ຄັ້​ງ​ທຳ​ອິດ​ຈັດ​ວັນ​ບຸນ ຫວຽດ​ນາມ - EU: “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສິ່ງ​ແວດ​ລ້ອມສະ​ອາດ”

Chia sẻ
(VOVWORLD) - ວັນທີ 12 ພຶດສະພາ, ຢູ່ນະຄອນ ຮະລອງ, ແຂວງ ກວ໋າງນິງ, ໄດ້ດຳເນີນວັນບຸນ ຫວຽດນາມ - ສະຫະພາບເອີຣົບ (EU). ນີ້ເປັນຄັ້ງທຳອິດທີ່ກະຊວງການຕ່າງປະເທດ ຫວຽດນາມ ແລະ ຄະນະສະຫະພາບເອີຣົບ (EU) ປະຈຳ ຮ່າໂນ້ຍ ໄດ້ສົມທົບກັນຈັດເຫດການດັ່ງກ່າວຂຶ້ນ.
ຄັ້​ງ​ທຳ​ອິດ​ຈັດ​ວັນ​ບຸນ ຫວຽດ​ນາມ - EU: “ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ສິ່ງ​ແວດ​ລ້ອມສະ​ອາດ” - ảnh 1ທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ເຫດການ (ພາບ: TTXVN)

ດ້ວຍຫົວຂໍ້ “ຫວຽດນາມ - EU: ຮ່ວມແຮງຮ່ວມໃຈເພື່ອສິ່ງແວດລ້ອມທີ່ສະອາດ”, ເຫດການດັ່ງກ່າວແມ່ນເພື່ອແນໃສ່ຍົກສູງຄວາມຮັບຮູ້ຂອງປະຊາຄົມວິສາຫະກິດ ແລະ ປະຊາຊົນກ່ຽວກັບການປະພຶດຢ່າງມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ, ລະບົບນິເວດທຳມະຊາດເວົ້າລວມ ແລະ ສິ່ງແວດລ້ອມທະເລເວົ້າສະເພາະ, ປະກອບສ່ວນສະກັດກັ້ນມົນລະພິດ ແລະ ການຊຸດໂຊມຂອງສິ່ງແວດລ້ອມທະເລ. ໂດຍແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດການ “ຫຼຸດຜ່ອນການປ່ອຍອາຍພິດລົງເປັນ 0” ແລະ ພວມສົມທົບກັນຢ່າງແໜ້ນແຟ້ນກັບບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີ EU ແລະ ຫຼາຍປະເທດສະມາຊິກ ປະຕິບັດເປົ້າໝາຍນີ້. ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

“ໃນໄລຍະຜ່ານມາ, EU ແລະ ບັນດາປະເທດສະມາຊິກ ໄດ້ຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນຂົງເຂດນີ້ ຜ່ານບັນດາໂຄງການຮ່ວມມືພັດທະນາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອະນຸລັກຮັກສາຊີວະນາໆພັນ, ປົກປັກຮັກສາປ່າ, ກຳຈັດຂີ້ເຫຍື້ອສິ່ງເສດເຫຼືອ… ທີ່ວາລະປະຊຸມຄັ້ງທີ 4, ຄະນະກຳມະການປະສົມ ຫວຽດນາມ - EU ໄດ້ຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ການຮ່ວມມືຢ່າງຮອບດ້ານ ຫວຽດນາມ - EU ເມື່ອເດືອນ ຕຸລາ  2023 ຜ່ານມາ, ສອງຝ່າຍໄດ້ເຫັນດີເປັນເອກະພາບນຳການຮ່ວມມືໃນການອະນຸລັກຮັກສາຊີວະນາໆພັນ, ກຳຈັດຂີ້ເຫຍື້ອສິ່ງເສດເຫຼືອຢູ່ທະເລ ໃຫ້ກາຍເປັນໜຶ່ງໃນບັນດາຂົງເຂດຮ່ວມມືບຸລິມະສິດ”

ສ່ວນທ່ານ Julien Guerrier ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ:

“ຫວຽດນາມ ໄດ້ສະແດງຄຳໝັ້ນສັນຍາຂອງຕົນໃນຂົງເຂດນີ້ຢ່າງແຮງ, ພິເສດແມ່ນສຳລັບຂໍ້ຕົກລົງປາຣີ, ບັນດາຍຸດທະສາດເຊິ່ງ ຫວຽດນາມ ໄດ້ວາງອອກ. ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ເລື່ອງຜັນຂະຫຍາຍບັນດາຂໍ້ລິເລີ່ມ, ນະໂຍບາຍ ແລະ ປາດຖະໜາວ່າ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດສິ່ງດັ່ງກ່າວ”.

ຕອບກັບ