ງານວາງສະແດງປື້ມຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ

Chia sẻ
(VOVWORLD) - ງານວາງສະແດງດັ່ງກ່າວໄດ້ປະຕິບັດໃນຂອບເຂດຂອງຫໍສະໝຸດແຫ່ງຊາດ, ດ້ວຍເຂດວາງສະແດງຢູ່ໃນເຮືອນ ແລະ ກາງແຈ້ງຕາມຫົວຂໍ້ຈຸດສຸມຈຳນວນໜຶ່ງ
ງານວາງສະແດງປື້ມຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ - ảnh 1ທີ່ ງານວາງສະແດງປື້ມ
(ພາບ: ຄະນະຈັດຕັ້ງ)

        ງານວາງສະແດງປື້ມຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ (10 ຕຸລາ 1945 – 10 ຕຸລາ 2024) ຈະຈັດຂຶ້ນແຕ່ວັນທີ 09 – 13 ຕຸລາ, ຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ, ເລກທີ 44 ຖະໜົນ ຈ່າງທີ, ຮ່າໂນ້ຍ. ເຫດການໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະມາຄົມພິມຈຳໜ່າຍ ຫວຽດນາມ ຈັດຂຶ້ນ.

        ງານວາງສະແດງດັ່ງກ່າວໄດ້ປະຕິບັດໃນຂອບເຂດຂອງຫໍສະໝຸດແຫ່ງຊາດ, ດ້ວຍເຂດວາງສະແດງຢູ່ໃນເຮືອນ ແລະ ກາງແຈ້ງຕາມຫົວຂໍ້ຈຸດສຸມຈຳນວນໜຶ່ງ, ຄື: ຮ່າໂນ້ຍ - ແຫ່ງອະລິຍະທຳນັບພັນປີ, ວິລະຊົນ; ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ; ຮ່າໂນ້ຍ - ຫົວໃຈຂອງທົ່ວປະເທດ, ສູນການເມືອງ - ບໍລິຫານແຫ່ງຊາດ…

        ໃນໄລຍະຈັດງານວາງສະແດງ, ບັນດາໂຮງພິມຈຳໜ່າຍ, ຫົວໜ່ວຍຈຳໜ່າຍຜະລິດຕະພັນຈະຈັດການເຄື່ອນໄຫວໂອ້ລົມສົນທະນາ, ແນະນຳປື້ມ; ຈັດລາຍການສະແດງສິລະປະທີ່ພົ້ນເດັ່ນ…

ຕອບກັບ