ໄຂສັບປະດາຊາວໜຸ່ມASEMປີ2016

Chia sẻ
ສັບ​ປະ​ດາ​ຊາວ​ໜຸ່ມ ASEM (ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ-ເອີ​ລົບ) ປີ 2016 ສົມ​ທົບ​ກັບ​ກອງ​ປ​ະ​ຊຸມ ແບບ​ສັນ​ນິ​ຖານ​ກ່ຽວ​ກັບກອງ​ປະ​ຊຸມ​ຂັ້ນ​ສູງ ASEM ໄດ້​ໄຂ​ຂື້ນ​​ໃນວັນ​ທີ 01/04 ຢູ່​ຮ່າ​ໂນ້ຍ.
ໄຂສັບປະດາຊາວໜຸ່ມASEMປີ2016 - ảnh 1
ສັບ​ປະ​ດາ​ຊາວ​ໜຸ່ມ ASEM

(vovworld) – ສັບ​ປະ​ດາ​ຊາວ​ໜຸ່ມ ASEM (ເວ​ທີ​ປາ​ໄສ​ການ​ຮ່ວມ​ມື ອາ​ຊີ-ເອີ​ລົບ) ປີ 2016 ສົມ​ທົບ​ກັບ​ກອງ​ປ​ະ​ຊຸມ ແບບ​ສັນ​ນິ​ຖານ​ກ່ຽວ​ກັບກອງ​ປະ​ຊຸມ​ຂັ້ນ​ສູງ ASEM ໄດ້​ໄຂ​ຂື້ນ​​ໃນວັນ​ທີ 01/04 ຢູ່​ຮ່າ​ໂນ້ຍ. ລາຍ​ການ​ໂດຍ​ ສູນ​ກາງຄະ​ນະຊາວ​ໜຸ່ມ ສົມ​ທົບ​ກັບ​ ກະ​ຊວງ​ການ​ຕ່າງ​ປະ​ເທດ, ກອງ​ທຶນ​ອາ​ຊີ-ເອີ​ລົບ ( ASEF), ສະພາ​ອັງ​ກິດ ປະ​ຈຳ​ຫວຽດນາມ (BC) ແລະ ສະ​ມາ​ຄົມ​ອະ​ດິດ​ນັກ​ສຶກ​ສາ​ອາ​ຊີ-ເອີ​ລົບ (ASEFUAN) ຈັດ​ຕັ້ງ. ດ້ວຍ​ຫົວ​ຂໍ້​ວ່າ: ການ​ກະ​ທ​ຳ ຢ່າງ​ແຂງ​ແຮງກວ່າ ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ ອຶດ​ຫີວ​ທຸກ​ຍາກ, ລາຍ​ການ​ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນ​ການ​ຍົກ​ສູງ​ຄວາມ​ຮັບ​ຮູ້ ຂອງ​ຊາວ​ໜຸ່ມ ອາ​ຊີ-ເອີ​ລົບ ກ່ຽວ​ກັບຄວາມ​ສາ​ມາດ​ຮ່ວມ​ມື ໃນ​ການ​ລົບ​ລ້າງ​ຄວາມ​ອຶດ​ຫ​ີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ມີ​ຄວາມ​ສະ​ໝ່ຳສະ​ເໝີ; ສ້າງ​ເວ​ທີ​ປາ​ໄສ ເພື່ອ​ໃຫ້​ຊາວ​ໜຸ່ມ ມີ​ກາ​ລະ​ໂອ​ກາດ ແລກ​ປ່ຽນ​ຄວາມ​ເຫັນ, ບົດ​ຮຽນ ແລະ ສະ​ເໜ​ີ​ບັນ​ດາ​ຂໍ້​ລິ​ເລີ່ມ ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ ຄວາມ​ເຂົ້າ​ອົກ​ເຂົ້າ​ໃ​ຈ ເຊິ່ງ​ກັນ ແລະ ກ​ັນ ແລະ ຊຸກ​ຍູ້​ການ​ກະ​ທຳ ຢ່າງ​ແຂງ​ແຮງ​ກ່​ວາ ເພື່ອ​ລົບ​ລ້າງ​ຄວາມ​ອຶດ​ຫ​ີວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ… ນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ ເພື່ອ​ໃຫ້​ຫວຽດ​ນາມ ແນະ​ນຳ​ກັບ​ເພື່ອນ​ມິດ​ສາ​ກົນ ກ່ຽວ​ກັບ​ຜົນ​ງານ​ຂອງ​ປະ​ເທດ​ຊາດ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ​ປະ​ຕິ​ບັດສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ຫວັດ. ກ່າວ​ຄວາມ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານເລ​ຂາ​ ສູນ​ກາງຄະ​ນະ​ຊ​າວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈີ​ມີນ​ ​ດ​ັ້ງ​ກ໋ວກ​ຕ່ວານ ຊີ້​ແຈ້ງວ່າ :

        “ສັບ​ປະ​ດາຊາວ​ໜຸ່ມ ASEM ຄັ້ງ​ນີ້​ແມ່ນ​ໂອ​ກາດ​ເພື່ອ ໃຫ້​ບັນ​ດາຜູ້​ແທນ​ຊ​າວ​ໜຸ່ມ​ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ແນວ​ຄວາມ​ຄິດ ​ກ່ຽວ​ກັບ​ການ​ເສີ່ມ​ຂະ​ຫຍາຍ​ບົດ​ບາດ​ ການ​ຮ່ວມ​ມື ຂອງ​ຊາວ​ໜຸ່ມ​ອາ​ຊີ-ເອີ​ລົບ ໃນ​ການ​ເຂົ້າ​ຮ່ວມ ສ້າງ​ໂລກ​ໃຫ້​ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ສັນ​ຕິ​ພາບ ແລະ ມີ​ການພັດ​ທະ​ນາ​ແບບ​ຍືນ​ຍົງ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັນ​ວ່າ​ ບັນ​ດາ​ຜູ້​ແທນ​ຊາວ​ໜຸ່ມ ຈະມີ​ບັນ​ດາ​ການ​ແລກ​ປ່ຽນ​ຢ່າງ​ຟົດ​ຟື້ນ ກ່ຽວ​ກັບ​ແງ່​ມູມ​ດ້ານ​ການ​ເມືອງ, ດ້ານ​ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ; ຈາກນັ້ນ​ ສະ​ເໜີ​ບັນ​ດາ​ມາດ​ຕະ​ການ ຊຸກ​ຍູ້​ການ​ຮ່ວມ​ມື ຊາວ​ໜຸ່ມ ASEM ກໍ່​ຄື​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ໜຸ່ມ ASEM ໃນ​ວິ​ວັດ​ການ​ແກ້​ໄຂ​ ບັນ​ດາ​ບັນ​ຫາ​ພາກ​ພື້ນ ກໍ່​ຄື​ບັນ​ດາບ​ັນ​ຫາ​ໃນ​ໂລກ”.