ໄທ ຢັ້ງ​ຢືນ ກອງ​ປ​ະ​ຊຸມ​ສຸດ​ຍອດ APEC ບໍ່​ຖືກ​ຜົນ​ກະ​ທົບ

Chia sẻ
(VOVWORLD) -ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ APEC ເຊິ່ງຈະດາເນີນໃນເດືອນ ພະຈິກ ນີ້ ຈະສືບຕໍ່ປະຕິບັດ ເພາະວ່າ ສານລັດຖະທຳມະນູນ ອາດຈະຍົກອອກຄຳຕັດສິນກ່ຽວກັບອາຍຸການຂອງທ່ານ ພົນເອກ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ  ກ່ອນທີ່ດຳເນີນກອງປະຊຸມນີ້. ນັບທັງເມື່ອ ຄຳຕັດສິນຂອງສານຍັງບໍ່ທັນໄດ້ຍົກອອກ, ກໍຈະມີນາຍົກລັດຖະມົນຕີຊົ່ວຄາວຄົນໃໝ່ ແລະ ລັດຖະມົນຕີບັນດາກະຊວງອື່ນຈັດຕັ້ງ.
ໄທ ຢັ້ງ​ຢືນ ກອງ​ປ​ະ​ຊຸມ​ສຸດ​ຍອດ APEC ບໍ່​ຖືກ​ຜົນ​ກະ​ທົບ - ảnh 1ທ່ານຮອງນາຍົກລັດຖະມົນຕີ ໄທ ປຣາວິດ ວົງສຸວອນ (ພາບ: bangkokpost)

ວັນທີ 24 ສິງຫາ, ທ່ານ ອະນຸຊາ ບຸຣະພະໄຈສີ ໂຄສົກລັດຖະບານ ໄທ ໃຫ້ຮູ້ວ່າ ທ່ານຮອງນາຍົກລັດຖະມົນຕີ ໄທ ປຣາວິດ ວົງສຸວອນ ເຊິ່ງປັດຈຸບັນເປັນນາຍົກລັດຖະມົນຕີຊົ່ວຄາວ ຈົນຮອດເວລາໃດທີ່ ສານລັດຖະທຳມະນຸນ ອອກຄຳຕັດສິນກ່ຽວກັບອາຍຸການຂອງທ່ານນາຍົກລັດຖະມົນຕີຂອງພົນເອກ ປຣາຢຸດ ຈັນໂອຊາ. ທ່ານລັດຖະມົນຕີການຕ່າງປະເທດ ດອນ ປຣາມຸດວິໄນ ຢັ້ງຢືນວ່າ ເລື່ອງທ່ານ ພົນເອກ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ຖືກໂຈະການປະຕິບັດງານ ແລະ ຄຳຕັດສິນສຸດທ້າຍຂອງສານລັດຖະທຳມະນູນ ຈະບໍ່ສົ່ງຜົນກະທົບຕໍ່ເລື່ອງ ໄທ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ  - ປາຊີຟິກ (APEC) ໃນເດືອນພະຈິກຈະມາເຖິງ. ທ່ານເນັ້ນໜັກວ່າ ປັດຈຸບັນ ຍັງມີເວລາ 4 ເດືອນເພື່ອກະກຽມ ແລະ ຄະນະລັດຖະບານຍັງຈະດຳເນີນທຸກໜ້າທີ່ວຽກງານ. ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ APEC ເຊິ່ງຈະດາເນີນໃນເດືອນ ພະຈິກ ນີ້ ຈະສືບຕໍ່ປະຕິບັດ ເພາະວ່າ ສານລັດຖະທຳມະນູນ ອາດຈະຍົກອອກຄຳຕັດສິນກ່ຽວກັບອາຍຸການຂອງທ່ານ ພົນເອກ ປຣາຢຸດ ຈັນໂອຊາ ນາຍົກລັດຖະມົນຕີ ກ່ອນທີ່ດຳເນີນກອງປະຊຸມນີ້. ນັບທັງເມື່ອ ຄຳຕັດສິນຂອງສານຍັງບໍ່ທັນໄດ້ຍົກອອກ, ກໍຈະມີນາຍົກລັດຖະມົນຕີຊົ່ວຄາວຄົນໃໝ່ ແລະ ລັດຖະມົນຕີບັນດາກະຊວງອື່ນຈັດຕັ້ງ.

ຕອບກັບ