ໄຂເວທີປາໄສຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ

Chia sẻ
(VOVWORLD) -ມີຮ້ານວາງສະແດງກວ່າ 350 ຮ້ານຂອງບັນດາວິສາຫະກິດ, ສະຫະກອນ, ໝູ່ບ້ານອາຊີບ, ຮາກຖານຜະລິດຢູ່ໃນແຂວງ ແລະ ນອກແຂວງ ດົ່ງທາບ ເຂົ້າຮ່ວມ.
ໄຂເວທີປາໄສຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ - ảnh 1ພິທີໄຂເວທີປາໄສເຊື່ອມຕໍ່ຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
(ພາບ: nhandan.vn)

ຕອນຄ່ຳວັນທີ 28 ເມສາ, ຢູ່ແຂວງ ດົ່ງທາບ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງ ດົ່ງທາບ ຈັດພິທີໄຂເວທີປາໄສເຊື່ອມຕໍ່ຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຄັ້ງທີ 1. ມີຮ້ານວາງສະແດງກວ່າ 350 ຮ້ານຂອງບັນດາວິສາຫະກິດ, ສະຫະກອນ, ໝູ່ບ້ານອາຊີບ, ຮາກຖານຜະລິດຢູ່ໃນແຂວງ ແລະ ນອກແຂວງ ດົ່ງທາບ ເຂົ້າຮ່ວມ.

        ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິ່ນແທງນາມ ໃຫ້ຮູ້ວ່າ: ໂຄງການໜຶ່ງຕາແສງ ໜຶ່ງຜະລິດຕະພັນ OCOP ໄດ້ຜັນຂະຫຍາຍຢ່າງຄົບຊຸດ, ກວ້າງຂວາງ ແລະ ມີການແຜ່ຂະຫຍາຍຢ່າງແຮງໄປທົ່ວ 63 ແຂວງ, ນະຄອນ. ບັນດາຜະລິດຕະພັນ OCOP ພວມຢືນຢັນຄຸນຄ່າ ແລະ ຄຸນນະພາບໃນຕະຫຼາດເທື່ອລະກ້າວ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນ.

        ເວທີປາໄສດຳເນີນແຕ່ວັນທີ 28 ເມສາ ຫາວັນທີ 03 ພຶດສະພາ, ເພື່ອແນໃສ່ໂຄສະນາ, ແນະນຳ ແລະ ສ້າງພາບພົດທີ່ໜ້າປະທັບໃຈ, ເປັນເອກະລັກສະເພາະ, ຄວາມສາມາດບົ່ມຊ້ອນ ແລະ ທ່າແຮງກ່ຽວກັບຜະລິດຕະພັນ OCOP, ທ່ອງທ່ຽວກະສິກຳ ແລະ ຊົນນະບົດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ພ້ອມກັນນັ້ນແມ່ນ ເພື່ອໃຫ້ບັນດາວິສາຫະກິດກຳແໜ້ນ, ຊອກຮູ້ຕະຫຼາດຂອງຜູ້ບໍລິໂພກ ຈາກນັ້ນ, ມີຍຸດທະສາດຜະລິດ, ດຳເນີນທຸລະກິດໃຫ້ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຕະຫຼາດ.

ຕອບກັບ