ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026

Chia sẻ
(VOVWORLD) - ໃນຈຳນວນ 475/475 ສສຊ ເຂົ້າຮ່ວມກອງປະຊຸມ (100%) ຕ່າງທີ່ສະໜັບສະໜູນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026.
ທ່ານເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດອາຍຸການ 2021-2026 - ảnh 1ທ່ານ ເຈິ່ນແທັງເໝີນ, ປະທານສະພາແຫ່ງຊາດ ອາຍຸການ 2021 – 2026
(ພາບ:VOV)

ຕອນບ່າຍວັນທີ 20 ພຶດສະພາ, ໃນຂອບເຂດກອງປະຊຸມສະໄໝສາມັນຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ບັນດາ ສສຊ ໄດ້ລົງຄະແນນສຽງຮັບຮອງເອົາມະຕິເລືອກຕັ້ງປະທານສະພາແຫ່ງຊາດ ສຳລັບທ່ານ ເຈິ່ນແທັງເໝີນ.

        ໃນຈຳນວນ 475/475 ສສຊ ເຂົ້າຮ່ວມກອງປະຊຸມ (100%) ຕ່າງທີ່ສະໜັບສະໜູນ, ສະພາແຫ່ງຊາດ ໄດ້ຮັບຮອງເອົາມະຕິເລືອກຕັ້ງທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ສສຊ ຊຸດທີ XV ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດຊຸດທີ XV ອາຍຸການ 2021 – 2026. ສາບານຕົວເຂົ້າດຳລົງຕຳແໜ່ງຕໍ່ສະພາແຫ່ງຊາດ ແລະ ບັນດາຜູ້ມີສິດເລືອກຕັ້ງທົ່ວປະເທດ, ທ່ານ ເຈິ່ນແທັງເໝີນ ຢັ້ງຢືນວ່າ:

        “ໃຕ້ທຸງຊາດທີ່ສັກສັກກະຫຼະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ ແລະ ພໍ່ແມ່ພີ່ນ້ອງ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ, ຂ້າພະເຈົ້າ - ປະທານສະພາແຫ່ງຊາດ ສສ ຫວຽດນາມ - ຂໍປະຕິຍານຕົວວ່າ: ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນຂອງ ສສ ຫວຽດນາມ, ມານະພະຍາຍາມ, ສູ້ຊົນປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ເປັນຢ່າງດີ”.

        ທ່ານ ເຈິ່ນແທັງເໝີນ ເກີດປີ 1962, ຢູ່ແຂວງ ເຮົ້າຢາງ, ແມ່ນປະລິຍາເອກເສດຖະກິດ, ປະລິຍາຕີການເມືອງ. ເພິ່ນເປັນກຳມະການສຳຮອງສູນກາງພັກຊຸດທີ X; ກຳມະການສູນກາງພັກຊຸດທີ XI, XII, XIII; ເລຂາສູນກາງພັກຊຸດທີ XII; ກຳມະການກົມການເມືອງຊຸດທີ XIII; ເປັນສະມາຊິກ ເປັນສະພາແຫ່ງຊາດຊຸດທີ XIII, XIV, XV.

        ທ່ານ ເຈິ່ນແທັງເໝີນ ເຄີຍດຳລົງຕຳແໜ່ງເປັນເລຂາຄະນະພັກນະຄອນ ເກີນເທີ (2011 – 2015). ແຕ່ເດືອນຕຸລາ 2015 ຮອດເດືອນ ເມສາ 2021, ທ່ານໄດ້ດຳລົງຕຳແໜ່ງເປັນຮອງປະທານ ແລ້ວ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ.

        ເດືອນ ເມສາ 2021, ທີ່ກອງປະຊຸມສະໄໝສາມັນຄັ້ງທີ 11 ສະພາແຫ່ງຊາດຊຸດທີ XIV, ທ່ານ ເຈິ່ນແທັງເໝີນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນຮອງປະທານສະພາແຫ່ງຊາດຊຸດທີ XIV, ໄດ້ດຳລົງຕຳແໜ່ງເປັນຮອງປະທານຜູ້ປະຈຳການສະພາແຫ່ງຊາດ. ທີ່ກອງປະຊຸມສະໄໝສາມັນຄັ້ງທີ 1 ສະພາແຫ່ງຊາດຊຸດທີ XV (ເດືອນ ກໍລະກົດ 2021), ທ່ານສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງດັ່ງກ່າວອີກຄັ້ງໜຶ່ງ.

ຕອບກັບ