ໄຂງານວາງສະແດງ “ຫາຍຟ່ອງ - ເຂດມໍລະດົກຮຸ່ງເຮືອງເຫຼືອງເຫຼື້ອມ”

Chia sẻ
(VOVWORLD) - ງານວາງສະແດງໄດ້ວາງສະແດງພາບຖ່າຍກວ່າ 200 ແຜ່ນກ່ຽວກັບວິວັດການກໍ່ສ້າງ, ຕໍ່ສູ້ ແລະ ຜົນງານພັດທະນາເສດຖະກິດ, ສັງຄົມຂອງນະຄອນ ຫາຍຟ່ອງ ໃນໄລຍະ 69 ປີຜ່ານມາ (1955 – 2024)
ໄຂງານວາງສະແດງ “ຫາຍຟ່ອງ - ເຂດມໍລະດົກຮຸ່ງເຮືອງເຫຼືອງເຫຼື້ອມ” - ảnh 1(ໄຂງານວາງສະແດງ “ຫາຍຟ່ອງ - ເຂດມໍລະດົກຮຸ່ງເຮືອງເຫຼືອງເຫຼື້ອມ”)

        ວັນທີ 09 ພຶດສະພາ, ຢູ່ນະຄອນ ຫາຍຟ່ອງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປົດປ່ອຍ ຫາຍຟ່ອງ (1955 – 2024), ພະແນກວັດທະນະທຳ, ກິລາ ຫາຍຟ່ອງ ໄດ້ຈັດພິທີໄຂງານວາງສະແດງດ້ວຍຫົວຂໍ້ “ຫາຍຟ່ອງ - ເຂດມໍລະດົກຮຸ່ງເຮືອງເຫຼືອງເຫຼື້ອມ”.

        ງານວາງສະແດງໄດ້ວາງສະແດງພາບຖ່າຍກວ່າ 200 ແຜ່ນກ່ຽວກັບວິວັດການກໍ່ສ້າງ, ຕໍ່ສູ້ ແລະ ຜົນງານພັດທະນາເສດຖະກິດ, ສັງຄົມຂອງນະຄອນ ຫາຍຟ່ອງ ໃນໄລຍະ 69 ປີຜ່ານມາ (1955 – 2024), ພ້ອມກັບບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນປາກທະເລ. ຕາມທ່ານ ໂດ້ແທງບິ່ງ, ຮອງຫົວໜ້າພະແນກວັດທະນະທຳ - ກິລາ ຫາຍຟ່ອງ ແລ້ວ, ຫາຍຟ່ອງ ບໍ່ພຽງແຕ່ແມ່ນສູນເສດຖະກິດໃຫຍ່, ຈຸດສຸມຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນສູນຮັບ ແລະ ແລກປ່ຽນວັດທະນະທຳຂອງໂລກອີກດ້ວຍ.

        ປະຈຸບັນ, ຫາຍຟ່ອງ ມີກວ່າ 500 ເຂດປູຊະນີຍະສະຖານໄດ້ຈັດອັນດັບ, ໃນນັ້ນ, ອົງການສຶກສາວິທະຍາສາດ ແລະ ວັດທະນະທຳ ສປຊ ໄດ້ເຊີດຊູໝູ່ເກາະ ກາດບ່າ ແລະ ອ່າວ ຮະລອງ ແມ່ນມໍລະດົກທຳມະຊາດໂລກ; 2 ປູຊະນີຍະສະຖານລະດັບຊາດພິເສດ, ເກືອບ 120 ເຂດປູຊະນີຍະສະຖານລະດັບຊາດ…

ຕອບກັບ