ນິງທ້ວນ ພັດທະນາແນວພັນອະງຸ່ນຊະນິດໃຫມ່ NH04-102

Thanh Ha-Vinh Phong
Chia sẻ

(VOVWORLD) -ນິງທ້ວນແມ່ນທ້ອງຖິ່ນທີ່ມີເນື້ອທີ່ປູກອະງຸ່ນໃຫຍ່ທີ່ສຸດຂອງຫວຽດນາມ, ເພື່ອແກ້ງແຍ່ງກັບໝາກອະງຸ່ນນຳເຂົ້າຈາກຕ່າງປະເທດ ແລະ ມຸ່ງໄປເຖິງການສົ່ງອອກ, ບັນດານັກວິທະຍາສາດຢູ່ທ້ອງຖິ່ນໄດ້ ແລະ ພວມປະສົມ ແລະ ຜະລິດແນວພັນໃຫມ່ຫຼາຍຊະນິດ, ໃນນັ້ນ ມີແນວພັນອະງຸ່ນດໍາທີ່ບໍ່ມີແກ່ນ NH04-102. ແນວພັນອະງຸ່ນນີ້ເໝາະສົມກັບດິນຫລາຍຊະນິດ ພິເສດລາຄາແມ່ນສູງກວ່າ 4 ຫາ 5 ເທົ່າເມື່ອທຽບໃສ່ແນວພັນທີ່ມີຢູ່.

ນິງທ້ວນ ພັດທະນາແນວພັນອະງຸ່ນຊະນິດໃຫມ່ NH04-102 - ảnh 1ອ້າຍຫງວຽນດີງ ປູກອະງຸ່ນແນວພັນ NH04-102 ສຳເລັດຜົນ. ພາບ:baodantoc.vn

ຢູ່ສວນອະງຸ່ນNH04-102 ຂອງຄອບຄົວອ້າຍຫງວຽນດີງຈິຢູ່ບ້ານດັກເຍີນຕາແສງເຍີນເຊີນເມືອງນິງເຊີນແຂວງນິງທ້ວນ, ພາຍຫລັງບົວລະບັດພຽງກວ່າ 4 ເດືອນ, ສວນອະງຸ່ນແນວພັນໃຫມ່ໄດ້ຮອດຍາມເກັບກູ້. ອ້າຍຫງວຽນດີງຈິໃຫ້ຮູ້ວ່າ:

 “ເມື່ອຕົ້ນໄມ້ແກ່ ຂ້າພະເຈົ້າຕັດງ່າອອກເພື່ອໃຫ້ມັນອອກດອກ, ເກີດໝາກ. ສະຖາບັນຄົ້ນຄ້ວາຝ້າຍ ແລະ ພັດທະນາກະສິກຳ ຍາໂຮ່ ໄດ້ຈັດສົ່ງພະນັກງານລົງໄປແນະນຳ ແລະ ຂ້າພະເຈົ້າໄດ້ປະຕິບັດຕາມ. ມາຮອດປະຈຸບັນ ແມ່ນໄດ້ປະສົບຜົນສຳເລັດ.

ແນວພັນໝາກອະງຸ່ນສົດບໍ່ມີແກ່ນ NH04-102 ໂດຍສະຖາບັນຄົ້ນຄ້ວາຝ້າຍ ແລະ ພັດທະນາກະສິກຳ ຍາໂຮ່ (ຂຶ້ນກັບສະຖາບັນວິທະຍາສາດກະສິກຳຫວຽດນາມ) ປະສົມແນວພັນຢ່າງສຳເລັດຜົນໃນປີກາຍ. ວິວັດການປູກທົດລອງຢູ່ 3 ເມືອງຄື: ນິງເຊີນ, ນິງເຟືອກ, ນິງຫາຍ ແລະ ນະຄອນ ຟານຣາງ - ທາບຈາມລ້ວນແຕ່ໃຫ້ໝາກຜົນລວມແມ່ນ ໝາກອະງຸ່ນນິ້ວມືດຳ ເໝາະສົມກັບດິນຫລາຍຊະນິດ, ສາມາດທົນທານຕໍ່ສັດຕູພືດໄດ້ດີ, ອັດຕາສ່ວນໃຫ້ໝາກສູງ.ທ່ານປອ ຟານກົງກຽນ, ຫົວຫນ້າສະຖາບັນຄົ້ນຄ້ວາຝ້າຍ ແລະ ພັດທະນາກະສິກຳ ຍາໂຮ່ ໃຫ້ຮູ້ວ່າ:

“ຄຸນນະພາບຂອງແນວພັນອະງຸ່ນນີ້ຍາມໃດກໍ່ຢູ່ໃນລະດັບສູງ. ຄວາມຫວານ(Brix) ແມ່ນແຕ່ລະດັບ 16-18. ໃນເງື່ອນໄຂບົວລະບັດດີຫລືລົດຊາດອະງຸ່ນແທ້ອາດຈະບັນລຸລະດັບກວ່າ 20”.

ປະຈຸບັນຢູ່ແຂວງນິງທ້ວນ,ສວນອະງຸ່ນແນວພັນໃໝ່ NH04-102ພວມດຶງດູດນັກທ່ອງທ່ຽວແລະມີຊາວກະສິກອນຫຼາຍຄົນມາຊອກຮູ້, ຖອດຖອນບົດຮຽນຈາກປະສົບການປູກອະງຸ່ນຊະນິດນີ້. ນາງຫງວຽນທິລຽນນັກທ່ອງທ່ຽວແຂວງກວາງຈີ້ແບ່ງປັນ:

 “ໝາກອະງຸ່ນແນວພັນNH04-102 ແມ່ນມີຄວາມແຕກຕ່າງກັບໝາກອະງຸ່ນຊະນິດອື່ນໃນສວນ. ຂ້າພະເຈົ້າມັກກິນໝາກອະງຸ່ນແນວພັນນີ້ ເພາະມັນຫວານຫຼາຍ. ບັນດານັກວິທະຍາສາດຄົ້ນຄວ້າແນວພັນອະງຸ່ນດັ່ງກ່າວເຮັດໃຫ້ພວກເຮົາມີປະທັບໃຈຫຼາຍແລະ ນັບຖືທີ່ສຸດ.

ອ້າຍ ຫງວຽນດີງຕວັດ, ຜູ້ປູກອະງຸ່ນຢູ່ ຕາແສງ ເຍີນເຊີນ ເມືອງ ນິງເຊີນ ແຂວງ ນິງທ້ວນໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄປຢ້ຽມຢາມ ແລະ ຮູ້ສຶກວ່າ ມັກແນວພັນອະງຸ່ນ NH04-102 ທີ່ສຸດ. ແນວພັນອະງຸ່ນຊະນິດໃຫມ່ນີ້ມີຄວາມດູດດື່ມທີ່ສຸດ ແລະ ພວກຂ້າພະເຈົ້າຜູ້ໃດກໍ່ຢາກລົງທຶນ ແລະ ຊື້ແນວພັນມາປູກ.

ນິງທ້ວນ ພັດທະນາແນວພັນອະງຸ່ນຊະນິດໃຫມ່ NH04-102 - ảnh 2ນັກທ່ອງທ່ຽວມາຢ້ຽມຊົມສວຍອະງຸ່ນຂອງຄອບຄົວອ້າຍຈີ. ພາບ:baodantoc.vn

ໝາກອະງຸ່ນນິ້ວມືດຳມີຜົນຜະລິດສະເລ່ຍແຕ່ 18 – 22 ໂຕນ/ 1 ເຮັກຕາແລະໃນເງື່ອນໄຂເໝາະສົມສາມາດໃຫ້ຜົນຜະລິດໄດ້ເຖິງ 20 – 25 ໂຕນ/ 1 ເຮັກຕາ, ປີຫນຶ່ງຈະໃຫ້ໝາກເປັນ 2 ລະດູ. ຄຽງຄູ່ກັນນັ້ນ, ດ້ວຍລາຄາຂາຍຢູ່ສວນແມ່ນແຕ່ 10 – 12 USD/1 ກິໂລ (200.000 – 230.000 ດົ່ງ/1 ກິໂລ), ຊາວກະສິກອນສາມາດສ້າງລາຍຮັບໄດ້ກວ່າ 4 ຕື້ດົ່ງ (170.000 USD)/1 ເຮັກຕາ/ປີ. ທ່ານເຈີ່ນກວກນາມປະທານຄະນະກຳມະການປະຊາຊົນແຂວງນິງທ້ວນ ໃຫ້ຮູ້ວ່າ:

 “ແຂວງນິງທ້ວນຕັດສິນໃຈກໍ່ສ້າງແລະປູກໄດ້ຕົ້ນອະງຸ່ນແລະຮັບປະກັນຄຸນນະພາບສູງສຸດ, ບັນລຸມາດຕະຖານເພື່ອສົ່ງອອກ. ພ້ອມກັນນັ້ນກໍ່ສືບຕໍ່ສ້າງເຄື່ອງໝາຍການຄ້າຂອງອະງຸ່ນນິງທ້ວນແລະປະກາດໃຊ້ຫລາຍນະໂຍບາຍເພື່ອນູນຊ່ວຍໃຫ້ຊາວກະສິກອນພັດທະນາຕົ້ນອະງຸ່ນ.

ປະຈຸບັນແຂວງນິງທ້ວນໄດ້ປະກາດໃຊ້ 2 ນະໂຍບາຍໜູນຊ່ວຍໃຫ້ແກ່ການພັດທະນາຕົ້ນອະງຸ່ນໃນນັ້ນຂໍ້ຕົກລົງສະບັບເລກທີ 37 ຈະໜູນຊ່ວຍບັນດາຄອບຄົວປູກອະງຸ່ນ40% ໃນຈຳນວນມູນຄ່າເບື້ອງຕົ້ນ 1 ເຮັກຕາແຕ່ 120 – 140 ລ້ານດົ່ງ (5.000 – 6.000 USD) ແລະຂໍ້ຕົກລົງສະບັບເລກທີ 6 ວ່າດ້ວຍການໜູນຊ່ວຍ ແລະດຶງດູດວິສາຫະກິດ, ສະຫະກອນພັດທະນາໂຄງການກ່ຽວກັບການປູກອະງຸ່ນຕາມທິດນຳໃຊ້ກະສິກຳເຕັກໂນໂລຊີສູງດ້ວຍລະດັບຫນູນຊ່ວຍແມ່ນກວ່າ 7 ຕື້ດົ່ງ (ຫຼາຍກວ່າ 300.000 USD) ຕໍ່ໂຄງການ.

ພ້ອມກັນນັ້ນແຂວງນິງທ້ວນກໍ່ສືບຕໍ່ເປີດກວ້າງບັນດາເນື້ອທີ່ປູກອະງຸ່ນຕາມມາດຖານປະຕິບັດກະສິກຳດີ (VietGAP); ໜູນຊ່ວຍ, ອໍານວຍຄວາມສະດວກໃຫ້ຜູ້ປູກອະງຸ່ນຮ່ວມສຳພັນກັບບັນດາວິສາຫະກິດເຂົ້າຮ່ວມການລົງທຶນ, ການຜະລິດອະງຸ່ນຕາມລະບົບມູນຄ່າ; ຖ່າຍຖອດເຕັກໂນໂລຊີທັນສະໄຫມເຂົ້າໃນການຜະລິດ, ການເກັບຮັກສາ, ຫັນບັນດາຜະລິດຕະພັນປຸງແຕ່ງຈາກໝາກອະງຸ່ນເປັນຫລາຍຮູບແບບຕິດພັນກັບການພັດທະນາການທ່ອງທ່ຽວຊີວະພາບສວນອະງຸ່ນ.

ຕອບກັບ