ບັນ​ຫາ​ຕ້ານ​ການ​ກໍ່​ກາ​ນ​ຮ້າຍ: ຕ​ີ​ທຳ​ລາຍ​ຫຼາຍ​ເຊີ​ເວີ​ກ່ຽວ​ຂ້ອງ​ເຖິງ IS ຢູ່ ອ​າ​ເມ​ລິ​ກາ ແລະ ເອີ​ຣົບ

Chia sẻ
(VOVWORLD) - ຕຳຫຼວດຢູ່ ອາເມລິກາ ແລະ ເອີຣົບ ໃນອາທິດຜ່ານມາ ໄດ້ຕີທຳລາຍເຊີເວີຈຳນວນຫຼາຍທີ່ໜູນຊ່ວຍບັນດາສື່ມວນຊົນ ທີ່ກ່ຽວຂ້ອງເຖິງອົງການກໍ່ການຮ້າຍ “ລັດ ອິດສະລາມ” (IS) ອ້າງຊື່ເອງ.

ແຈ້ງການຂອງອົງການຕຳຫຼວດສະຫະພາບເອີຣົບ (Europol) ແລະ ອົງການຍຸຕິທຳຂອງສະຫະພາບເອີຣົບ (Eurojust) ໃນວັນທີ 14 ມິຖຸນາ ໃຫ້ຮູ້ວ່າ ບັນດາເຊີເວີຖືກຕີທຳລາຍດັ່ງກ່າວ ເຄື່ອນໄຫວຢູ່ ອາເມລິກາ, ເຢຍລະມັນ, ໂຮນລັງ ແລະ ອຽກລັງ. ຕຳຫຼວດ ແອັດສະປາຍ ກໍຈັບຕົວ 9 ເປົ້າໝາຍ ທີ່ເປັນບັນດາບຸກຄົນນຫົວຮຸນແຮງ.

        ຕາມບັນດາອົງການເຈົ້າໜ້າທີ່, ບັນດາເຊີເວີດັ່ງກ່າວ ໄດ້ໜູນຊ່ວຍບັນດາເວັບໄຊ, ວິທະຍຸກະຈາຍສຽງ, ບັນດາອົງການສື່ມວນຊົນ ແລະ ສື່ສັງຄົມອອນໄລ ທີ່ມີຂອບເຂດປົກຄຸມທົ່ວໂລກ.

ຕອບກັບ