ໜັງສືພິມ ມາເລເຊຍ ຂຽນກ່ຽວກັບການຈະເລີນເຕີບໂຕຂອງທ່ອງທ່ຽວ ຫວຽດນາມ

Chia sẻ
(VOVWORLD) - ໜັງສືພິມ The Asian Post ຂອງ ມາເລເຊຍ ຫາກໍ່ຄັດສະເໜີບົດຂຽນກ່ຽວກັບການຟື້ນຕົວຂຶ້ນຂອງຂະແໜງການທ່ອງທ່ຽວ ຫວຽດນາມ. 

ໃນນັ້ນ ຢືນຢັນວ່າ ຫວຽດນາມ ແມ່ນປະເທດພວມຟື້ນຕົວຂຶ້ນໃນຂະແໜງທ່ອງທ່ຽວ ເມື່ອມີຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ຫວຽດນາມ ໃນປີ 2017 ເພີ່ມຂຶ້ນສູງສຸດໃນພາກພື້ນ. ຕາມບົດລາຍງານນີ້, ການເຕີບໂຕດ້ານການທ່ອງທ່ຽວຂອງ ຫວຽດນາມ ບັນລຸໄດ້ຜົນສຳເລັດຄືດັ່ງກ່າວ ແມ່ນຍ້ອນອີງໃສ່ຄວາມເອົາໃຈໃສ່ ແລະ ການຊີ້ນຳຂອງລັດຖະບານສຳລັບ “ຂະແໜງອຸດສາຫະກຳບໍ່ມີຄວັນ”, ໄດ້ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ຂະແໜງນີ້ພັດທະນາ. ໄປຄຽງຄູ່ກັນນັ້ນ, ບັນດາຄວາມມານະພະຍາຍາມອັນໃຫຍ່ຫລວງຂອງບັນດາທ້ອງຖິ່ນ ແລະ ວິສາຫະກິດໃນຊຸມປີຜ່ານມາ ໄດ້ສ້າງລະບົບເຕັກນິກ ແລະ ພື້ນຖານໂຄງລ່າງໃຫ້ແກ່ຂະແໜງທ່ອງທ່ຽວ. ນອກນັ້ນ ຫວຽດນາມ ກໍ່ສຸມໃສ່ມານະພະຍາຍາມ ແລະ ຕັດສິນສົ່ງເສີມການຄ້າ, ວັດທະນະທຳເຖິງບັນດາຕະຫລາດອື່ນໆ.

ຕອບກັບ