ຫວິງຟຸກ ປຸກລະດົມເດືອນມະນຸດສະທຳປີ 2024 “ການເດີນທາງມະນຸດສະທຳ - ມອບຮັບຄວາມຮັກແພງ”

Chia sẻ
(VOVWORLD) - ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ບຸ່ຍທີຮ່ວາ, ປະທານສະພາກາແດງ ຫວຽດນາມ ປາດຖະໜາວ່າສະພາກາແດງທຸກຂັ້ນໃນແຂວງ, ພະນັກງານ, ສະມາຊິກ, ນັກອາສາສະໝັກ, ຊາວໜຸ່ມໃນສະພາກາແດງແຕ່ລະຄົນ ພ້ອມກັນສ້າງປະຊາຄົມສາມັກຄີ, ສັງຄົມກ້າວໜ້າ, ສິວິໄລ...
ຫວິງຟຸກ ປຸກລະດົມເດືອນມະນຸດສະທຳປີ 2024 “ການເດີນທາງມະນຸດສະທຳ - ມອບຮັບຄວາມຮັກແພງ” - ảnh 1ພິທີປຸກລະດົມໄດ້ຈັດຂຶ້ນຢູ່ແຂວງ ຫວິງຟຸກ
(ພາບ:Hoàng Hùng - TTXVN)

ວັນທີ 13 ພຶດສະພາ, ສະພາກາແດງ ແຂວງຫວີງຟຸກ ໄດ້ຈັດພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ການເດີນທາງມະນຸດສະທຳ - ມອບຮັບຄວາມຮັກແພງ”. ໃນເດືອນມະນຸດສະທຳປີນີ້, ສະພາກາແດງທຸກຂັ້ນໃນແຂວງ ຫວິງຟຸກ ໄດ້ວາງເປົ້າໝາຍສູ້ຊົນຂົນຂວາຍ ແລະ ໜູນຊ່ວຍຜູ້ປະສົບກັບຄວາມຫຍຸ້ງຍາກຢ່າງໜ້ອຍສຸດແຕ່ 4.000 – 4.500 ຄົນດ້ວຍຫຼາຍຮູບແບບ ແລະ ລະດັບໜູນຊ່ວຍທີ່ແຕກຕ່າງກັນ… ກ່າວຄຳເຫັນທີ່ພິທີປຸກລະດົມ, ທ່ານນາງ ບຸ່ຍທີຮ່ວາ, ປະທານສະພາກາແດງ ຫວຽດນາມ ປາດຖະໜາວ່າສະພາກາແດງທຸກຂັ້ນໃນແຂວງ, ພະນັກງານ, ສະມາຊິກ, ນັກອາສາສະໝັກ, ຊາວໜຸ່ມໃນສະພາກາແດງແຕ່ລະຄົນ ພ້ອມກັນສ້າງປະຊາຄົມສາມັກຄີ, ສັງຄົມກ້າວໜ້າ, ສິວິໄລ, ເຕັ້ມໄປດ້ວຍນ້ຳໃຈມະນຸດ. ຈາກນັ້ນ, ເພື່ອໃຫ້ເດືອນມະນຸດສະທຳກາຍເປັນເດືອນທົ່ວປວງຊົນເຮັດວຽກງານມະນຸດສະທຳ; “ແຕ່ລະອົງການ, ແຕ່ລະບຸກຄົນຕິດພັນກັບສະຖານທີ່ມະນຸດສະທຳ”, ປະກອບສ່ວນປະຕິບັດແຜນນະໂຍບາຍໜູນຊ່ວຍສັງຄົມຂອງພັກ ແລະ ລັດ.

        ໂດຍຕອບສະໜອງເດືອນມະນຸດສະທຳປີ 2024, ສະພາກາແດງແຂວງ ຫວີງຟຸກ ໄດ້ຮັບການສະໜັບສະໜູນ ແລະ ຈົດທະບຽນການຂົນຂວາຍສະໜັບສະໜູນຈຳນວນເງິນກ່ວາ 3,2 ຕື້ດົ່ງ (120.000 ໂດລາສະຫະລັດ).

ຕອບກັບ