ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ ຕະຫຼາດ​ນັດ​ກອງທຶນ​ໜູນ​ຊ່ວຍ​ເດັກ​ນ້ອຍ ແດກ​ມາກ

Chia sẻ
(VOVWORLD) - ສະຖານທູດ ຫວຽດນາມ ປະຈຳ ແດນມາກ ໄດ້ຂາຍ ແລະ ແນະນຳບາງເຍື່ອງອາຫານທີ່ເປັນເອກະລັກ ພ້ອມກັບບັນດາຜະລິດຕະພັນວັດທະນະທຳ, ເຄື່ອງຫັດຖະກຳ ແລະ ສິລະປະກຳ.
ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ ຕະຫຼາດ​ນັດ​ກອງທຶນ​ໜູນ​ຊ່ວຍ​ເດັກ​ນ້ອຍ ແດກ​ມາກ - ảnh 1ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ (ພາບ: baoquocte.vn)

ງານ ຕະຫຼາດນັດຂອງ ຄະນະທູຕານຸທູດ ຄັ້ງທີ 2 ເພື່ອສ້າງກອງທຶນ ໜູນຊ່ວຍ ເດັກນ້ອຍ ແດນມາກ ຫາກໍ່ດຳເນີນຢູ່ເມືອງ Gentofte, ນະຄອນ Copenhagen. ງານຕະຫຼາດນັດໂດຍ ກຸ່ມບັນດາພັນລະຍາ, ສາມີ ເອກອັກຄະລັດຖະທູດ ບັນດາປະເທດ ປະຈຳ Copenhagen (ASG) ຈັດຂຶ້ນ. ເຫດການມີການເຂົ້າຮ່ວມຂອງ ບັນດາຮ້ານວາງສະແດງສິນຄ້າ ທີ່ມາຈາກ 30 ປະເທດ ເພື່ອແນໃສ່ແນະນຳກັບ ປະຊາຊົນ ແດນມາກ ແລະ ຄະນະທູຕານຸທູດ ປະຈຳ Copenhagen ກ່ຽວກັບວັດທະນະທຳ, ສິລະປະ, ອາຫານການກິນ, ການທ່ອງທ່ຽວ ກໍ່ຄືບັນດາອາຫານພິເສດ, ຜະລິດຕະພັນຫັດຖະກຳ ທີ່ເປັນມູນເຊື້ອຂອງແຕ່ລະປະເທດ.

ສະຖານທູດ ຫວຽດນາມ ປະຈຳ ແດນມາກ ໄດ້ຂາຍ ແລະ ແນະນຳບາງເຍື່ອງອາຫານທີ່ເປັນເອກະລັກ ພ້ອມກັບບັນດາຜະລິດຕະພັນວັດທະນະທຳ, ເຄື່ອງຫັດຖະກຳ ແລະ ສິລະປະກຳ ແລະ ສິນຄ້າປະເພດຕ່າງໆຂອງ ຫວຽດນາມ, ແນະນຳບັນດາຜະລິດຕະພັນການທ່ອງທ່ຽວ ຫວຽດນາມ ໂດຍຊາວແດນມາກ ແລະ ຄະນະທູຕານຸທູດ ໄດ້ມີຄວາມຊົມຊອບ ແລະ ໃຫ້ການຕ້ອນຮັບ. ລາຍການສະແດງ ຂອງ ນັກສິລະປິນ ຢ້ຽວລີ (ຊາວຫວຽດນາມ ອາໄສຢູ່ ແດນມາກ) ກໍ່ດຶງດູດຄວາມສົນໃຈ, ຊົມເຊຍຢ່າງສຸດຈິດສຸດໃຈຈາກທ່ານຜູ້ຊົມ.

ຕອບກັບ