Make in Vietnam ສານພິເສດ ຂອງຂະແຫນງ ICT ຫວຽດນາມ

Chia sẻ

(VOVWORLD) -“Make in Vietnam” ແມ່ນປະໂຫຍກທີ່ເຄີຍເວົ້າເຖິງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອຸດສາຫະກຳດິຈິຕອນຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ນີ້ແມ່ນຄຳຂວັນການເຄື່ອນໄຫວຢ່າງເປັນທາງການຂອງຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ (ICT) ຫວຽດນາມ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ຍົກອອກມາຢູ່ເວທີປາໄສແຫ່ງຊາດກ່ຽວກັບການພັດທະນາວິສາຫະກິດເຕັກໂນໂລຊີ ຫວຽດນາມ ຊື່ງໄດ້ດຳເນີນໃນປີ 2019. ຄຳຂວັນດັ່ງກ່າວໄດ້ສ້າງກຳລັງຫນູນຊຸກຍູ້ການພັດທະນາລະບົບນິເວດໃຫ້ບັນດາວິສາຫະກິດ ດ້ວຍຄວາມຄາດຫວັງ  ນຳ ຫວຽດນາມ ກາຍເປັນປະເທດທີ່ເຂັ້ມແຂງດ້ານເຕັກໂນໂລຢີ.

Make in Vietnam ສານພິເສດ ຂອງຂະແຫນງ ICT ຫວຽດນາມ - ảnh 1ມີວິສາຫະກິດ ຫລາຍແຫ່ງ ໄດ້ຕອບສະຫນອງຕາມຄຳຂວັນ Make in Vietnam. ພາບປະກອບ:Trọng Đạt

 

  ປະໂຫຍກ “Make in Vietnam” ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ແບ່ງປັນຄັ້ງທຳອິດທີ່ເວທີປາໄສເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ຫວຽດນາມ - ມຽນມາ ໃນກາງເດືອນ ທັນວາ ປີ 2018, ເມື່ອແນະນຳບັນດາຜະລິດຕະພັນ ແລະ ຜະລິດຕະພັນເຕັກໂນໂລຊີຂອງບັນດາວິສາຫະກິດອຸດສາຫະກຳ ICT ຫວຽດນາມ (ເຊັ່ນ: Viettel. , VNPT, MobiFone, FPT ແລະ BKAV) ມາເຖິງ ອົງການ, ວິສາຫະກິດ ມຽນມາ. ຖັດມາ, “Make in Vietnam” ໄດ້ຮັບການຄັດເລືອກເປັນຫົວຂໍ້ຂອງງານວາງສະແດງເຕັກໂນໂລຊີ ແລະ ອຸດສາຫະກຳ ICT ຫວຽດນາມ ໃນຂອບເຂດກອງປະຊຸມຜັນຂະຫຍາຍຫນ້າທີ່ ປີ 2019 ຂອງຂະແຫນງຂໍ້ມູນຂ່າວສານ ແລະ ການສື່ສານ ໃນກາງເດືອນມັງກອນ 2019. ແລະ ນັບແຕ່ເວລານີ້, ຄຳຂວັນ “Make in Vietnam” ໄດ້ນຳໃຊ້ຢ່າງເປັນທາງການ. ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຊີ້ແຈ້ງວ່າ: “Make in Vietnam” ໝາຍຄວາມວ່າ: ຫົວຄິດປະດິດສ້າງຂອງຫວຽດນາມ, ອອກແບບຢູ່ຫວຽດນາມ, ຫວຽດນາມ ເປັນເຈົ້າການ ໃນການຜະລິດ. ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ເນັ້ນໜັກວ່າ

“ການກຳເນີດຂອງໂຄງການ Make in Vietnam, ຈິດໃຈ Make in Vietnam ແມ່ນການສະແດງໃຫ້ເຫັນຄວາມຄາດຫວັງ ແລະ ຄວາມເອກອ້າງທະນົງໃຈ ຫວຽດນາມ, ຂອງທົ່ວປວງຊົນຫວຽດນາມ. ຖ້າບໍ່ມີ Make in Vietnam, ຫວຽດນາມ ບໍ່ສາມາດກາຍເປັນປະເທດພັດທະນາໄດ້. ຖ້າບໍ່ມີ Make in Vietnam, ຫວຽດນາມ ບໍ່ສາມາດໄປອອກສູ່ທົ່ວໂລກໄດ້. ຖ້າບໍ່ມີ Make in Vietnam, ຫວຽດນາມ ບໍ່ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້. ຖ້າບໍ່ມີ Make in Vietnam, ຫວຽດນາມຈະບໍ່ສາມາດເຂັ້ມແຂງຈະເລີນຮຸ່ງເຮືອງ ແລະ ວັດທະນາຖາວອນໄດ້”

         ພາຍຫຼັງ ປະໂຫຍກ Make in Vietnam ໄດ້ເກີດຂຶ້ນ ແລະ ໄດ້ຖືກກ່າວມາເລື້ອຍໆ, ໃນຄຳສັ່ງສະບັບທຳອິດ ຂອງນາຍົກລັດຖະມົນຕີ ປີ 2020, ຄຳສັ່ງເລກທີ່  01 “ກ່ຽວກັບການຊຸກຍູ້ການພັດທະນາບັນດາວິສາຫະກິດເຕັກໂນໂລຊີດີຈີຕອນຫວຽດນາມ” ໄດ້ເນັ້ນໜັກວ່າ “ວິສາຫະກິດດີຈີຕອນຫວຽດນາມ ຕ້ອງນຳໜ້າ, ສ້າງບາດກ້າວບຸກທະລຸໃນການປະຕິບັດຍຸດທະສາດ Make in Vietnam, ປະຈຸບັນ “Make in Vietnam” ບໍ່ພຽງແຕ່ແມ່ນຄຳຂວັນອີກແລ້ວ, ຫາກໄດ້ກາຍເປັນເຂັມຊີ້ທິດຂອງປະຊາຄົມວິສາຫະກິດເຕັກໂນໂລຊີດີຈີຕອນຢູ່ ຫວຽດນາມ. ທ່ານ ຫງວຽນຫວຽດກວາງ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Vingroup ແລະ ທ່ານເລດັງຢູ໋ງ, ອະດີດຜູ້ຮັກການປະທານ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດເຕັກໂນໂລຊີໂທລະຄົມມະນາຄົມກອງທັບ Viettel ໃຫ້ຮູ້ວ່າ:

.“ກຸ່ມບໍລິສັດ Vingroup ໄດ້ກຳນົດຢ່າງຈະແຈ້ງ ແລະ ໄດ້ຫັນທິດລົງທຶນຈຸດສຸມມາຍັງຂົງເຂດເຕັກໂນໂລຊີ ແລະ ອຸດສາຫະກຳ”

 “ພວກຂ້າພະເຈົ້າໄດ້ອອກແບບ ແລະ ຜະລິດອອກບັນດາຜະລິດຕະພັນຂອງຕົນດ້ວຍຕົນເອງ ພິເສດແມ່ນ ໄດ້ເປັນເຈົ້າການໃນການສ້າງເຕັກໂນໂລຊີຫລັກ, ພື້ນຖານຂອງປັນຍາປະດິດ AI, Cloud, IOT , 5G”

          ບັນດາວິສາຫະກິດຫວຽດນາມ ໄດ້ຄ່ອຍໆເປັນເຈົ້າການບັນດາເຕັກໂນໂລຊີຫລ້າສຸດໃນໂລກຄື: 5G, big data, AI… ໃນນັ້ນເປັນຫນ້າສົນໃຈແມ່ນ ປີ 2020, ຫວຽດນາມ ກາຍເປັນປະເທດທີ 5 ໃນໂລກເປັນເຈົ້າຂອງເຕັກໂນໂລຊີ 5G. ຜະລິດອຸປະກອນພື້ນຖານໂຄງລ່າງ 5G, ແລະຜະລິດໂທລະສັບ 5G.

Make in Vietnam ສານພິເສດ ຂອງຂະແຫນງ ICT ຫວຽດນາມ - ảnh 2ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫລງຂ່າວ ແລະສື່ສານຫວຽດນາມ. ພາບ: VOV

ຕາມທ່ານ ຫງວຽນແມ້ງຮຸ່ງ,ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ສື່ສານ ແລ້ວ, ບັນດາວິສາຫະກິດ ເຕັກໂນໂລຊີ ດິຈີຕອນ ຈະສືບຕໍ່ແມ່ນຫົວຫນ່ວຍນຳຫນ້າ. ແມ່ນກຳລັງຫລັກແຫລ່ງແກ່ນສານໃນຍຸດທະສາດຫັນເປັນດິຈີຕອນແຫ່ງຊາດ.  ເປົ້າໝາຍວາງອອກ ປີ 2030 ຈະມີ 100.000 ວິສາຫະກິດເຕັກໂນໂລຊີດິຈີຕອນ. ບັນດາວິສາຫະກິດເຕັກໂນໂລຊີດິຈີຕອນ ຫວຽດນາມຈະປະກອບສ່ວນປະຕິບັດພາລະກຳນຳ ຫວຽດນາມກາຍເປັນປະເທດອຸດສາຫະກຳພັດທະນາ, ພື້ນຖານເສດຖະກິດບຸກທະລຸ, ພັດທະນາວ່ອງໄວ, ໝັ້ນຄົງ, ກວມລວມ ດ້ວຍເປົ້າໝາຍ ນຳຫວຽດນາມກາຍເປັນປະເທດມີລາຍຮັບສູງໃນປີ 2045.

          "Make in Vietnam" ໄດ້ກາຍເປັນກຳລັງຫນູນ, ແຫລ່ງບັນດານໃຈອຸທິດສ່ວນໃນປະຊາຄົມວິສາຫະກິດເຕັກໂນໂລຊີ ຫວຽດນາມ. ມີວິສາຫະກິດເຕັກໂນໂລຊີ ຫວຽດນາມ ຫລາຍແຫ່ງ ໄດ້ ແລະ ພວມມານະພະຍາຍາມຄົ້ນຄ້ວາ, ປະດິດສ້າງ, ອອກແບບ, ເປັນເຈົ້າການເຕັກໂນໂລຊີໃຫມ່, ເປັນເຈົ້າການໃນການຜະລິດ, ໄປທັດທຽມກັບການປະຕິວັດດິຈີຕອນ ດ້ວຍຈິດໃຈ, "Make in Vietnam"./. 

ຕອບກັບ