CTOptimal ກັບບັນດາຜະລິດຕະພັນເຕັກໂນໂລຊີຈາກພູມປັນຍາຂອງຊາວຫວຽດນາມ

Lê Phương, Bảo Trâm
Chia sẻ
(VOVWORLD) - ຢູ່ ງານວາງສະແດງເຕັກໂນໂລຊີດິຈີຕອນ ຫວຽດນາມ ຊື່ງໄດ້ດຳເນີນຢູ່ ຮ່າໂນ້ຍ ໃນກາງເດືອນກັນຍາ, ບໍລິສັດ CTOptimal (ຂຶ້ນກັບກຸ່ມບໍລິສັດ CT Group) ເປັນຄັ້ງທຳອິດໄດແນະນຳເຖິງມະຫາຊົນ 3 ຜະລິດຕະພັນ AI ສະເພາະໃຫ້ບັນດາຂົງເຂດຄື: Healthcare (ດູແລສຸຂະພາບ), Logistics (ພະລາທິການ) ແລະ UAV (ເຮືອບິນບໍ່ມີຄົນຂັບ).
CTOptimal ກັບບັນດາຜະລິດຕະພັນເຕັກໂນໂລຊີຈາກພູມປັນຍາຂອງຊາວຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມເຂດວາງສະແດງຂອງ CTOptimal
(ພາບ:CT Group)

 

 ນີ້ແມ່ນບັນດາຜະລິດຕະພັນເຕັກໂນໂລຊີສູງ ໄດ້ຮັບການຜະລິດດ້ວຍພູປັນຍາ, ການປະດິດຄິດສ້າງຂອງຊາວຫວຽດນາມ ດ້ວຍຄວາມປາດຖະນາຢາກປະກອບສ່ວນເຂົ້າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນສີຂຽວ ແລະ ພັດທະນາແບບຍືນຍົງ.

          ກໍ່ເຊັ່ນດຽວກັນກັບຫຼາຍໝວດຂະແຫນງອື່ນໆ, ຂະແຫນງສາທາລະນະສຸກ ພວມໝູນໃຊ້ເຕັກໂນໂລຊີປັນຍາປະດິດ (AI)  ໃນການບົ່ງມະຕິ ແລະ ປິ່ນປົວພະຍາດ. ບັນດາຄຸນລັກສະນະແບບອັດສະລິຍະຂອງ AI ໄດ້ຊ່ວຍຫຼຸດຜ່ອນປະລິມານວຽກງານຂອງແພດໝໍ, ຍົກສູງຄວາມສາມາດໃນການບົ່ງມະຕິໃຫ້ຊັດເຈນ ພ້ອມທັງເພີ່ມຈໍານວນຄົນເຈັບທີ່ໄດ້ຮັບການປິ່ນປົວ. ຈາກຜົນປະໂຫຍດຕົວຈິງເຫຼົ່ານັ້ນ, ຜູ້ຊ່ຽວຊານ CTOptimal ໄດ້ຄົ້ນຄວ້າ ແລະ ພັດທະນາ platform AI for Healthcare  ເພື່ອຮັບໃຊ້ການບົ່ງມະຕິ ແລະ ການຄວບຄຸມພະຍາດຫົວໃຈ. ປະຈຸບັນ, platform ນີ້ ບໍລິສັດ CTOptimal ພວມນຳໃຊ້ທົດລອງຢູ່ບາງໂຮງໝໍຢູ່ ອິນໂດເນເຊຍ; ທ່ານ ດັ້ງຟູ, ຜູ້ອຳນວຍການຝ່າຍທຸລະກິດທົ່ວໂລກຂອງ CTOptimal, ໄດ້ແນະນຳວ່າ: 

ຈຸດດີຂອງ AI ນັ້ນແມ່ນຍິ່ງມີຂໍ້ມູນຫຼາຍ, ຄວາມຊັດເຈນຍິ່ງສູງ. ພາຍຫຼັງໄດ້ຮັບການວິເຄາະແລ້ວ, ສັນຍານເບື້ອງຕົ້ນຂອງວິທີການ ECG (ແທກຫົວໃຈ) ໄດ້ໃຫ້ຄໍາເຕືອນທີ່ຈະຊ່ວຍໃຫ້ທ່ານຫມໍມີຫລາຍຮູບການເພື່ອວິເຄາະ, ມີຂໍ້ມູນເພື່ອໃຫ້ຄຳປຶກສາຕໍ່ຄົນເຈັບ. ພວກຂ້າພະເຈົ້າສຸມໃສ່ພະຍາດຫົວໃຈ, ເຮັດແນວໃດເພື່ອນໍາໃຊ້ຂໍ້ມູນ ECG ຢ່າງມີປະສິດທິຜົນທີ່ສຸດ, ເພາະວ່າ ປະຈຸບັນ ມີຫລາຍຄົນມີ smart watches”.

ດ້ວຍໝາກຜົນດ້ານວິທະຍາສາດໂດຍບໍລິສັດສ້າງຂຶ້ນ, CTOptimal ສາມາດຄົ້ນຄວ້າໄດ້ຫລາຍຜະລິດຕະພັນໃຫມ່. ມີຜະລິດຕະພັນອີກຢ່າງຫນຶ່ງຂອງ CTOptimal ກໍ່ໄດ້ຄົ້ນຄ້ວາ ແລະ ພັດທະນາໂດຍອີງໃສ່ເຕັກໂນໂລຊີດັ່ງກ່າວ ນັ້ນແມ່ນ AI for UAV (ເຮືອບິນບໍ່ມີຄົນຂັບ). ທ່ານ ດັ້ງຟູ ແນະນຳຕໍ່ໄປວ່າ:

“UAV ຂອງ CTOptimal ແມ່ນຕ່າງກັບເຮືອບິນບໍ່ມີຄົນຂັບ UAV ລຸ້ນໃຫມ່ (drone) ຢູ່ບ່ອນວ່າ: UAV ແມ່ນໄດ້ຕິດຕັ້ງ AI. ສະນັ້ນ ລະບົບຈະສາມາດຄວບຄຸມໄດ້ຫລາຍຢ່າງ ເມື່ອ UAV ເຄື່ອນໄຫວໃນເວລາດຽວກັນ. UAV ຂອງພວກຂ້າພະເຈົ້າ ສາມາດພາທາງໂດຍທີ່ບໍ່ຕ້ອງການ GPS. ມັນມີລະບົບ AI ສະນັ້ນ ສາມາດຮັບຮູ້ ແລະ ຫລີກລ້ຽງໄດ້ສີ່ງກີດຂວາງໂດຍບໍ່ຈຳເປັນມີຄົນບັນຊາ.

CTOptimal ກັບບັນດາຜະລິດຕະພັນເຕັກໂນໂລຊີຈາກພູມປັນຍາຂອງຊາວຫວຽດນາມ - ảnh 2ບັນດາສະມາຊິກລັດຖະສະພາໂລກ ສົນໃຈເຖິງບັນດາຜະລິດຕະພັນຂອງ CTOptimal
(ພາບ:CT Group)

          AI for UAV ຂອງ CTOptimal ສາມາດຕ່າງວັດຖຸທີ່ມີນ້ຳຫນັກຂຶ້ນເຖິງສີບໆກິໂລກາມ. ຕາມການກຳນົດທິດພັດທະນາຂອງບໍລິສັດ, ຜະລິດຕະພັນນີ້ຈະໄດ້ໝູນໃຊ້ໃນຂົງເຂດກະສິກຳ, ຂົນສົ່ງສິນຄ້າ, ຮັບໃຊ້ໃນຂົງເຂດນ້ຳມັນອາຍແກັສ.

          ພາຍຫລັງໄດ້ແນະນຳຢູ່ງານວາງສະແດງເຕັກໂນໂລຊີດິຈີຕອນ ຫວຽດນາມ, 3 ຜະລິດຕະພັນດັ່ງກ່າວຂອງ CTOptimal ຈະໄດ້ຈຳຫນ່າຍໃນທົ່ວໂລກນັບແຕ່ຕົ້ນປີຫນ້າ ດ້ວຍຄວາມຄາດຫວັງສາມາດແກ້ງແຍ່ງສູງກັບບັນດາຜະລິດຕະພັນທີ່ພວມມີຢູ່ແລ້ວໃນຕະຫລາດ. ທ່ານ ດັ້ງຟູ ໃຫ້ຮູ້ຕື່ມອີກວ່າ:

 “ໂດຍຕ່າງກັບບັນດາວິສາຫະກິດອື່ນທີ່ນຳໃຊ້ open source AI ຫລື  ພື້ນຖານ  AI ທີ່ພວມມີຢູ່ແລ້ວ, ພວກຂ້າພະເຈົ້າຄົ້ນຄ້ວາເອງເພື່ອສ້າງ platform AI ຂອງຕົນ, ຫວຽດນາມ ມີນັກນິດສາດເກັ່ງຫລາຍຄົນ ມີຫລາຍກິດຈະກຳຄົ້ນຄ້ວາວິທະຍາສາດ. ສະນັ້ນ ພວກຂ້າພະເຈົ້າປາດນາຢາກນຳເອົາບັນດາກິດຈະກຳນັ້ນເຂົ້າໃນລະບົບ  AI ແລະ ສົມທົບກັບທັງຄະນິດສາດ ແລະ  ທັງ AI ເພື່ອສ້າງ platform ປັນຍາປະດິຢ່າງສົມບູນດ້ວຍພູມປັນຍາຂອງຊາວຫວຽດນາມ. ພວກຂ້າພະເຈົ້າປາດຖະນາຢາກປະກອບສ່ວນນຳເອົາພູມປັນຍາ ຫວຽດນາມ ເຜີຍແຜ່ໃນແຜນທີ່ເຕັກໂນໂລຊີໂລກ, ຜ່ານນັ້ນ ກໍ່ປະກອບສ່ວນຮັບມືກັບການປ່ຽແປງຂອງດິນຟ້າອາກາດ ໍ່ຄືນຳໃຊ້ພະລັງງານສີຂຽວ, ການພັດທະນາແບບຍືນຍົງ.

ພ້ອມກັບ 3 ຜະລິດຕະພັນດັ່ງກ່າວ, ບັນດາສະມາຊິກຂອງ CTOptimal ຊື່ງລວມມີ: ບັນດານັກວິທະຍາສາດຖານຂໍ້ມູນ ແລະ ນັກປັບສິ່ງທີ່ມີຢູ່ແລ້ວໃຫ້ເໝາະສົມທີ່ສຸດ (optimizing), ປອ ຄະນິດສາດໝູນໃຊ້ ແລະ ວິທະຍາສາດຄອມພິວເຕີ ເຊິ່ງແມ່ນຊາວຫວຽດນາມ ພວມເຮັດວຽກຢູ່ ຝລັ່ງ ກໍ່ກຳລັງຄົ້ນຄ້ວາບັນດາຜະລິດຕະພັນກ່ຽວກັບເຕັກໂນໂລຊີ Gen (ແຢນ) ແລະ ຈຸລັງ, ພະລັງງານສະອາດ, ເຕັກໂນໂລຊີ quantum, ສະກຸນເງິນດີຈີຕອນສີຂຽວ.

ຕອບກັບ