ໄຂເວທີປາໄສອະນາຄົດ ອາຊຽນ

Chia sẻ
(VOVWORLD) - ເວທີປາໄສອະນາຄົດ ອາຊຽນ, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”
ໄຂເວທີປາໄສອະນາຄົດ ອາຊຽນ - ảnh 1 ເວທີປາໄສອະນາຄົດ ອາຊຽນ ໄຂຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ
(ພາບປະກອບ: baoquocte.vn)

       ເວທີປາໄສອະນາຄົດ ອາຊຽນ, ດ້ວຍຫົວຂໍ້ “ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາຢ່າງວ່ອງໄວ, ຍືນຍົງ, ຖືປະຊາຊົນເປັນໃຈກາງ”, ໄຂຂຶ້ນໃນຕອນເຊົ້າວັນທີ 23 ເມສາ, ຢູ່ ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn ພ້ອມກັບຜູ້ແທນເກືອບ 400 ທ່ານ ເຊິ່ງແມ່ນການນຳລັດຖະບານ, ຂັ້ນລັດຖະມົນຕີບັນດາປະເທດສະມາຊິກ ອາຊຽນ, ນັກຮຽນຮູ້… ເຂົ້າຮ່ວມພິທີໄຂ.

        ພາຍຫຼັງພິທີໄຂ, ໄດ້ຈັດ 2 ວາລະປະຊຸມ ດ້ວຍຫົວຂໍ້ “ອາຊຽນ ພັດທະນາຢ່າງວ່ອງໄວເພື່ອອະນາຄົດຍືນຍົງ” ແລະ “ຮັບປະກັນຄວາມໝັ້ນຄົງຢ່າງຮອບດ້ານ ເພື່ອປະຊາຄົມ ອາຊຽນ ຖືປະຊາຊົນເປັນໃຈກາງ”.

ຕອບກັບ