ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ເມືອງພູດອຍ ບັກອຽນ ແຂວງ ເຊີນລາ

Le Hanh
Chia sẻ

(VOVWORLD) - ໂດຍກຳນົດວ່າ ມີບ່ອນຢູ່ຖາວອນ, ມີອາຊີບໝັ້ນຄົງ ແມ່ນພື້ນຖານສຳຄັນໃນພາລະກິດແຫ່ງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໃນຊຸມປີຜ່ານມາ ມີຫລາຍແຜນຮ່າງ, ນະໂຍບາຍຮັບປະກັນຊີວິດສັງຄົມ ໂດຍແຂວງ ເຊີນລາ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ. ຢູ່ບັນດາເມືອງ ພູດອຍ, ໃນນັ້ນ ມີເມືອງ ບັກອຽນ, ມີຫລາຍຄອບຄົວທຸກຍາກໄດ້ຮັບການຫນູນຊ່ວຍທຶນຮອນທຳການຜະລິດເພື່ອປົວແປງການທຳມາຫາກິນ, ລົບລ້າງເຮືອນຢູ່ຊົ່ວຄາວ... ບັນດານະໂຍບາຍນີ້ໄດ້ສ້າງບາດກ້າວປ່ຽນແປງຢູ່ເຂດດິນແດນທີ່ຫຍຸ້ງຍາກນີ້.

ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ເມືອງພູດອຍ ບັກອຽນ ແຂວງ ເຊີນລາ - ảnh 1ເຂດໃຈກາງເມືອງບັກອຽນ
(ພາບ: Hang Cho La) 
  ໂດຍແມ່ນຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໃນຫລາຍປີຜ່ານມາ, ຄອບຄົວ ອ້າຍ ຮ້າງອາແອງ ຢູ່ ບ້ານ ຈາງຢົວຮາງ ຕາແສງ ລ່າງເຈວ ເມືອງ ບັກອຽນ ແຂວງ ເຊີນລາ ຍາມໃດກໍ່ປາດຖະຫນາຢາກໄດ້ເຮືອນຢູ່ຖາວອນຫລັງຫນຶ່ງ. ປີກາຍນີ້ ຍ້ອນໄດ້ຮັບການຫນູນຊ່ວຍຈຳນວນເງິນ 40 ລ້ານດົ່ງ (ປະມານ 1700 USD) ຂອງລັດ ແລະ ການຊ່ວຍເຫລືອດ້ານກຳລັງແຮງຂອງພໍ່ແມ່ປະຊາຊົນ, ເຮືອນຫລັງໃຫມ່ກວ້າງປະມານ 70 ຕາແມັດຂອງຄອບຄົວອ້າຍໄດ້ຮັບການກໍ່ສ້າງສຳເລັດ.

ຄອບຄົວຂອງຂ້າພະເຈົ້າປະສົບກັບຄວາມຫຍຸ້ງຍາກ, ກ່ອນນີ້ ຂ້າພະເຈົ້າຕ້ອງຢູ່ໃນເຮືອນທີ່ຊຸດໂຊມ, ສະນັ້ນ ເມື່ອມີລົມພັດມາ ແລະ ຝົນຕົກ ແມ່ນເປັນກັງວົນທີ່ສຸດ. ໂດຍໄດ້ຮັບການໜູນຊ່ວຍ ຈຳນວນເງິນຈາກຕາແສງ ແລະ ເມືອງ ເພື່ອລົບລ້າງເຮືອນຢູ່ຊົ່ວຄາວ, ຄອບຄົວຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ. ປະຈຸບັນ ມີເຮືອນຖາວອນຢູ່ແລ້ວ, ຄອບຄົວຂ້າພະເຈົ້າມີຄວາມອຸ່ນອຽນໃຈ   ແລະ ຈະພະຍາຍາມຫຼາຍຂຶ້ນເພື່ອລົບລ້າງຄວາມອຶດຫິວ ແລະ ຫຼຸດຜ່ອນຄວາມທຸກຍາກ”.

ບັກອຽນແມ່ນໜຶ່ງໃນ 6 ເມືອງທີ່ໄດ້ສຳເລັດວຽກງານລົບລ້າງເຮືອນຊົ່ວຄາວຕາມແຜນຮ່າງ “ລະດົມແຫຼ່ງກຳລັງຫນູຊ່ວຍຄອບຄົວທຸກຍາກທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ໃນບໍລິເວນແຂວງ ເຊີນລາ ໄລຍະ 2021-2025”. ຕາມນັ້ນແລ້ວ ຍອດຈຳນວນເງິນເກືອບ 20 ຕື້ດົ່ງ (843. 000 USD) ໄດ້ລະດົມເພື່ອລົບລ້າງເຮືອນຢູ່ຊົ່ວຄາວໃຫ້ 310 ກວ່າຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ຕົ້ນຕໍແມ່ນຊາວເຜົ່າມົ້ງ. ທ່ານ ດັ້ງງອກເຫົ້າ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ເຊີນລາ ໃຫ້ຮູ້ວ່າ: ບັນລຸໄດ້ໝາກຜົນນີ້ກໍ່ຍ້ອນມີການເຂົ້າຮ່ວມຈາກຂັ້ນແຂວງລົງຮອດຂັ້ນຮາກຖານ.

ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ເມືອງພູດອຍ ບັກອຽນ ແຂວງ ເຊີນລາ - ảnh 2ເຮືອນຊົ່ວຄາວຢູ່ບ້ານ ຊ່ວຍຫາວ, ເມືອງບັກອຽນ
(ພາບ: Hang Cho La) 

“ອາດຢັ້ງຢືນໄດ້ວ່າ ການລົບລ້າງເຮືອນພັກຊົ່ວຄາວສຳລັບຄອບຄົວທຸກຍາກແມ່ນຫນຶ່ງໃນບັນດາແຜນນະໂຍບາຍໃຫຍ່ຂອງລັດ, ຂອງແຂວງ, ແມ່ນນະໂຍບາຍວັດທະນະທຳມະນຸດ ເພາະວ່າ ມີບ່ອນຢູ່ຖາວອນ ຈຶ່ງມີການທຳມາຫາກິນທີ່ໝັ້ນຄົງໄດ້. ສະນັ້ນ ເລື່ອງລົບລ້າງເຮືອນຢູ່ຊົ່ວຄາວແມ່ນບາດກ້າວຫນຶ່ງທີ່ຈະຊ່ວຍໃຫ້ບັນດາຄອບຄົວຫລຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”

ໄປຄຽງຄູ່ກັບການລົບລ້າງເຮືອນຢູ່ຊົ່ວຄາວ, ເມືອງ ບັກອຽນ ໄດ້ສຸມໃສ່ຫນູນຊ່ວຍການຫາເງິນລ້ຽງຊີບ, ສ້າງເງື່ອນໄຂສະດວກໃຫ້ຜູ້ທຸກຍາກສ້າງລາຍຮັບ. ຄອບຄົວ ອ້າຍ ຫລື່ວັນເຈົາ ຢູ່ ຕາແສງ ເມື່ອງຄວາ ແມ່ນຕົວຢ່າງຫນຶ່ງ:

“ນັບແຕ່ປີ 2018 ເປັນຕົ້ນມາ, ຄອບຄົວຂອງຂ້າພະເຈົ້າໄດ້ຮັບເງິນກູ້ 30 ລ້ານ ເພື່ອຊື້ງົວມາລ້ຽງ. ປະຈຸບັນຄອບຄົວຍັງມີ ງົວ 6-7 ໂຕ. ໃນອະນາຄົດອັນໃກ້ໆນີ້, ຄອບຄົວຂ້າພະເຈົ້າປາດຖະຫນາຈະໄດ້ກູ້ຢືມທຶນຕື່ມອີກເພື່ອພັດທະນາຝູງງົວຂອງຄອບຄົວໃຫ້ຫລາຍຂຶ້ນ”.

ບໍ່ພຽງແຕ່ຄອບຄົວຂອງອ້າຍ ເຈົາ ເທົ່ານັ້ນ, ຫາກຍັງມີຫລາຍຄອບຄົວທຸກຍາກ ແລະ ໃກ້ຂັ້ນທຸກຍາກ ຢູ່ເມືອງ ບັກອຽນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຍ້ອນໄດ້ກູ້ຢຶມເງິນຈາກທະນາຄານນະໂຍບາຍ. ທ່ານ ເລວັນທັງ, ຜູ້ອໍານວຍການທະນາຄານນະໂຍບາຍສັງຄົມເມືອງ ບັກອຽນ ໃຫ້ຮູ້ວ່າ: 9 ເດືອນຕົ້ນປີນີ້, ທະນາຄານນະໂຍບາຍສັງຄົມເມືອງ ໄດ້ປ່ອຍເງິນ ກວ່າ 78 ຕື້ດົ່ງ (ປະມານ 3,2 ລ້ານ USD) ໃຫ້ເກືອບ 1.600 ຄອບຄົວໄດ້ກູ້ຢືມເງິນ.               

ໃນບັນດາມາດຖານສ້າງຊົນນະບົດໃໝ່ລ້ວນແຕ່ມີການປະກອບສ່ວນຂອງທຶນສິນເຊື່ອນະໂຍບາຍ. ທຶນນະໂຍບາຍຈາກເມືອງ ບັກອຽນ ໄດ້ຊ່ວຍໃຫ້ຫຼາຍຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ມີການປ່ຽນແປງ. ບັນດາຄອບຄົວກູ້ຢຶມທຶນດັ່ງກ່າວໄດ້ກໍ່ສ້າງໂຄງການນ້ຳສະອາດ ແລະ ສຸຂະອະນາໄມສິ່ງແວດລ້ອມບັນລຸໄດ້ຕາມມາດຖານ, ມີລາຍຮັບເພີ່ມຂຶ້ນ, ມີວຽກເຮັດງານທຳທີ່ໝັ້ນຄົງ”.

ການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ເມືອງພູດອຍ ບັກອຽນ ແຂວງ ເຊີນລາ - ảnh 3ປະຊາຊົນສ້າງເສດຖະກິດຈາກການລ້ຽງສັດ
(ພາບ: Van Ngoc/ trangtraiviet.danviet.vn)

ໂດຍແມ່ນເມືອງຫນຶ່ງຢູ່ເຂດພູສູງຂອງແຂວງ ເຊີນລາ ດ້ວຍຈຳນວນຊາວເຜົ່າສ່ວນໜ້ອຍກວມເອົາກວ່າ 95%, ເຖິງວ່າໄດ້ພົ້ນອອກຈາກບັນຊີລາຍຊື່ເມືອງທຸກຍາກຂອງທົ່ວປະເທດໃນປີກາຍນີ້, ແຕ່ແຂວງ ບັກອຽນ ຍັງມີ 13/16 ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ອັດຕາຄອບຄົວທຸກຍາກຫຼາຍຂົ້ວຍັງຢູ່ໃນລະດັບສູງ ໂດຍແມ່ນ ກວ່າ 32%. ຕົວຈິງນີ້ຮຽກຮ້ອງໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນພະຍາຍາມຫລາຍກວ່າອີກເພື່ອຍູ້ໄວພາລະກິດແຫ່ງການຫຼຸດຜ່ອນຄວາມທຸກຍາກໃນໄລຍະຈະມາເຖິງ. ທ່ານນາງ ມຸ່ຍທິຫ່ຽນ, ເລຂາຄະນະພັກເມືອງ ບັກອຽນ ແບ່ງປັນວ່າ:

“ພວກຂ້າພະເຈົ້າຈະສຸມໃສ່ຜັນຂະຫຍາຍບັນດາໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫຼຸດຜ່ອນຄວາມທຸກຍາກຢ່າງທັນການຄື: ມະຕິເລກທີ 88 ຂອງສະພາແຫ່ງຊາດກ່ຽວກັບການພັດທະນາຊົນເຜົ່າສ່ວນໜ້ອຍ, ຫຼຸດຜ່ອນຄວາມທຸກຍາກ, ກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ, ກໍ່ສືບຕໍ່ໂຄສະນາ ຍົກສູງຄວາມຮັບຮູ້ຂອງປະຊາຊົນ, ປະຊາຄົມກ່ຽວກັບການຮັບປະກັນຊີວິດສັງຄົມ ແລະ ໜູນຊ່ວຍຜູ້ທຸກຍາກ ເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”.

ໂດຍແມ່ນໜຶ່ງໃນບັນດາເມືອງພູດອຍທຸກຍາກກວ່າໝູ່ໃນທົ່ວປະເທດ, ປະຈຸບັນ, ຊີວິດການເປັນຢູ່ຂອງປະຊາຊົນ ເມືອງ ບັກອຽນ ພວມມີການປ່ຽນແປງເປັນເທື່ອລະກ້າວ. ໝາກຜົນດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຖືກຕ້ອງຂອງນະໂຍບາຍຫຼຸດຜ່ອນຄວາມທຸກຍາກ, ຄວາມພະຍາຍາມຢ່າງມີປະສິດທິຜົນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກຂອງອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າສ່ວນຫນ້ອຍຢູ່ເຂດພູດອຍແຂວງ ເຊີນລາ./.

ຕອບກັບ