ການປະທະກັນ ລະຫວ່າງ ຮາມາດ - ອິດສະຣາແອນ: ບັນລຸໄດ້ຄວາມຄືບຫນ້າໃນການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ

Chia sẻ
(VOVWORLD) -ວັນທີ 4 ພຶດສະພາ ສື່ມວນຊົນ ອີຢີບ ໄດ້ອອກຂ່າວກ່ຽວກັບບັນດາການເຈລະຈາຢູ່ Cairo ເພື່ອແນໃສ່ບັນລຸຂໍ້ຕົກລົງຢຸດຍິງ ລະຫວ່າງ ອິດສະຣາແອນ ແລະ ຂະບວນການ ຮາມາດ ຢູ່ ເຂດ ກາຊາ ບັນລຸໄດ້ຄວາມຄືບຫນ້າພໍສົມຄວນ. 
ການປະທະກັນ ລະຫວ່າງ ຮາມາດ - ອິດສະຣາແອນ: ບັນລຸໄດ້ຄວາມຄືບຫນ້າໃນການເຈລະຈາກ່ຽວກັບຄຳສັ່ງຢຸດຍິງ - ảnh 1ພົນທະຫານ ອິດສະຣາແອນ ເຂົ້າຮ່ວມບັ້ນຮົບການທະຫານຢູ່ເຂດ ກາຊາ ເມື່ອວັນທີ 25/4/2024. ພາບ:THX/TTXVN

ແຕ່ເຖິງຢ່າງໃດກໍຕາມ ຕາມແຫລ່ງຂ່າວຈຳນວນຫນຶ່ງທີ່ເຂົ້າຮ່ວມການເຈລະຈາ, ບັນດາຝ່າຍຍັງຕ້ອງການມີເວລາຈຳເປັນເພື່ອເປັນເອກະພາບກ່ຽວກັບເນື້ອໃນລາຍລະອຽດ ກ່ອນທີ່ກ້າວໄປເຖິງຂໍ້ຕົກລົງຢຸດຍິງ ສຸດທ້າຍ.

ໃນຂະນະນັ້ນ ຕາມແຫລ່ງຂ່າວຂັ້ນສູງໄດ້ຢັ້ງຢືນກັບຊ່ອງຂ່າວ Al-Qahera News ວ່າ ຄະນະປະຕິບັດງານຄວາມໝັ້ນຄົງ ອີຢີບ ໄດ້ເຂົ້າຮ່ວມການເຈລະຈາ ເພື່ອແນໃສ່ຊ່ວຍ ຮາມາດ ແລະ ອິດສະຣາແອນ ບັນລຸໄດ້ “ຄວາມເຫັນດີເຫັນພ້ອມ”ກ່ຽວກັບຫລາຍຈຸດບໍ່ລົງລອຍກັນ. ບັນດາຝ່າຍເປັນໄກ່ເກ່ຍຈາກ ກາຈາ, ອີຢິບ ແລະ ອາເມລິກາ ໄດ້ຮັບຟັງການຕອບຂອງ ຮາມາດ ກ່ຽວກັບຄຳສະເຫນີຢຸດຍິງ ໃນ ເວລາ 40 ວັນ ແລະ ຂໍ້ຕົກລົງແລກປ່ຽນຕົວປະກັນເອົາສະເລີຍເສິກ ປາແລດສະຕີນ.

ຕອບກັບ