ກຸ່ມບໍ​ລິ​ສັດ ເຄື່ອງ​ເອ້​ຢ້ອງ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຈະ​ສ້າງ​ໂຮງ​ງານທີ່​ມີ​ມູນ​ຄ່າ 150 ລ້ານ USD ຢູ່​ບິ່ງ​ເຢືອງ ຫວຽດ​ນາມ

Chia sẻ
(VOVWORLD) - ໂຮງງານ ທີ່ມີຍອດເງິນລົງທຶນ ກໍ່ສ້າງຂຶ້ນເຖິງ 150 ລ້ານ USD ຂອງ Pandora ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານນາຍຊ່າງເງິນ ກ່ວາ 7000 ຄົນ ແລະ ຜະລິດຜະລິດຕະພັນເອ້ຢ້ອງ 60 ລ້ານຢ່າງຕໍ່ປີ.
ກຸ່ມບໍ​ລິ​ສັດ ເຄື່ອງ​ເອ້​ຢ້ອງ​ໃຫຍ່​ທີ່​ສຸດ​ໃນ​ໂລກ ຈະ​ສ້າງ​ໂຮງ​ງານທີ່​ມີ​ມູນ​ຄ່າ 150 ລ້ານ USD ຢູ່​ບິ່ງ​ເຢືອງ ຫວຽດ​ນາມ - ảnh 1ເຂດ ອຸດສາຫະກຳVSIP 3 ຢູ່ບິ່ງເຢືອງ (ພາບ: plo.vn)

ຕາມແຈ້ງການຂອງສະຖານທູດ ແດນມາກ ປະຈຳ ຫວຽດນາມແລ້ວ, ກຸ່ມບໍລິສັດເຄື່ອງ ເອ້ຢ້ອງ ໃຫຍ່ທີ່ສຸດໃນໂລກ Pandora ຈະເລີ່ມລົງມືກໍ່ສ້າງໂຮງງານ Pandora Production ຫວຽດນາມ ຢູ່ເຂດອຸດສາຫະກຳ VSIP 3 ແຂວງ ບິ່ງເຢືອງ, ໃນວັນທີ 16 ພຶດສະພາ ຈະມາເຖິງ. ໂຄງການແມ່ນຮາກຖານຜະລິດອັນດັບທີ 3 ແລະ ແມ່ນໂຮງງານແຫ່ງທຳອິດຂອງ Pandora ທີ່ໄດ້ຮັບການກໍ່ສ້າງນອກປະເທດໄທ.

ຄາດວ່າ ໂຮງງານ ທີ່ມີຍອດເງິນລົງທຶນ ກໍ່ສ້າງຂຶ້ນເຖິງ 150 ລ້ານ USD ຂອງ Pandora ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານນາຍຊ່າງເງິນ ກ່ວາ 7000 ຄົນ ແລະ ຜະລິດຜະລິດຕະພັນເອ້ຢ້ອງ 60 ລ້ານຢ່າງຕໍ່ປີ. ເອ້ຢ້ອງຊະນິດຕ່າງໆທີ່ໄດ້ຜະລິດຢູ່ໂຮງງານ ຫວຽດນາມ ຈະກວມເອົາຂຶ້ນເຖິງ 1/3 ສະມັດຕະພາບໃນທົ່ວໂລກ ຂອງ Pandora.

ແລະສະຖານທີ່ ແດກມາກ ກໍ່ໃຫ້ຮູ້ວ່າ, ໂຮງງານ Pandora Production ຫວຽດນາມ ຈະນຳໃຊ້ 100% ຜະລິດຕະພັນທົດແທນ ຜ່ານນັ້ນ ປະກອບສ່ວນເຂົ້າໃນເປົ້າມາຍຫັນປ່ຽນສີຂຽວ ຢູ່ ຫວຽດນາມ ເມື່ອໄດ້ຮັບການເຄື່ອນໄຫວຕາມບັນດາມາດຖານພັດທະນາແບບຍືນຍົງຢູ່ລະດັບສູງທີ່ສຸດໃນຕະຫຼອດ ລະບົບມູນຄ່າຜະລິດຂອງ ກຸ່ມບໍລິສັດ.

ຕອບກັບ