ໄຂ​ງານ​ມະ​ໂຫລານ​ຟີມ​ຮູບ​​ສາ​ກົນ​ໃຫ່​ຍກ່​ວາ​ໝູ່​ຢູ່​ອາ​ຊີ

Chia sẻ
(VOVWORLD) - ງານມະໂຫລານຍັງໄດ້ແນະນຳລາງວັນຜູ້ຊົມຟິມເອກະສານໃໝ່ ເພື່ອຮັບຮູ້ບັນດາຟີມເອກະສານອາຊີທີ່ດີເດັ່ນ.
ໄຂ​ງານ​ມະ​ໂຫລານ​ຟີມ​ຮູບ​​ສາ​ກົນ​ໃຫ່​ຍກ່​ວາ​ໝູ່​ຢູ່​ອາ​ຊີ - ảnh 1(ພາບ: asianfilmfestivals.com)

    ງານມະໂຫລານຟູມ ບູຊານ ຄັ້ງທີ 29 (BIFF) ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 2 ຕຸລາຢູ່ນະຄອນ ບູຊານ ປະເທດ ສ.ເກົາຫລີ ດ້ວຍການສາຍຟີມເລື່ອງ “Uprising” ຂອງບໍລິສັດ Netflix. ນີ້ແມ່ນຄັ້ງທຳອິດທີ່ຟິມທີ່ໄດ້ສາຍໃນພື້ນຖານເນື້ອໃນເຕັກນິກດີຈີຕອນ (OTT) ໄດ້ເປີດສາກງານມະໂຫລານຟີມສາກົນໃຫ່ຍກ່ວາໝູ່ຢູ່ອາຊີ.

   ງານມະໂຫລານຟູມ ບູຊານ ຄັ້ງທີ 29 ດຳເນີນຮອດວັນທີ 11 ຕຸລາ ຊື່ງຈະສາຍຟີມ 224 ເລື່ອງຂອງ 63 ປະເທດ ແລະ ເຂດແຄ້ວນ ໃນຂະນະທີ່ຄັ້ງກ່ອນໄດ້ສາຍ 209 ເລື່ອງ. ມີຟີມທັງໝົດ 10 ເລື່ອງໄດ້ແຂ່ງຂັນຊິງລາງວັນ New Currents, ຊື່ງແມ່ນລາງວັນເຊີດຊູຟີມ 2 ເລື່ອງມ່ວນທີ່ສຸດຂອງບັນດາຜູ້ກຳກັບອາຊີ ເປັນຄັ້ງທຳອິດ ຫຼືຄັ້ງທີ 2. ນອກຈາກນັ້ນແລ້ວ, ງານມະໂຫລານຍັງໄດ້ແນະນຳລາງວັນຜູ້ຊົມຟິມເອກະສານໃໝ່ ເພື່ອຮັບຮູ້ບັນດາຟີມເອກະສານອາຊີທີ່ດີເດັ່ນ. ລາງວັນນີ້ ໂດຍຜູ້ຊົມເປັນຢູ່ຄັດເລືອກ.



ຕອບກັບ