ກອງປະຊຸມຜັນຂະຫຍາຍປື້ມສຸຂະພາບເອເລັກໂຕນິກ ແລະ ສະໜອງໃບຊີວະປະຫວັດໃນແອັບ VneID

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ກອງປະຊຸມໄດ້ສ້າງຂີດໝາຍສຳຄັນໃນການຫັນປະເທດຊາດເປັນດີຈີຕອນ, ຜັນຂະຫຍາຍບັນດາການບໍລິການທີ່ຈຳເປັນໃຫ້ແກ່ປະຊາຊົນ.
ກອງປະຊຸມຜັນຂະຫຍາຍປື້ມສຸຂະພາບເອເລັກໂຕນິກ ແລະ ສະໜອງໃບຊີວະປະຫວັດໃນແອັບ VneID - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນບ່າຍວັນທີ 02 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເປັນປະທານກອງປະຊຸມທາງໄກຜັນຂະຫຍາຍການທົດລອງປື້ມສຸຂະພາບເອເລັກໂຕນິກ ແລະ ສະໜອງໃບຊີວະປະຫວັດໃນແອັບ VneID ໃນທົ່ວປະເທດ. ກອງປະຊຸມໄດ້ຈັດຂຶ້ນຢູ່ສຳນັກງານລັດຖະບານ, ເຊື່ອມຕໍ່ກັບບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນຂຶ້ນກັບສູນກາງ, ບັນດາທ້ອງຖິ່ນຂັ້ນແຂວງ, ຕາແສງ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ, ກອງປະຊຸມໄດ້ສ້າງຂີດໝາຍສຳຄັນໃນການຫັນປະເທດຊາດເປັນດີຈີຕອນ, ຜັນຂະຫຍາຍບັນດາການບໍລິການທີ່ຈຳເປັນໃຫ້ແກ່ປະຊາຊົນ. ຜ່ານນັ້ນ, ປະກອບສ່ວນສ້າງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ, ການພັດທະນາເສດຖະກິດ - ສັງຄົມ, ປະຕິບັດເປົ້າໝາຍຮອດປີ 2030, ເສດຖະກິດດີຈີຕອນປະກອບ 30% ໃຫ້ແກ່ພື້ນຖານເສດຖະກິດໃຫ້ປະກົດຜົນເປັນຈິງ.

        ຕາມກະຊວງຕຳຫຼວດ ຫວຽດນາມ ແລ້ວ, ມາຮອດປະຈຸບັນ, ການຜັນຂະຫຍາຍປື້ມສຸຂະພາບເອເລັກໂຕນິກ ໄດ້ສ້າງຂໍ້ມູນປື້ມສຸຂະພາບເອເລັກໂຕນິກໃຫ້ແກ່ປະຊາຊົນກວ່າ 32 ລ້ານຄົນແລ້ວ, ໃນນັ້ນ, ມີພົນລະເມືອງ 14,6 ລ້ານຄົນໄດ້ນຳປື້ມສຸດຂະພາບເອເລັກໂຕນິກເຂົ້າໃນແອບ VneID.

ຕອບກັບ