ສືບຕໍ່​ສ້າງ​ກຳ​ລັງ​ໜູນໃຫ້​ແກ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີຕ້ອນຮັບວັນວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ທີ 18 ພຶດສະພາ, ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງ (1959 - 2024).

ສືບຕໍ່​ສ້າງ​ກຳ​ລັງ​ໜູນໃຫ້​ແກ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ພັດ​ທະ​ນາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງ ຖັນແຖວຜູ້ເຮັດວຽກງານວິທະຍາສາດ ຫວຽດນາມ ທີ່ນັບມື້ນັບເຕີບໃຫຍ່ ເຂັ້ມແຂງ, ມີນັກວິທະຍາສາດ ຫວຽດນາມ ຫຼາຍຄົນ ມີອິດທິພົນຊື່ສຽງໃນພາກພື້ນ, ສາກົນ. ການຈັດອັນດັບສາກົນ ກ່ຽວກັບວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ຂອງ ຫວຽດນາມ ມີການປັບປຸງຢ່າງບໍ່ຢຸດຢັ້ງ. ປີ 2023, ຫວຽດນາມ ຢູ່ອັນດັບທີ 46, ຫຍັບຂຶ້ນ 2 ລຳດັບ ເມື່ອທຽບໃສ່ກັບປີ 2022, ຜ່ານນັ້ນ ກໍ່ສືບຕໍ່ຮັກສາອັນດັບທີ 1 ໃນກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພີ່ມທະວີການດຶງດູດ, ຫັນແຫຼ່ງກຳລັງ ໃຫ້ແກ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ ເປັນຫຼາຍຮູບແບບ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ດ້ານວິທະຍາສາດ ເຕັກໂນໂລຢີ ຢ່າງແຮງ, ສົ່ງເສີມພາກເອກະຊົນ, ບັນດາວິສາຫະກິດ, ເພີ່ມທະວີບັນດາຮູບແບບຮ່ວມມື ພາກລັດ - ເອກະຊົນ ເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ວິທະຍາສາດ ເຕັກໂນໂລຢີ. ສຳລັບບັນດານັກວິທະຍາສາດ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງຖືຜົນປະໂຫຍດແຫ່ງຊາດ, ຊົນຊາດເໜືອກ່ວາສິ່ງໃດໝົດ.

ຕອບກັບ