SAPO - ພື້ນຖານການຄຸ້ມຄອງ ແລະ ຂາຍສິນຄ້າຜ່ານຫລາຍຊ່ອງທາງທີ່ບັນລຸປະສິດທິຜົນ ຢູ່ ຫວຽດນາມ

Chia sẻ
(VOVWORLD) - SAPO ຜະລິດຕະພັນເຕັກໂນໂລຊີຂອງ ບໍລິສັດຫຸ້ນສ່ວນ Sapo ຫວຽດນາມ, ປະຈຸບັນ ແມ່ນມາດຕະການເຕັກໂນໂລຊີແຖວຫນ້າໃນການຫນູນຊ່ວຍຂົງເຂດຂາຍຍ່ອຍ ແລະ ການຄ້າເອເລັກໂຕນິກ ຢູ່ ຫວຽດນາມ.
SAPO - ພື້ນຖານການຄຸ້ມຄອງ ແລະ ຂາຍສິນຄ້າຜ່ານຫລາຍຊ່ອງທາງທີ່ບັນລຸປະສິດທິຜົນ ຢູ່ ຫວຽດນາມ - ảnh 1
(ພາບປະກອບ ຈາກ: sapo.vn)

 

 ດ້ວຍທ່າແຮງເຕັກໂນໂລຊີ ແລະ ບົດຮຽນປະກົບການໃນການຜະລິດຊອບແວ Make in Vietnam, SAPO ໄດ້ສະຫນອງມາດຕະການຫລາຍຊ່ອງທາງຢ່າງຮອບດ້ານໃຫ້ແກ່ຜູ້ເຮັດທຸລະກິດ ພ້ອມທັງຄົ້ນຄ້ວາ ແລະ ນຳຫນ້າໃນບັນດາມາດຕະການເຕັກໂນໂລຊີໃຫມ່ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢັ້ງຢືນທີ່ຕັ້ງຂອງຕົນ.

ໂດຍແມ່ນແພລດຟອມການຄຸ້ມຄອງ ແລະ ການຂາຍສິນຄ້າຜ່ານຫຼາຍຊ່ອງທາງ, SAPO ຊ່ວຍໃຫ້ຮ້ານຄ້າ ແລະ ວິສາຫະກິຂາຍຍ່ອຍຂາຍສິນຄ້າຜ່ານຫຼາຍຊ່ອງທາງທີ່ແຕກຕ່າງກັນ, ຈາກຮ້ານຄ້າ, ເວັບໄຊ, Facebook ແລະ ຊ່ອງການຄ້າເອເລັກໂຕນິກ,  ຫນູນຊ່ວຍບັນດາເຈົ້າຂອງທຸລະກິດກ່ຽວກັບຂໍ້ມູນສິນຄ້າ, ສິນຄ້າຄົງຄັງ, ໃບສັ່ງຊື້... ໃນການຄຸ້ມຄອງລວມສູນໃນລະບົບຫນຶ່ງດຽວ.

ຕາມການແບ່ງປັນຂອງລູກຄ້າຫຼາຍຄົນທີ່ເປັນເຈົ້າຂອງວິສາຫະກິດ ແລະ ເຈົ້າຂອງຮາກຖານດຳເນີນທຸລະກິດແລ້ວ, ກ່ອນນີ້ ເມື່ອບໍ່ທັນຮູ້ຈັກກັບ SAPO, ເຂົາເຈົ້າພຽງແຕ່ຮູ້ວິທີຄຸ້ມຄອງດ້ວຍການໃຊ້ໂປຣແກຣມ excel, ປຶ້ມ ແລະ ອື່ນໆ, ເຊິ່ງໃຊ້ເວລາຫຼາຍ ແລະ ໃຊ້ຄົນງານຫລາຍ ແລະ ຄວາມຊັດເຈນກໍ່ບໍ່ສູງ. ນັບແຕ່ເມື່ອນໍາໃຊ້ SAPO, ທຸກຄວາມຫຍຸ້ງຍາກລ້ວນແຕ່ໄດ້ແກ້ໄຂ.

 “ມີຄວາມສະດວກສະບາຍຫຼາຍ. ກ່ອນອື່ນໝົດ, ແມ່ນສາມາດຄຸ້ມຄອງສິນຄ້າຄ້າງສາງຢ່າງມີຄວາມໄຫພິບ ເພາະວ່າລະບົບຮ້ານຄ້າຂອງພວກຂ້າພະເຈົ້າຂາຍທັງ online ແລະ  offline ເມື່ອລູກຄ້າຊື້ສິນຄ້າ ແລະ ຂາຍຢູ່ຮ້ານ, ຂໍ້ມູນສິນຄ້າຄ້າງສາງຈະໄດ້ອັບເດດຢ່າງທັນທີ ສໍາລັບລູກຄ້າທີ່ຊື້ອອນລາຍ, ບໍ່ວ່າຢູ່ໃສ,  ພຽງແຕ່ມີອິນເຕີເນັດ ກໍ່ສາມາດຮູ້ໄດ້ຈຳນວນການຂາຍສິນຄ້າທັນທີກໍ່ຄືກັນກັບການຄຸ້ມຄອງການເຄື່ອນໄຫວຂອງພະນັກງານ.

ຂະແໜງການຄ້າຂາຍຍ່ອຍຂອງ ຫວຽດນາມ ພວມມີການຂະຫຍາຍຕົວຢ່າງເຂັ້ມແຂງ ຍ້ອນຜົນສະທ້ອນຈາກການປະຕິວັດອຸດສາຫະກຳ 4.0. ປະຈຸບັນ, ຕະຫຼາດຂາຍຍ່ອຍຂອງຫວຽດນາມ ມີຮ້ານສະດວກຊື້ 3.000 ກວ່າຮ້ານ, ຕະຫຼາດ 8.000 ກວ່າແຫ່ງ, ແລະມີຮ້ານຄ້າຂາຍຍ່ອຍຂອງຄອບຄົວແມ່ນກ່ວາ 2,2 ລ້ານຮ້ານ, ທ່ານ ຫງວຽນມິງກູຍ, ຜູ້ຮ່ວມກໍ່ຕັ້ງບໍລິສັດຫຸ້ນສ່ວນເຕັກໂນໂລຊີ SAPO ໃຫ້ຮູ້ວ່າ:

ເຈົ້າຂອງຮ້ານນັບມື້ນັບມີຄວາມພ້ອມກວ່າໃນການນໍາໃຊ້ຊອບແວສໍາລັບການທຸລະກິດປະຈໍາວັນ, ຊ່ວຍໃຫ້ການຄຸ້ມຄອງສິນຄ້າຄ້າງສາງ, ການຂາຍ, ການຄຸ້ມຄອງພະນັກງານ ຫຼື ການດູແລລູກຄ້າມີປະສິດທິພາບຫຼາຍຂຶ້ນ. ທ່າອ່ຽງຂອງການຂາຍສິນຄ້າຜ່ານຫຼາຍຊ່ອງທາງນັບມື້ນັບໄດ້ຮັບຄວາມນິຍົມຫຼາຍຂຶ້ນ, ມີຫລາຍແພລດຟອມຂາຍສິນຄ້າໃຫມ່ໄດ້ສ້າງຂຶ້ນ. ການນຳໃຊ້ແອັບພລິເຄຊັນຊອບແວ SAPO ຍັງຊ່ວຍໃຫ້ວິສາຫະກິດ, ຄອບຄົວທຸລະກິດເຂົ້າເຖິງລູກຄ້າໃໝ່ໄດ້ຫຼາຍຂຶ້ນ.

SAPO - ພື້ນຖານການຄຸ້ມຄອງ ແລະ ຂາຍສິນຄ້າຜ່ານຫລາຍຊ່ອງທາງທີ່ບັນລຸປະສິດທິຜົນ ຢູ່ ຫວຽດນາມ - ảnh 2(ພາບປະກອບ ຈາກ sapo.vn)

ມາຮອດທ້າຍເດືອນສິງຫາ ປີນີ້, SAPO ໄດ້ຮ່ວມເດີນທາງກັບວິສາຫະກິດ/ເຈົ້າຂອງວິສາຫະກິດ ແລະ ຮ້ານຄ້າ 190.000 ກວ່າແຫ່ງ, ກາຍເປັນແພລດຟອມຄຸ້ມຄອງ ແລະ ຂາຍສິນຄ້າທີ່ໄດ້ນຳໃຊ້ຫຼາຍທີ່ສຸດຢູ່ຫວຽດນາມ.

ຄວາມຄາດຫວັງຢາກຊ່ວຍການດຳເນີນທຸລະກິດຂາຍຍ່ອຍຢູ່ ຫວຽດນາມ ດຳເນີນໄປຢ່າງງ່າຍດາຍ ສືບຕໍ່ແມ່ນເປົ້າໝາຍຂອງບໍລິສັດຫຸ້ນສ່ວນເຕັກໂນໂລຢີ SAPO. ທ່ານ ຈິ້ງຕຽນບິ່ງ, ຜູ້ອຳນວຍການຮັບຜິດຊອບດ້ານທຸລະກຳ ບໍລິເວນ ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນເຕັກໂນໂລຊີ SAPO ແບ່ງປັນ:

 “ໄລຍະເວລາທີ່ຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ສຸມໃສ່ການພັດທະນາເຕັກໂນໂລຢີກໍຄື  ສຸມໃສ່ແພດຟອມທີ່ໃຊ້ Microservie ແລະ ຂໍ້ມູນໃຫ້ຜູ້ໃຊ້ ແລະ ລູກຄ້າພາຍໃນທີສອງ, SAPO ຈະສືບຕໍ່ຂະຫຍາຍສາຂາ ແລະ ພັດທະນາຊັບພະຍາກອນມະນຸດ. SAPO ຈະສືບຕໍ່ສ້າງຊອບແວໃຫມ່ໂດຍອີງໃສ່ແພລຟອມແອັບພລິເຄຊັນທີ່ມີຢູ່ແລ້ວ ເພື່ອຊ່ວຍໃຫ້ລູກຄ້ານຳໃຊ້ ແລະ ເປີດກວ້າງການດໍາເນີນທຸລະກິດຂອງຕົນຢ່າງມີປະສິດທິຜົນກວ່າ.

ດ້ວຍວິໄສທັດກາຍເປັນລະບົບນິເວດນະວັດຕະກຳ, ຊ່ວຍໃຫ້ບັນດາວິສາຫະກິດຂາຍ ຍ່ອຍມີ ໂອກາດເຂົ້າເຖິງຄວາມຮູ້ກ່ຽວກັບການປະຕິວັດອຸດສາຫະກຳ 4.0, ບໍລິສັດຫຸ້ນສ່ວນ ເຕັກໂນໂລຢີ SAPO ໄດ້ກຳນົດພາລະກຳປະກອບສ່ວນເຂົ້າໃນການຫັນເປັນດີຈີຕອນຢູ່ ຫວຽດນາມ./.

ຕອບກັບ