ຈຸດໃຫມ່ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ຢູ່ ນະຄອນ ໂຮ່ຈີມິນ

Ngoc Xuan - Anh Huyen
Chia sẻ

(VOVWORLD) -ນັບແຕ່ປີນີ້, ນະຄອນໂຮ່ຈີມິນ ໄດ້ເລືອກເອົາ ເດືອນ ຕຸລາ ຂອງທຸກປີ ແມ່ນ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ”. ເຫດການນີ້ແມ່ນເພື່ອແນໃສ່ປະກອບສ່ວນສ້າງຄວາມສະດວກກວ່າອີກໃຫ້ແກ່ວຽກງານຂອງສະມາຄົມ ແລະຂະບວນການແມ່ຍິງ ສືບຕໍ່ພັດທະນາ, ຂົນຂວາຍປະຊາຊົນເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ, ຜ່ານຫລາຍຮູບແບບ, ວິທີເຮັດທີ່ດີຢູ່ເຂດຊຸມຊົນ ປະກອບສ່ວນຍົກສູງຄຸນນະພາບຊີວິດຄອບຄົວ ແລະ ວົງຄະນາຍາດ.

ຈຸດໃຫມ່ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ຢູ່ ນະຄອນ ໂຮ່ຈີມິນ - ảnh 1ມອບທຶນຊ່ວຍເຫລືອລ້າໃຫ້ແມ່ຍິງປະສົບກັບຄວາມຫຍຸ້ງຍາກທີ່ມີຄວາມຕ້ອງການດ້ານທຶນຮອນເພື່ອທຳມາຫາກິນ. ພາບ:sggp.org.vn

“ໂດຍໄດ້ຮັບທຶນຫນູນຊ່ວຍລວມມູນຄ່າ 30 ລ້ານດົ່ງ (1.200 USD), ກູ້ຢຶມເປັນ 3 ຄັ້ງ, ຈຳນວນເງິນເຫລົ່ານັ້ນ ໄດ້ຊ່ວຍໃຫ້ພວກຂ້າພະເຈົ້າໃນເວລາທີ່ປະສົບກັບຄວາມຫຍຸ້ງຍາກ, ມີທຶນເພື່ອເຮັດທຸລະກິດ, ຄ້າຂາຍ. ທຶນກູ້ຢຶມຈາກສະມາຄົມແມ່ຍິງ ມີອັດຕາດອກເບ້ຍຕ່ຳ”.

“ຫລານຮູ້ສຶກດີໃຈຫລາຍ ເພາະພວກອາວ ອາ ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່. ແມ່ຂອງຫລານເສຍຊີວິດຍ້ອນໂຄວິດ 19, ປະຈຸບັນຫລານພວມຢູ່ນຳນ້າສາວ, ຫລານບໍ່ມີພໍ່. ດ້ວຍທຶນການສຶກສານີ້, ຫລານຈະນຳໃຊ້ໃນການຮ່ຳຮຽນ ເພື່ອໃນອະນາຄົດຈະສາມາດຊ່ວຍໃນການດຳລົງຊີວິດຂອງຫລານໄດ້”.

ນັ້ນແມ່ນຄຳແບ່ງປັນຂອງ ເອື້ອຍ ແທັກທິຮວິ່ງລິງ, ຄ້າຂາຍແພໄຫມຢູ່ ຕະຫລາດ ທຽກ (ເມືອງ 11) ເມື່ອໄດ້ຮັບການຫນູນຊ່ວຍກູ້ຢຶມທຶນດ້ວຍອັດຕາດອກເບ້ຍຕ່ຳ ແລະ ນ້ອງ ເຈີນບ໋າວຍີ ນັກຮຽນ ມໍ 4 ຢູ່ ໂຮງຮຽນມັດທະຍົມຕອນປາຍ ເຈີນກາວເວີນ, ເມື່ອໄດ້ຮັບຂອງຂວັນທີ່ສະຫງວນໃຫ້ເດັກກຳພ້າຍ້ອນໂຄວິດ 19.

ໃນ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ປີນີ້, ມີຫຼາຍລາຍການທີ່ມີຄວາມໝາຍ ເຊິ່ງໄດ້ ແລະ ພວມໄດ້ຮັບການຈັດຕັ້ງຈາກ ສະຫະພັນແມ່ຍິງ 11 ເມືອງ ເຊັ່ນ: ກວດພະຍາດໂດຍບໍ່ເສຍຄ່າໃຫ້ພະນັກງານ ແລະ ສະມາຊິກສະຫະພັນແມ່ຍິງ; ມອບຂອງຂວັນໃຫ້ເດັກນ້ອຍກຳພ້າຍ້ອນ COVID-19; ມອບບັດປະກັນສຸຂະພາບ, ທຶນການສຶກສາ.... ລວມຍອດຈຳນວນເງິນກວ່າ 1,3 ຕື້ດົ່ງ (ເກືອບ 53.000 USD).

ສ່ວນຢູ່ ເມືອງ ບິ່ງເຕີນ, ເດືອນເຄື່ອນໄຫວດັ່ງກ່າວກໍ່ໄດ້ຮັບການຜັນຂະຫຍາຍດ້ວຍຫລາຍກິດຈະກຳ, ພາກສ່ວນຫນ້າວຽກລະອຽດ. ທ່ານນາງ ຮວິ່ງດັ້ງຮ່າຕວຽນ, ປະທານສະຫະພັນແມ່ຍິງ ເມືອງ ບິ່ງເຕີນ ໃຫ້ຮູ້ວ່າ:

“ໃນໄລຍະ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ປີນີ້, ພວກຂ້າພະເຈົ້າໄດ້ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ, ສະຫະພັນໄດ້ລະດົມແຫຼ່ງກຳລັງສັງຄົມເພື່ອມອບເງິນຮັບໃຊ້ການສ້ອມແປງເຮືອນຢູ່ໃຫ້ບັນດາຄອບຄົວທີ່ຢູ່ໃນຂັ້ນໃກ້ທຸກຍາກ, ຊ່ວຍແມ່ຍິງຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ຮູ້ວິທີທຳມາຫາກິນ, ພັດທະນາເສດຖະກິດຄອບຄົວ”.

ຈຸດໃຫມ່ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ຢູ່ ນະຄອນ ໂຮ່ຈີມິນ - ảnh 2ແມ່ຍິງ ຢູ່ ເມືອງ 4 ນະຄອນໂຮ່ຈີມິນ ກະກຽມອາຫານໂດຍບໍ່ເກັບຄ່າເພື່ອມອບໃຫ້ຜູ້ອາຍຸສູງ. ພາບ:sggp.org.vn

ໃນ “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ປີນີ້, ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ສຸມໃສ່ຍູ້ແຮງການໂຄສະນາເຜີຍແຜ່ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດ; ເຜີຍແຜ່ການສຶກສາດ້ານກົດໝາຍ, ທັກສະການປະຕິບັດທົດລອງ ແລະ ເຂົ້າຮ່ວມການແກ້ໄຂບັນຫາສັງຄົມຈຳນວນໜຶ່ງກ່ຽວກັບຄວາມປອດໄພຂອງແມ່ຍິງ, ເດັກນ້ອຍ; ລະດົມແຫຼ່ງກຳລັງເພື່ອປະຕິບັດການເຄື່ອນໄຫວຮັບປະກັນຊີວິດສັງຄົມໃຫ້ແກ່ແມ່ຍິງ. ທ່ານນາງ ຫງວຽນເຈິ່ນເຟຶ້ອງເຈີນ, ປະທານສະຫະພັນແມ່ຍິງນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ:

ໂດຍອີງຕາມເງື່ອນໄຂຢູ່ແຕ່ລະທ້ອງຖິ່ນ ຈະມີການເຄື່ອນໄຫວເບິ່ງແຍງດູແລແມ່ຍິງທີ່ດ້ອຍໂອກາດ, ແມ່ຍິງທີ່ປະສົບກັບຄວາມຫຍຸ້ງຍາກ ຫຼືເອົາໃຈໃສ່ເຖິງນະໂຍບາຍແນວຫລັງການທະຫານ ແລະບັນດາຄອບຄົວໃນເປົ້າໝາຍນະໂຍບາຍ”.

ໃນຄັ້ງທຳອິດທີ່ປຸກລະດົມ, “ເດືອນພ້ອມກັບແມ່ຍິງເຄື່ອນໄຫວ” ປີນີ້ ຢູ່ນະຄອນ ໂຮ່ຈີມິນ, ດ້ວຍຫຼາຍກິດຈະກຳ, ໜ້າວຽກລະອຽດ, ບໍ່ພຽງແຕ່ໄດ້ແຜ່ລາມອອກໄປສູ່ວົງກວ້າງໃນເອື້ອຍນ້ອງແມ່ຍິງເທົ່ານັ້ນ, ຫາກຍັງດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະອີກດ້ວຍ. ບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທ້ຈິງໄດ້ ແລະ ພວມຢືນຢັນບົດບາດສຳຄັນຂອງແມ່ຍິງໃນປະຈຸບັນ./.

ຕອບກັບ