ໝູນ​ໃຊ້ UNCLOS 1982 ແລະ ກົດ​ໝາຍ​ສາ​ກົນ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢູ່​ທະ​ເລ

Chia sẻ
(VOVWORLD) -ກອງປະຊຸມສຳມະນາໄດ້ດຳເນີນແບບເຊິ່ງໜ້າສົມທົບກັບທາງໄກ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 200 ທ່ານ ທີ່ມາຈາກ 27 ປະເທດສະມາຊິກ ARF, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຕາງໜ້າທາງການທູດ, ສະຖາບັນຄົ້ນຄວ້າ, ບັນດາກະຊວງ ແລະ ຂະແໜງການ.
ໝູນ​ໃຊ້ UNCLOS 1982 ແລະ ກົດ​ໝາຍ​ສາ​ກົນ​ເຂົ້າ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຢູ່​ທະ​ເລ - ảnh 1 ກອງປະຊຸມສຳມະນາຄັ້ງທີ 4 ຂອງເວທີປາໄສພາກພື້ນ ອາຊຽນ (ພາບ: cand.com.vn)

ກອງປະຊຸມສຳມະນາຄັ້ງທີ 4 ຂອງເວທີປາໄສພາກພື້ນ ອາຊຽນ (ARF) ກ່ຽວກັບການໝູນໃຊ້ກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະ ເອກະສານນິຕິກຳສາກົນສະບັບຕ່າງໆໃນການຮັບມືກັບສິ່ງທ້າທາຍທີ່ພວມພົ້ນເດັ່ນຂຶ້ນຢູ່ທະເລ ໂດຍກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບ ສະຫະພາບເອີຣົບ (ອີຢູ), ອົດສະຕາລີ, ນິວຊີແລນ ຮ່ວມກັນຈັດຂຶ້ນຢູ່ຮ່າໂນ້ຍ ໃນຕອນບ່າຍວັນທີ 30 ພະຈິກ ແລະ ວັນທີ 01 ທັນວາ. ກອງປະຊຸມສຳມະນາໄດ້ດຳເນີນແບບເຊິ່ງໜ້າສົມທົບກັບທາງໄກ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 200 ທ່ານ ທີ່ມາຈາກ 27 ປະເທດສະມາຊິກ ARF, ບັນດາອົງການຈັດຕັ້ງສາກົນ ແລະ ພາກພື້ນ, ອົງການຕາງໜ້າທາງການທູດ, ສະຖາບັນຄົ້ນຄວ້າ, ບັນດາກະຊວງ ແລະ ຂະແໜງການ.

        ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລືກ່ຽວກັບຄວາມມານະພະຍາຍາມຮ່ວມມືສາກົນ ມຸ່ງໄປເຖິງການນຳໃຊ້ແບບຍືນຍົງ, ອະນຸລັກຮັກສາທະເລ ແລະ ມະຫາສະໝຸດ, ລວມທັງການເຈລະຈາເອກະສານນິຕິກຳສາກົນສະບັບຕ່າງໆກ່ຽວກັບຊີວະນາໆພັນໃນເຂດທະເລ ທີ່ຢູ່ນອກເຂດທະເລຂຶ້ນກັບອຳນາດສານຂອງຊາດ; ອຳນາດສານໃນການຕັດສິນກ່ຽວກັບຊັບພະຍາກອນສິ່ງມີຊີວິດ ຢູ່ເຂດເສດຖະກິດຈຳເພາະ; ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາອົງການຄຸ້ມຄອງອາຊີບຫາປາຢູ່ພາກພື້ນ.


ຕອບກັບ