ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳຫຼັກ​ແຫຼ່ງ

Van Hieu
Chia sẻ
(VOVWORLD) - ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີອັດກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການເຮັດວຽກກັບການນຳຫຼັກແຫຼ່ງ ເພື່ອຮັບຟັງການຕີລາຄາວຽກງານຂອງປະເທດຊາດໃນໄລຍະຜ່ານມາ ແລະ ສຸມໃສ່ປະກອບຄຳເຫັນຊີ້ນຳຜັນຂະຫຍາຍວຽກງານໃນໄລຍະຈະມາເຖິງ.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ບັນ​ດາ​ການ​ນຳຫຼັກ​ແຫຼ່ງ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຮັດວຽກກັບບັນດາການນຳຫຼັກແຫຼ່ງ (ພາບ: TTXVN)

ນີ້ແມ່ນກອງປະຊຸມການນຳຫຼັກແຫຼ່ງຄັ້ງທຳອິດພາຍຫຼັງກອງປະຊຸມສູນກາງພັກຄັ້ງທີ 9 ໄດ້ຮັບຮອງເອົາບາງເນື້ອໃນສຳຄັນ ແລະ ແນະນຳບຸກຄະລາກອນເພື່ອໃຫ້ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງເຂົ້າດຳລົງບັນດາຕຳແໜ່ງປະທານປະເທດ, ປະທານສະພາແຫ່ງຊາດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງເລື່ອງ ສູນກາງພັກ ມີຄວາມເຫັນດີເປັນເອກະພາບສູງຕໍ່ການແນະນຳ ທ່ານ ໂຕເລີມ ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ເພື່ອໃຫ້ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແລະ ທ່ານ ເຈິ່ນແທັງເໝີນ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໃຫ້ສະພາແຫ່ງຊາດຊຸດທີ XV ເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ.

ກ່ຽວກັບບາງວຽກງານຈຸດສຸມໃນໄລຍະຈະມາເຖິງ, ການນຳຫຼັກແຫຼ່ງເນັ້ນໜັກວ່າ ໄປຄຽງຄູ່ກັບກາລະໂອກາດ, ຄວາມສະດວກ, ຫວຽດນາມ ພວມ ແລະ ຈະຕ້ອງປະເຊີນໜ້າກັບບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ດັ່ງນັ້ນ, ຄຳຮຽກຮ້ອງສຳຄັນທີ່ສຸດແມ່ນຕ້ອງສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເອກະພາບພາຍໃນທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ. ຕ້ອງສຸມໃສ່ຊຸກຍູ້ການເຕີບໂຕເສດຖະກິດຕິດພັນກັບການປັບປຸງ, ຮັກສາສະຖຽນລະພາບດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດຢ່າງແຮງ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກແກ່ການຜະລິດດຳເນີນທຸລະກິດ. ໄປຄຽງຄູ່ກັນນັ້ນ, ຕ້ອງຮັບປະກັນຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຜັນຂະຫຍາຍວຽກງານພົວພັນຕ່າງປະເທດໃຫ້ມີປະສິດທິຜົນ, ເພີ່ມທະວີການພົວພັນກັບບັນດາປະເທດ, ບັນດາຄູ່ຮ່ວມມືສຳຄັນ, ບຸລິມະສິດ, ຊຸກຍູ້ ແລະ ຈັດຕັ້ງບັນດາເຫດການພົວພັນຕ່າງປະເທດພາຍໃນ ແລະ ຢູ່ຕ່າງປະເທດໃຫ້ລອບຄອບຖີ່ຖ້ວນ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ.

ວັນຮ໋ຽວ

 

 

ຕອບກັບ