ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 25 ກໍລະກົດ, ຢູ່ເຂດການບໍລິການທ່ອງທ່ຽວເກຶອວຽດ, ເທດສະບານ ເກືອວຽດ, ເມືອງ ຢໍລິງ, ຄະນະກຳມະການປະຊາຊົນແຂວງກ໋ວາງຈິ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄຂງານຕະຫຼາດນັດການຄ້າສາກົນອະນຸພາກພື້ນ ແມ່ນ້ຳຂອງ ເປີດກວ້າງ (GMS) - ກ໋ວາງຈິ 2022.
ໄຂ​ງານ​ຕະຫຼາດ​ນັດ​ການ​ຄ້າສາ​ກົນອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ ເປີດກວ້າງ​ຢູ່ ກ໋​ວາງ​ຈິ - ảnh 1ພິທີໄຂງານຕະຫຼາດນັດ

ເຂົ້າຮ່ວມງານຕະຫຼາດນັດມີຮ້ານວາງສະແດງກ່ວາ 400 ຮ້ານຂອງ ວິສາຫະກິດ 250 ແຫ່ງຂອງ ຫວຽດນາມ, ລາວ, ໄທ… ໄດ້ວາງສະແດງບັນດາຜະລິດຕະພັນເປັນຕົ້ນແມ່ນ: ຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນທະເລ, ເຄື່ອງໃຊ້ສອຍ… ງານວາງສະແດງຍັງມີຮ້ານອາຫານ ໂດຍມີບັນດາເຍື່ອງອາຫານທີ່ເປັນມູນເຊື້ອທີ່ມາຈາກຫຼາຍເຂດພາກຂອງ ຫວຽດນາມ, ລາວ, ໄທ. ທ່ານ ເລດຶກຕຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຈິ ໃຫ້ຮູ້ວ່າ:

ງານຕະຫຼາດນັດການຄ້າສາກົນອະນຸພາກພື້ນແມ່ນ້ຳຂອງເປີດກວ້າງກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ ເພື່ອໃຫ້ປະຊາຊົນທ້ອງຖິ່ນ, ແຂກທ່ອງທ່ຽວມາຢ້ຽມຊົມ, ຊື້ເຄື່ອງ, ກະຕຸກຊຸກຍູ້ການບໍລິໂພກ, ປະກອບສ່ວນຮັກສາທ່າເຕີບໂຕດ້ານເສດຖະກິດ. ງານຕະຫຼາດນັດ GMS ຈະແມ່ນຂົວເຊື່ອມຕໍ່ທີ່ມີປະສິດທິຜົນ, ແມ່ນຊ່ອງທາງສົ່ງເສີມການລົງທຶນ  - ການຄ້າ - ການທ່ອງທ່ຽວສຳຄັນ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກຫິດບັນດາປະເທດ GMS ໂຄສະນາ, ແນະນຳຜະລິດຕະພັນ, ການບໍລິການ ແລະ ຊອກຫາກາລະໂອກາດລົງທຶນ, ຮ່ວມມືດຳເນີນທຸລະກິດ.

ໃນການດຳເນີນງານຕະຫຼາດນັດເປັນເວລາ 1 ອາທິດ, ບັນດາສະຫະສະມາຄົມການທ່ອງທ່ຽວ ແລະ ຫົວໜ່ວຍດຳເນີນທຸລະກິດການທ່ອງທ່ຽວຈະຈັດ tour ທ່ອງທ່ຽວຢ້ຽມຢາມ ເກາະກົນກໍ, ບັນດາເຂດປູຊະນີຍະສະຖານປະຫວັດສາດ, ການປະຕິວັດທາງທິດຕາເວັນຕົກກ໋ວາງຈິ, Tour ການທ່ອງທ່ຽວ “ວັນໜຶ່ງ ກິນເຂົ້າຢູ່ 3 ປະເທດ ຫວຽດ - ລາວ - ໄທ”.

ຕອບກັບ