ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ການ​ກະ​ທຳ​ທີ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ

Chia sẻ
(VOVWORLD) - ຫວຽດນາມ ຍາມໃດກໍເດັດດ່ຽວ, ຢຶດໝັ້ນປົກປ້ອງອະທິປະໄຕ, ອຳນາດອະທິປະໄຕ, ອໍານາດສານຂອງ ຫວຽດນາມ ຢູ່ບັນດາເຂດທະເລ ກໍຄື ຜົນປະໂຫຍດອັນຖືກຕ້ອງ, ຊອບທຳຂອງປະຊາຊົນ ຫວຽດນາມ, ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ກົດໝາຍຂອງ ຫວຽດນາມ”.
ຫວຽດ​ນາມ ເດັດ​ດ່ຽວ​ຄັດ​ຄ້ານ​ທຸກ​ການ​ກະ​ທຳ​ທີ່​ລ່ວງ​ລ້ຳ​ອະ​ທິ​ປະ​ໄຕ ຢູ່​ໝູ່​ເກາະ ຮ​ວ່າງ​ຊາ ແລະ ເຈື່ອງ​ຊາ - ảnh 1ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VOV)

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດການຖະແຫຼງຂ່າວນັດສາມັນ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ວັນທີ 15 ພຶດສະພາ, ເຈົ້າໜ້າທີ່ ຈີນ ໄດ້ປະກາດໃຊ້ຂໍ້ຕົກລົງສະບັບໜຶ່ງ ເຊິ່ງອະນຸຍາດໃຫ້ກຳລັງປ້ອງກັນທະເລຂອງປະເທດນີ້ ນໍາໃຊ້ຮູບແບບການລົງໂທດ ຈັບກັກຂັງຂຶ້ນເຖິງ 30 ວັນ ສຳລັບເປົ້າໝາຍທີ່ເປັນຊາວຕ່າງປະເທດລະເມີດ ຫຼື ມີການກະທຳໜູນຊ່ວຍການລະເມີດເຂດທະເລ ເຊິ່ງ ຈີນ ຖະແຫຼງອະທິປະໄຕ ໂດຍບໍ່ຜ່ານການພິພາກສານັ້ນ, ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍເດັດດ່ຽວ, ຢຶດໝັ້ນປົກປ້ອງອະທິປະໄຕ, ອຳນາດອະທິປະໄຕ, ອໍານາດສານຂອງ ຫວຽດນາມ ຢູ່ບັນດາເຂດທະເລ ກໍຄື ຜົນປະໂຫຍດອັນຖືກຕ້ອງ, ຊອບທຳຂອງປະຊາຊົນ ຫວຽດນາມ, ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ກົດໝາຍຂອງ ຫວຽດນາມ”.

        ເມື່ອຕອບຄຳຖາມຂອງນັກຂ່າວ ກ່ຽວກັບເລື່ອງ ວັນທີ 22 ພຶດສະພາ, ສື່ມວນຊົນ ຈີນ ໃຫ້ຮູ້ວ່າ ຫວ່າງມໍ່ໆມານີ້, ປະເທດນີ້ ໄດ້ຈັດສົ່ງກ່ຳປັ່ນໂຮງໝໍເຄື່ອນທີ່ຂອງກອງທັບເຮືອ ໄປຍັງບັນດາສະຖານທີ່ໃນໝູ່ເກາະຮວ່າງຊາ ຂອງ ຫວຽດນາມ ເພື່ອກວດສຸຂະພາບ, ປິ່ນປົ່ວໃຫ້ບັນດານາຍທະຫານທີ່ພວມປະຈຳການແບບຜິດກົດໝາຍນັ້ນ, ທ່ານຮອງໂຄສົກກະຊວງການຕ່າງປະເທດ ໄດ້ຊີ້ແຈ້ງວ່າ ຫວຽດນາມ ເດັດດ່ຽວຄັດຄ້ານທຸກການກະທຳທີ່ກ່ຽວຂ້ອງເຖິງການລ້ວງລ້ຳອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮວ່າງຊາ.

ຕອບກັບ