ໄຂກອງປະຊຸມສຸດຍອດ NATO

Chia sẻ
(VOVWORLD) - ສຳລັບບັນຫາ ສປປ ເກົາຫຼີ, ບັນດາປະເທດ NATO ຢັ້ງຢືນຄືນໃໝ່ການ “ສະໜັບສະໜູນເປົ້າໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ ໃຫ້ສົມບູນຢ່າງຮອບດ້ານ, ອາດສາມາດພິສູດໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້.”

ວັນທີ 11 ກໍລະກົດ, ການນຳ 29 ປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ພ້ອມກັບບັນດາຄູ່ຮ່ວມມືໄຂກອງປະຊຸມສຸດຍອດຢູ່ນະຄອນຫຼວງ ບຣຸກແຊນ, ປະເທດ ແບນຊິກ.

        ໃນມື້ເຮັດວຽກທຳອິດ, ບັນດາການນຳສຸມໃສ່ເຂົ້າບັນດາເນື້ອໃນເພີ່ມລາຍຈ່າຍ ແລະ ແບ່ງປັນການແບກຫາບດ້ານການເງິນລະຫວ່າງບັນດາສະມາຊິກ. ຕາມການສະຖິຕິຂອງ NATO ແລ້ວ, ອາເມລິກາ ຮັບຜິດຊອບປະມານ 70% ຄ່າໃຊ້ຈ່າຍການປ້ອງກັນຊາດຂອງກຸ່ມໃນປີ 2018, ປະມານ 706 ຕື້ USD ໃນຍອດຈຳນວນເງິນເກືອບ 1.000 ຕື້ USD ຂອງ 29 ປະເທດສະມາຊິກທັງໝົດ. ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາທີ່ກອງປະຊຸມສຸດຍອດ NATO ທີ່ຈັດຕັ້ງໃນວັນທີ 11 ກໍລະກົດ, ໃນນັ້ນບັນດາການນຳໃຫ້ຄຳໝັ້ນສັນຍາຄ່າໃຊ້ຈ່າຍໃຫ້ດ້ານປ້ອງກັນຊາດຢູ່ແຕ່ລະປະເທດສະມາຊິກ.

        ສຳລັບບັນຫາ ສປປ ເກົາຫຼີ, ບັນດາປະເທດ NATO ຢັ້ງຢືນຄືນໃໝ່ການ “ສະໜັບສະໜູນເປົ້າໝາຍປອດນິວເຄຼຍໃນແຫຼມ ເກົາຫຼີ ໃຫ້ສົມບູນຢ່າງຮອບດ້ານ, ອາດສາມາດພິສູດໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້.”

        ໃນບັນຫາຕາເວັນອອກກາງ, ບັນດາການນຳ NATO ສະແດງຄວາມວິຕົກວັງວົນກ່ຽວກັບ “ການເຄື່ອນໄຫວກໍ່ຄວາມຂາດສະຖຽນລະພາບ” ຂອງ ອີຣານ ໃນພາກພື້ນ. NATO ກໍ່ມີຄວາມວິຕົກວັງວົນຕໍ່ໜ້າເລື່ອງ ອີຣານ ເພີ່ມທະວີບັນດາເຫດທົດລອງລູກສອນໄຟ, ກໍ່ຄືກ່ຽວກັບໄລຍະຍິງ ແລະ ລະດັບຄວາມຊັດເຈນຂອງບັນດາລູກສອນໄຟ.

        ກ່ຽວຂ້ອງເຖິງລັດເຊຍ, ບັນດາປະເທດສຳພັນທະມິດ NATO ຖືວ່າ ບັນດາການເຄື່ອນໄຫວມໍ່ໆມານີ້ຂອງລັດເຊຍ ໄດ້ເຮັດໃຫ້ສະຖຽນລະພາບ ແລະ ຄວາມໝັ້ນຄົງຫລຸດລົງ, ພ້ອມທັງເພີ່ມຄວາມຫຍຸ້ງຍາກໃນການຄາດຄະເນ.

        ກອງປະຊຸມສຸດຍອດຄັ້ງນີ້ ມີຄະນະຜູ້ແທນທາງການເຂົ້າຮ່ວມ 54 ຄະນະເຊິ່ງລວມມີ 29 ປະເທດສະມາຊິກ, 20 ປະເທດຄູ່ຮ່ວມມື ພ້ອມກັບບາງອົງການຈັດຕັ້ງສາກົນຄື ສປຊ, EU, ທະນາຄານໂລກ ແລະ ສະພາລັດຖະສະພາ NATO. ກອງປະຊຸມໄດ້ອັດລົງໃນວັນທີ 12 ກໍລະກົດ.

ຕອບກັບ