ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 48 ປີ

Chia sẻ
(VOVWORLD) - ນະຄອນ ໂຮ່ຈີມິນ ໄດ້, ພວມ ແລະ ຈະມານະພະຍາຍາມເພື່ອຊຸກຍູ້ສາຍພົວພັນກັບ ຟີລິບປິນ ເວົ້າລວມ ແລະ ການພົວພັນກັບບັນດາທ້ອງຖິ່ນຂອງ ຟີລິບປິນ ເວົ້າສະເພາະ ໃນຂົງເຂດເສດຖະກິດ, ປ່ຽນແປງໃໝ່ ແລະ ພົວພັນປະຊາຊົນ...
ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ຟີລິບປິນ ຄົບຮອບ 48 ປີ - ảnh 1 ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ (ພາບ: TTXVN)

ຕອນຄ່ຳວັນທີ 14 ມິຖຸນາ, ສະຖານກົງສູນໃຫຍ່ແຫ່ງ ສາທາລະນະລັດ ຟີລິບປິນ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 126 ປີ ແຫ່ງວັນປະກາດເອກະລາດປະເທດ ສາທາລະນະລັດ ຟີລິບປິນ (12/6/1898-12/6/2024) ແລະ 48 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຟີລິບປິນ - ຫວຽດນາມ (12/7/1976-12/7/2024).

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ເຈິ່ນທິຢ້ຽວຖຸ໋ຍ, ຮອງປະທານຄະນະກໍາມະການປະຊາຊົນນະຄອນ ໄດ້ສະແດງຄວາມປິຕິຊົມຊື່ນເມື່ອເຫັນການພົວພັນລະຫວ່າງ ຫວຽດນາມ ແລະ ຟີລິບປິນ ພາຍຫຼັງເກືອບ 50 ປີ  ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ແລະ ໂດຍສະເພາະແມ່ນເມື່ອສອງປະເທດສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃນປີ 2015, ໄດ້ບັນລຸໝາກຜົນອັນດີງາມໃນຫຼາຍດ້ານ.

ການນຳຄະນະກຳມະການປະຊາຊົນນະຄອນໃຫ້ຮູ້ວ່າ ນະຄອນ ໂຮ່ຈີມິນ ໄດ້, ພວມ ແລະ ຈະມານະພະຍາຍາມເພື່ອຊຸກຍູ້ສາຍພົວພັນກັບ ຟີລິບປິນ ເວົ້າລວມ ແລະ ການພົວພັນກັບບັນດາທ້ອງຖິ່ນຂອງ ຟີລິບປິນ ເວົ້າສະເພາະ ໃນຂົງເຂດເສດຖະກິດ, ປ່ຽນແປງໃໝ່ ແລະ ພົວພັນປະຊາຊົນ...

ສ່ວນທ່ານ Meynardo Montealegre ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສ. ຟີລິບປິນ ປະຈຳ ຫວຽດນາມ ກໍໄດ້ສະແດງຄວາມປາດຖະໜາຢາກພັດທະນາການພົວພັນກັບລັດຖະບານ  ແລະ ປະຊາຊົນ ຫວຽດນາມ ກໍຄື ກັບນະຄອນ ໂຮ່ຈີມິນ ໃຫ້ມີຊີວິດຊີວາ, ເຂັ້ມແຂງ  ແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີ ແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາ ໃນປີ 2025 ແລະ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ໃນປີ 2026.

ຕອບກັບ