VOV ແລະ ວິທະຍຸກະຈາຍສຽງໂທລະພາບ ຢຸນໜານ (ຈີນ) ລົງນາມໃນຂໍ້ຕົກລົງຮ່ວມມືໃນໄລຍະໃໝ່

Chia sẻ
(VOVWORLD) -  ແຕ່ລະປີ, 2 ຝ່າຍໄດ້ຈັດສົ່ງຄະນະການນຳ, ນັກຂ່າວໄປຢ້ຽມຢາມ ແລະ ເຮັດວຽກ, ແລກປ່ຽນບົດຮຽນ.
VOV ແລະ ວິທະຍຸກະຈາຍສຽງໂທລະພາບ ຢຸນໜານ (ຈີນ) ລົງນາມໃນຂໍ້ຕົກລົງຮ່ວມມືໃນໄລຍະໃໝ່ - ảnh 1(ພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ວິທະຍຸໃນໄລຍະໃໝ່)

        ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານ ໂງມິງຫຽນ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ທ່ານ ເຄືອຢາໜິງ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງໂທລະພາບ ຢຸນໜານ (ຈີນ), ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ວິທະຍຸໃນໄລຍະໃໝ່.

        ທ່ານ ໂງມິງຫຽນ ເນັ້ນໜັກວ່າ, 2 ວິທະຍຸກະຈາຍສຽງມີການພົວພັນຮ່ວມມືຢ່າງເລິກເຊິ່ງ, ພິເສດມາເປັນຫຼາຍປີຜ່ານມາ. ນັບແຕ່ປີ 2005, VOV ແລະ ວິທະຍຸກະຈາຍສຽງໂທລະພາບ ຢຸນໜານ ໄດ້ລົງນາມໃນເອກະສານຮ່ວມມື. ແຕ່ລະປີ, 2 ຝ່າຍໄດ້ຈັດສົ່ງຄະນະການນຳ, ນັກຂ່າວໄປຢ້ຽມຢາມ ແລະ ເຮັດວຽກ, ແລກປ່ຽນບົດຮຽນ. ຜ່ານນັ້ນ, ກໍ່ເພີ່ມທະວີການຮ່ວມມື, ຄວາມເຂົ້າໃຈລະຫວ່າງ 2 ວິທະຍຸກະຈາຍສຽງ; ພ້ອມທັງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ຫວຽດນາມ - ຈີນ ໃນຂົງເຂດການສື່ສານ. ທ່ານຮອງຜູ້ອຳນວຍການໃຫຍ່ ໂງມິງຫຽນ, ຊີ້ແຈ້ງວ່າ:

        “ບົດບັນທຶກຊ່ວຍຈຳການຮ່ວມມືແມ່ນພື້ນຖານເພື່ອໃຫ້ 2 ວິທະຍຸກະຈາຍສຽງຮ່ວມມືໃນໄລຍະຈະມາເຖິງ. VOV ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືກັບທຸກຄູ່ຮ່ວມມື ຈີນ, ໃນນັ້ນ, ພິເສດແມ່ນວິທະຍຸກະຈາຍສຽງ ຢຸນໜານ. ພວກຂ້າພະເຈົ້າຈະຄົ້ນຄວ້າເພື່ອໃຫ້ການຮ່ວມມືລະຫວ່າງ 2 ວິທະຍຸກະຈາຍສຽງ ໃຫ້ບັນລຸປະສິດທິຜົນກວ່າ ແລະ ແຕ່ລະຄູ່ຮ່ວມມືຈະມີຮູບແບບຮ່ວມມືທີ່ສອດຄ່ອງທີ່ສຸດ”.

        ສ່ວນທ່ານ ເຄືອຢາໜິງ, ປາດຖະໜາຢາກສືບຕໍ່ຮ່ວມມືກັບ VOV ໃນໄລຍະຈະມາເຖິງ, ຜ່ານນັ້ນ, ກໍ່ປະກອບສ່ວນເພີ່ມທະວີການເຊື່ອມຕໍ່, ພົບປະແລກປ່ຽນລະຫວ່າງ 2 ປະເທດ.

ຕອບກັບ