ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຢູ່ຕ່າງປະເທດ

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ, ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງແມ່ນເຫດການທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈອັນດີງາມຂອງອຳນາດການປົກຄອງ ແລະ ປະຊາຊົນແຂວງ ນະຄອນ ພະນົມ ທີ່ມີຕໍ່ປະທານ ໂຮ່ຈີມິນ...
ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງວັນຄ້າຍວັນເກີດປະທານ ໂຮ່ຈີມິນ ຢູ່ຕ່າງປະເທດ - ảnh 1ການເຄື່ອນໄຫວຢູ່ ແຂວງ ນະຄອນ ພະນົມ ຂອງໄທ
(ພາບ: ນັກຂ່າວ VOV ປະຈຳ ໄທ)

ວັນທີ 19 ພຶດສະພາ, ອຳນາດການປົກຄອງແຂວງ ນະຄອນ ພະນົມ ຂອງໄທ ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ໄທ, ສະຖານກົງສູນໃຫຍ່ ຫວຽດນາມ ຢູ່ຂອນແກ່ນ, ສະມາຄົມ ໄທ - ຫວຽດນາມ ແຂວງນະຄອນ ພະນົມ ໄດ້ຈັດພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈີມິນ (19/5/1890 – 19/5/2024).

        ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ, ເນັ້ນໜັກວ່າ: ພິທີສະເຫຼີມສະຫຼອງແມ່ນເຫດການທີ່ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນນ້ຳໃຈອັນດີງາມຂອງອຳນາດການປົກຄອງ ແລະ ປະຊາຊົນແຂວງ ນະຄອນ ພະນົມ ທີ່ມີຕໍ່ປະທານ ໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ພ້ອມກັນອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ຄິດຮອດຄິດເຖິງປະທານ ໂຮ່ຈີມິນ ພ້ອມກັບບັນດາໜ້າປະຫວັດສາດທີ່ສະຫງ່າອົງອາດຂອງຊາດ:

        “ຄິດເຖິງແບບຢ່າງປະທານ ໂຮ່ຈີມິນ ແລະ ບັນດາມູນເຊຶ້ື້ອອັນລ້ຳຄ່າຂອງຊາດ, ຂ້າພະເຈົ້າຫວັງວ່າ ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ທີ່ອາໄສຢູ່ໄທ ເວົ້າລວມ ແລະ ແຂວງ ນະຄອນ ພະນົມ ເວົ້າສະເພາະຈະພ້ອມກັນເສີມຂະຫຍາຍມູນເຊື້ອສາມັກຄີ, ອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການດຳລົງຊີວິດ. ພ້ອມນັ້ນ, ກໍ່ຕັ້ງໜ້າປະກອບສ່ວນສ້າງສັງຄົມປະຈຳຖິ່ນ, ປະກອບສ່ວນປັບປຸງການພົວພັນການທູດສອງປະເທດ ແລະ ພິເສດຍາມໃດກໍ່ຈົດຈຳ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ, ກົກເຄົ້າເຫງົ້າກໍ”.

        ກໍ່ໃນວັນດຽວກັນ, ຢູ່ນະຄອນ Kolkata, ເມືອງເອກຂອງລັດ Bengal ຕາເວັນຕົກ, ທາງທິດຕາເວັນອອກ ອິນເດຍ, ຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ ລັດ Bengal ຕາເວັນຕົກ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ.   

        ທີ່ສຳນັກງານເຮັດວຽກ, ສະຖານທູດ ຫວຽດນາມ ປະຈຳ ຣູມານີ ກໍ່ໄດ້ຈັດພິທີຖະຫວາຍທູບທຽນລະນຶກ 134 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2024) ແລະ ປຸກລະດົມພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຕອບສະໜອງຂະບວນການແຂ່ງຂັນຮ່ຳຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ.

        ແລະກໍ່ໃນວັນທີ 19 ພຶດສະພາ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ອາບຟຣີກາ ໃຕ້ ແລະ ພະນັກງານບັນດາອົງການຕາງໜ້າອື່ນໆໃນບໍລິເວນກໍ່ໄດ້ຈັດພິທີຖະຫວາຍທູບທຽນລະລຶກເຖິງ ປະທານໂຮ່ຈີມິນ ເຊັ່ນດຽວກັນ.

ຕອບກັບ