່ງພໍໃຈຫຼາຍ. ນາງ ຫງວຽນທິບິກທູ ແບ່ງປັນວ່າ:

 “ປັດຈຸບັນ ຂ້າພະເຈົ້າເຫັນວ່າໂຮງຫມໍໃຫ້ສະແກນລາຍນິ້ວມື, ສະນັ້ນ ຂັ້ນຕອນເຮັດລະບຽບການແມ່ນໄວກວ່າ ແລະ ສະດວກກວ່າ. ຂ້າພະເຈົ້າບໍ່ຈໍາເປັນຕ້ອງລໍຖ້າຢູ່ບ່ອນຕ້ອນຮັບຄົນເຈັບດົນອີກ. ຄຽງຂ້າງນັ້ນ ຂ້າພະເຈົ້າກໍ່ສາມາດເຮັດເອງໄດ້ເພາະວ່າມີຜູ້ໃຫ້ຄໍາແນະນໍາແລ້ວ”.

ທ່ານໝໍ ຫງວຽນທິໝີລິງ, ຫົວໜ້າພະແນກກວດພະຍາດ, ໂຮງໝໍປະຊາຊົນ ຢາດິ້ງ ໃຫ້ຮູ້ວ່າ: ມາຮອດປະຈຸບັນ, ມີປະມານ 20.000 ຄົນໄດ້ລົງທະບຽນກວດ ແລະ ປິ່ນປົວສຸຂະພາບ ຕາມຮູບການປະກັນສຸຂະພາບໂດຍໃຊ້ລາຍນິ້ວມື.

 “ການຜັນຂະຫຍາຍຂັ້ນຕອນຮັບຄົນເຈັບຜ່ານການສະແກນລາຍນິ້ວມືດ້ວຍ kios ອັດສະລິຍະ ເຮັດໃຫ້ຄົນເຈັບມີຄວາມເພິ່ງພໍໃຈຫລາຍຂຶ້ນຢ່າງຫຼວງຫຼາຍ. ພ້ອມກັນນັ້ນ, ຍັງຮັບປະກັນການປິ່ນປົວທີ່ຖືກຕ້ອງໃຫ້ແກ່ຄົນເຈັບ, ຮັບປະກັນທຸກສິດຜົນປະໂຫຍດຂອງຄົນເຈັບໃນການກວດກາພະຍາດຕາມຮູບການປະກັນສຸຂະພາບ, ຫຼີກລ່ຽງການໃຊ້ບັດປະກັນສຸຂະພາບທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ”.

ນະ​ຄອນ ໂຮ່​ຈ​ີ​ມິນ ໝູນ​ໃຊ້​ການ​ຫັນ​ເປັນ​ດິ​ຈີ​ຕອນ ໃນ​ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ - ảnh 2ທ່ານໝໍນຳໃຊ້ເຕັກໂນໂລຢີດີຈີຕອນເຂົ້າໃນການປິນປົວພະຍາດ

ຢູ່ໂຮງໝໍມະເຮັງເລກ 2 ນະຄອນ ໂຮ່ຈີມິນ, ວຽກງານຫັນເປັນດີຈີຕອນ ແລະ ໝູນໃຊ້ເຕັກໂນໂລຊີເຂົ້າໃນການກວດ ແລະ ປິ່ນປົວພະຍາດ ໄດ້ຜັນຂະຫຍາຍມາແຕ່ເດືອນເມສາ ປີນີ້. ມາຮອດປະຈຸບັນ, ໂຮງໝໍໄດ້ສຳເລັດລະບົບບັນທຶກສຸຂະພາບເອເລັກໂຕຼນິກ, ເຊື່ອມຕໍ່ຜົນການວິເຄາະພະຍາດຂອງຄົນເຈັບ. ປະຈຸບັນ, ໂຮງໝໍໄດ້ຮັບຈຳນວນຄົນເຈັບ 75-80% ແມ່ນມາຈາກບັນດາແຂວງ, ນະຄອນໃກ້ຄຽງ, ແລະ 20-25% ແມ່ນຊາວນະຄອນໂຮ່ຈິມິນ.

ສ່ວນຢູ່ໂຮງໝໍຕາ ນະຄອນໂຮ່ຈິມິນ, ປີກາຍນີ້, ເປັນຄັ້ງທຳອິດ, ໂຮງໝໍດັ່ງກ່າວໄດ້ໝູນໃຊ້ມາດຕະການປັນຍາປະດິດ (AI) ເຂົ້າໃນການປະຕິບັດຕົວຈິງຂອງຂະແໜງພະຍາດຕາ ຫວຽດນາມ. ຕາມທ່ານໝໍ ເລແອງຕວນ, ຜູ້ອຳນວຍການໂຮງໝໍຕາ ນະຄອນໂຮ່ຈີມິນ ແລ້ວ, ມີບັນດາໝາກຜົນໃນເບື້ອງຕົ້ນຄືແນວນັ້ນແມ່ນຍ້ອນວ່າໂຮງໝໍມີຂັ້ນຕອນການລົງທຶນພາກລັດກ່ຽວກັບຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນປ່ຽນດີຈີຕອນໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມໃນແຜນການເຄື່ອນໄຫວປະຈຳປີຂອງໂຮງໝໍ, ສ້າງແຫລ່ງກຳລັງເພື່ອປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງໂຮງຫມໍ:

 “ປັດໄຈທໍາອິດແມ່ນເລີ່ມມາຈາກມະນຸດ. ຖ້າຕ້ອງການຫັນເປັນດິຈິຕອນໄດ້ເປັນດີ, ແມ່ນຈະຕ້ອງມີມະນຸດດິຈິຕອນ. ປັດໄຈສຳຄັນທີສອງແມ່ນພວກເຮົາຕ້ອງມີຍຸດທະສາດ ແລະ ແຜນການປະຕິບັດການຫັນປ່ຽນດິຈີຕອນຢ່າງມີແບບມີແຜນ, ວິທະຍາສາດ ແລະ ຍາວໄກ. ດັ່ງນັ້ນ, ໂຮງໝໍຈຶ່ງເລີ່ມຕົ້ນແຕ່ຂັ້ນຕອນການອອກແບບລະບົບເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຮັບໃຊ້ການຫັນເປັນດີຈີຕອນ”. 

ອາດເຫັນໄດ້ວ່າ ການຫັນເປັນດີຈີຕອນ ແລະ ການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນການຄຸ້ມຄອງ, ບໍລິຫານ ແລະ ການບໍລິການຮັບໃຊ້ຄົນເຈັບ ໄດ້ປະກອບສ່ວນເຂົ້າໃນການປັບປຸງໂສມໜ້າຂອງການກວດປິ່ນປົວພະຍາດຢູ່ນະຄອນ ໂຮ່ຈີມິນ . ປະຈຸບັນ, ຂະແໜງສາທາລະນະສຸກ ນະຄອນ ພວມສືບຕໍ່ມຸ່ງໄປເຖິງການກໍ່ສ້າງ ແລະ ປັບປຸງໂຮງໝໍອັດສະລິຍະໃຫ້ສຳເລັດ, ຍົກສູງປະສິດທິຜົນການດູແລສຸຂະພາບ ແລະ ປິ່ນປົວພະຍາດໃຫ້ປະຊາຊົນ./.

ຕອບກັບ