ໄທ:ພັກເພື່ອໄທຄັດຄ້ານຄຳຕັດສິນຂອງສານລັດຖະທຳມະນູນ

Chia sẻ
ພັກ​ເພື່ອ​ໄທ ກຳ​ອຳນາດ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ຄັດຄ້ານ​ຄຳ​ຕັດສິນ​ເມື່ອ​ວັນ​ທີ 21/3 ຂອງ​ສານ​ລັດຖະທຳ​ມະນູນ​ປະ​ເທດ​ນີ້...
ໄທ:ພັກເພື່ອໄທຄັດຄ້ານຄຳຕັດສິນຂອງສານລັດຖະທຳມະນູນ - ảnh 1
ໂຄສົກສານລັດຖະທຳມະນູນອ່ານຄຳຕັດສິນຂອງສານ
(ພາບຈາກອິນເຕີເນັດ)

(vovworld) – ວັນ​ທີ 21/3, ພັກ​ເພື່ອ​ໄທ ກຳ​ອຳນາດ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ຄັດຄ້ານ​ຄຳ​ຕັດສິນ​ເມື່ອ​ວັນ​ທີ 21/3 ຂອງ​ສານ​ລັດຖະທຳ​ມະນູນ​ປະ​ເທດ​ນີ້ ​ທີ່​ບໍ່​ຮັບ​ຮອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ເດືອນ 2 ຜ່ານ​ມາ. ຍ້ອນ​ບໍ່​ໄດ້​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ດຽວ​ກັນ, ລະ​ເມີດ​ລັດຖະທຳ​ມະນູນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຄະນະ​ກຳມະການ​ເລືອກ​ຕັ້ງ (EC) ຂອງ ​ໄທ ​ແລະ ລັດຖະບານ​ຊົ່ວຄາວ​ກຳນົດ​ວັນ​ຈັດ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

    ປະຕິກິລິຍາພາຍຫຼັງ​ຄຳ​ຕັດສິນ​ດັ່ງກ່າວ​ຂອງ​ສານ​ລັດຖະທຳ​ມະນູນ, ​ໂຄສົກ​ຂອງ​ພັກ​ກຳ​ອຳນາດ​ໃຫ້​ຮູ້​ວ່າ: ພັກ​ເພື່ອ​ໄທ ພວມ​ສ້າງ​ແຜນການ​ຟ້ອງ​ຮ້ອງ​ພັກ​ປະຊາທິປັດ, ການ​ນຳ​ຈັດການ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອກສຸບັນ ​​ແລະ EC ​ໄດ້​ເຮັດ​ໃຫ້ການ​ເລືອກຕັ້ງ​ບໍ່​ມີ​ຜົນ​ສັກ​ສິດ, ກໍ່​ຄວາມ​ເສຍ​ຫາຍ​​ໃຫ້​ແກ່​ປະ​ເທດ​ຊາດ ​ແລະ ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ຮັບ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ໃນ​ທົ່ວ​ປະ​ເທດ​ທວງ​ໃຫ້​ມີ​ການ​ທົດ​ແທນ​ຜົນ​ເສຍ​ຫາຍ​ເຊິ່ງ​ເຂົາ​ເຈົ້າ​ຕ້ອງ​ຮັບ​ຍ້ອນ​ການ​ຕັດສິນ​ຂອງ​ສານ.