ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​​ຜັນ​ຂະ​ຫຍາຍ​ການ​ຕໍ່​ໄຟ​ຟ້າ​ສຳ​ລັບສາຍ​ສົ່ງ​ໄຟ​ຟ້າ 500 kv ວົງ​ຈ​ອນ 3 ກ່ອນ​ວັນ​ທີ 30 ມິ​ຖຸ​ນາ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຳຫຼວດກວດຄືນ, ມີຄວາມເອົາໃຈໃສ່ເຂົ້າໂຄງການນີ້ຢ່າງສູງ ເພື່ອນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ມິຖຸນາ.
ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​​ຜັນ​ຂະ​ຫຍາຍ​ການ​ຕໍ່​ໄຟ​ຟ້າ​ສຳ​ລັບສາຍ​ສົ່ງ​ໄຟ​ຟ້າ 500 kv ວົງ​ຈ​ອນ 3  ກ່ອນ​ວັນ​ທີ 30 ມິ​ຖຸ​ນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 23 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ກ່ຽວຂ້ອງກ່ຽວກັບຄວາມຄືບໜ້າການຜັນຂະຫຍາຍໂຄງການສາຍສົ່ງໄຟຟ້າ 500 ກິໂລວັດ ວົງຈອນ 3 ໂຝໂນຍ (ຮຶງອຽນ) - ກວ໋າງແຈກ (ກວ໋າງບິ່ງ); ສະພາບການ, ຄວາມສາມາດສະໜອງໄຟຟ້າໃນຊຸມເດືອນຈຸດສູງ ປີ 2024, 2025 ແລະ ຊຸມປີຕໍ່ໄປ; ສະພາບການຜັນຂະຫຍາຍແຜນຜັງໄຟຟ້າ VIII. ກອງປະຊຸມໄດ້ຈັດຂຶ້ນແບບທາງໄກ.

        ຕາມກຸ່ມບໍລິສັດໄຟຟ້າ ຫວຽດນາມ, ໄລ່ຮອດປັດຈຸບັນ ໂຄງການສາຍສົ່ງໄຟຟ້າ 500  ກິໂລວັດ ວົງຈອນ 3 ດັ່ງກ່າວ ໄດ້ບຸກເບີກໜ້າພຽງສຳເລັດແລ້ວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຳຫຼວດກວດຄືນ, ມີຄວາມເອົາໃຈໃສ່ເຂົ້າໂຄງການນີ້ຢ່າງສູງ ເພື່ອນຳເຂົ້າເຄື່ອນໄຫວກ່ອນວັນທີ 30 ມິຖຸນາ.

ຫວູຄວຽນ

ຕອບກັບ