ຊາວກະສິກອນເກີ່ນເທີພັດທະນາການທ່ອງທ່ຽວກະສິກຳແລະທ່ອງທ່ຽວແບບລົງເຄື່ອນໄຫວຕົວຈິງ

Phuong - Van
Chia sẻ
(VOVWORLD) -ດ້ວຍຕາໜ່າງສາຍນ້ຳລຳເຊເຊື່ອມຕໍ່ກັນຫນາແຫນ້ນຊື່ງໄດ້ມີມາແຕ່ຫຼາຍຮ້ອຍປີແລ້ວນັ້ນ, ໄດ້ນຳມາໃຫ້ເຂດດິນຢູ່ທາງທິດຕາເວັນຕົກພາກໃຕ້, ໃນນັ້ນມີນະຄອນ ເກີ່ນເທີມີສີສັນວັດທະນະທຳສະເພາະ. ນີ້ກໍ່ແມ່ນທ່າໄດ້ປຽບເພື່ອໃຫ້ນະຄອນ ເກີ່ນເທີ ພັດທະນາການທ່ອງທ່ຽວລົງສຳຜັດກັບສະພາບແວດລ້ອມແມ່ນ້ຳຕິດພັນກັບຊີວິດການເປັນຢູ່ກະສິກຳຂອງຊາວທ້ອງຖິ່ນ.
ຊາວກະສິກອນເກີ່ນເທີພັດທະນາການທ່ອງທ່ຽວກະສິກຳແລະທ່ອງທ່ຽວແບບລົງເຄື່ອນໄຫວຕົວຈິງ - ảnh 1Cantho Eco Resort. ພາບ: laodong.vn

ໃນສວນຂອງລຸງເລຈູງຕິນຢູ່ ເມືອງບິ່ງຖູຍ, ນະຄອນ ເກີ່ນເທີ, ມີບັນດາກະຊັງປາງູ(ປາຄໍ່ໂຫຼ້)ໄດ້ຕັ້ງສະຫລັບຊັບຊ້ອນກັບສວນໝາກສີດາ ແລະ ໜອງບົວ. ລູງຕິນໄດ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການເຮັດໃຫ້ໂກນເຊີນ (ເມືອງບິ່ງຖູຍ) ກາຍເປັນສະຖານທີ່ທ່ອງທ່ຽວອັນດຶງດູດໃຈທີ່ສຸດຂອງແຂວງເກີ່ນເທີ. ລູງຕິນ ແບ່ງປັນວ່າ:

ເພື່ອພັດທະນາການທ່ອງທ່ຽວ, ຂ້າພະເຈົ້າຄິດວ່າຖ້າຫາກສາມາດເຮັດໃຫ້ຝູງປາທັງໝົດເຕັ້ນຂຶ້ນແນ່ນອນວ່າແຂກຈະມາທ່ຽວຫລາຍກວ່າ,ສະນັ້ນຂ້າພະເຈົ້າໄດ້ພະຍາຍາມຝຶກແອບໃຫ້ຝູງປາ. ສອງສາມເດືອນຕໍ່ມາ, ປາສາມາດເຕັ້ນຂຶ້ນໄດ້. ເວົ້າລວມແລ້ວ, ນັບແຕ່ປີ 2016 ມາຮອດປະຈຸບັນ, ຂ້າພະເຈົ້າໄດ້ຝຶກແອບໃຫ້ຝູງປາສາມາດເຕັ້ນຂຶ້ນໄດ້ເພື່ອຮັບໃຊ້ແຂກມາຊົມ ແຕ່ເຊົ້າຮອດຕອນບ່າຍ.                            

ນະຄອນເກີ່ນເທີ ມີຕາໜ່າງແມ່ນ້ຳລຳເຊ ແລະ ຄອງທີ່ໜາແໜ້ນດ້ວຍຄວາມຍາວປະມານ 3.400 ກິໂລແມັດ (ກວມເກືອບ 13% ຄວາມຍາວຂອງແມ່ນ້ຳ13 ແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ), ໃນນັ້ນມີແມ່ນ້ຳສາຍຫຼັກທີ່ໄຫຼຜ່ານເຊັ່ນ: ແມ່ນ້ຳເຫົ້າ, ແມ່ນ້ຳເດີ່ນຢາງ, ແມ່ນ້ຳແລກສອຍ, ແມ່ນ້ຳໂອມົນ, ແມ່ນ້ຳເກີ່ນເທີ..

ໂດຍຍາດແຍ່ງເອົາທ່າໄດ້ປຽບນີ້, ນະຄອນໄດ້ເອົາໃຈໃສ່ພັດທະນາລະບົບຕະຫລາດນ້ຳເພື່ອດຶງດູດນັກທ່ອງທ່ຽວ. ແຕ່ລະປີ, ຄະນະກຳມະການປະຊາຊົນເມືອງກ໋າຍຣັງ (ເກີ່ນເທີ) ໄດ້ຈັດຕັ້ງ “ງານບຸນທ່ອງທ່ຽວວັດທະນະທຳຕະຫຼາດ ນ້ຳກ໋າຍຣັງ... ບັນດາການເຄື່ອນໄຫວນີ້ກໍ່ແມ່ນເພື່ອແນໃສ່ຟື້ນຟູຈຸດວັດທະນະທຳຕະຫຼາດນ້ຳໃນເມື່ອກ່ອນສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ.

ໄດ້ຍິນວ່າ ຢູ່ທາງທິດຕາເວັນຕົກພາກໃຕ້ ມີຜະລິດຕະພັນຫລັກຫລາຍຢ່າງ, ໃນນັ້ນ ມີຕະຫລາດນ້ຳທີ່ດຶງດູດໃຈແຂກທ່ອງທ່ຽວທີ່ສຸດ ແລະ ມີຊື່ສຽງອີກ. ຂ້າພະເຈົ້າຢາກມາຄົ້ນຫາ ແລະ ມາຮອດແລ້ວກໍ່ເຫັນວ່າ ບັນຍາກາດຢູ່ຕະຫລາດແມ່ນຟົດຟື້ນມ່ວນຊື່ນຫລາຍ ແລະ ສ້າງຮູບພາບທີ່ສວຍງາມແທ້ໆ.

ຕະຫລາດນ້ຳ ມີຫລາຍສິ່ງຫລາຍຢ່າງທີ່ແຕກຕ່າງກັບຕະຫລາດທຳມະດາ, ວິທີຮັບໃຊ້ ແຂກກໍ່ດີກວ່າ.

          ບໍ່ພຽງແຕ່ມີຫົວຄິດປະດິດສ້າງໃນການສ້າງຮູບແບບຝຶກໃຫ້ສັດລ້ຽງເພື່ອເຮັດການບໍລິການທ່ອງທ່ຽວ, ໂຄສະນາພາບພົດຂອງຕະຫຼາດນ້ຳເທົ່ານັ້ນ, ດ້ວຍທ່າໄດ້ປຽບຂອງດິນຟ້າອາກາດ

ຊາວກະສິກອນເກີ່ນເທີພັດທະນາການທ່ອງທ່ຽວກະສິກຳແລະທ່ອງທ່ຽວແບບລົງເຄື່ອນໄຫວຕົວຈິງ - ảnh 2ວັນບຸນທ່ອງທ່ຽວ "ວັດທະນະທຳຕະຫລາດນ້ຳ ກາຍຣັງ" ນະຄອນ ເກີ່ນເທີ ປີ 2023. ພາບ: qdnd.vn

ເຂດຮ້ອນ, ບັນດາຄອບຄົວຢູ່ ເກີ່ນເທີກໍ່ມີຄວາມເອົາໃຈໃສ່ເປັນຢ່າງດີໃນການພັດທະນາຮູບແບບການທ່ອງທ່ຽວແບບຊີວະພາບ. ບັນດາສວນໝາກໄມ້ຍາມໃດກໍ່ມີນັກທ່ອງທ່ຽວມາຢ້ຽມຢາມເປັນຈຳນວນຫລາຍ. ທ່ານຫງວຽນວັນຈິນ, ເຈົ້າຂອງສວນໝາກໄມ້ 9 ຮົ່ງເກີ່ນເທີ, ໃຫ້ຮູ້ວ່າ:

ຄອບຄົວຂ້າພະເຈົ້າຕ້ອງນຳໃຊ້ທີ່ດິນເພື່ອປູກຕົ້ນໄມ້. ປັດຈຸບັນຕ້ອງປູກຕົ້ນໄມ້ທຸກປະເພດ. ແລະໃນສວນຕ້ອງມີຫມາກໄມ້ຕະຫຼອດປີ. ສະນັ້ນແຂກມາຢ້ຽມຢາມເປັນຈຳນວນຫລວງຫຼາຍ, ເປັນຕົ້ນແມ່ນວັນເສົາແລະວັນອາທິດ.

ໃນຂະນະນັ້ນ, ບັນດາຫົວຫນ່ວຍຈັດຕັ້ງ Tour ທ່ອງທ່ຽວກໍ່ສົມທົບກັນຢ່າງແໜ້ນແຟ້ນກັບເຈົ້າຂອງສວນແຕ່ລະຄົນເພື່ອຍົກສູງຄຸນຄ່າຜະລິດຕະພັນກະສິກຳ. ທ່ານນາງເລຮົ່ງເກີ໊ມ, ຜູ້ອຳນວຍການບໍລິສັດເກີ່ນເທີEco Resort, ເມືອງຟອງດຽນ, ແບ່ງປັນວ່າ:

 “ເກີ່ນເທີ Eco Resort ຮ່ວມມືກັບຊາວກະສິກອນພັດທະນາຜະລິດຕະພັນທ່ອງທ່ຽວ, ເພີ່ມທະວີມູນຄ່າຜະລິດຕະພັນກະເສດ. ປະຈຸບັນ, Eco ພວມຮ່ວມສຳພັນກັບເຮືອນສວນຈຳນວນໜຶ່ງເພື່ອຈຳນ່າຍຜະລິດຕະພັນ ແລະມີຜະລິດຕະພັນທ່ອງທ່ຽວຫຼາຍກວ່າເກົ່າ. ຕົວຢ່າງຄືຈ້າງເຮືອທ່ອງທ່ຽວໄປຊົມສວນໝາກໄມ້ແລະເມື່ມາຮອດສວນນັກທ່ອງທ່ຽວກໍ່ສາມາດເກັບໝາກໄມ້, ເກັບຜັກ, ຕຶກປາເອງ... ເພື່ອປຸງແຕ່ງອາຫານ,ສ້າງບັນຍາກາດສະໜິດສະໜົມໃນຄອບຄົວ.

          ສວນໝາກໄມ້ແລະແມ່ນ້ຳແມ່ນຈຸດທີ່ເປັນເອກະລັກສະເພາະຂອງເຂດທົ່ງພຽງແມ່ນ້ຳຂອງເວົ້າລວມແລະເກີ່ນເທີເວົ້າສະເພາະ. ບັນດາຈຸດພິເສດດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ຊີວິດທາງດ້ານຈິດໃຈຂອງປະຊາຊົນຢູ່ທີ່ນີ້ອຸດົມສົມບູນເທົ່ານັ້ນ, ຫາກຍັງສ້າງຄຸນຄ່າດ້ານເສດຖະກິດ, ຍົກສູງລະດັບຄ່າຄອບຊີບໃຫ້ແກ່ພໍ່ແມ່ປະຊາຊົນອີກດ້ວຍ.

ຕອບກັບ