ລັດຖະມົນຕີວ່າການກະຊວງການຕ່າງປະເທດ ເຢຍລະມັນ
Frank-Walter Steinmeier. (ພາບ: voanews)
|
(vovworld) - ຕອນຄ່ຳວັນທີ 14/4, ກອງປະຊຸມລັດຖະມົນຕີວ່າການກະຊວງການຕ່າງປະເທດກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາ G7 (ເຊິ່ງລວມມີ: ເຢຍລະມັນ, ຝຣັ່ງ, ອັງກິດ, ອີຕາລີ, ອາເມລິກາ, ຍີ່ປຸ່ນ ແລະ ການາດາ), ຖືກຈັດຂຶ້ນຢູ່ນະຄອນ Lubeck, ທາງທິດເໜືອປະເທດ ເຢຍລະມັນ. ການພົບປະນີ້ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດ G7, ຈະຈັດຂຶ້ນຢູ່ ເຢຍລະມັນ ໃນເດືອນ 6/2015. ກ່າວຄຳເຫັນຕໍ່ວົງການນັກຂ່າວກ່ອນທີ່ຕ້ອນຮັບບັນດາລັດຖະມົນຕີວ່າການກະຊວງການຕ່າງປະເທດຢູ່ Lubeck, ທ່ານລັດຖະມົນຕີວ່າການ Steinmeier ໃຫ້ຮູ້ວ່າ: ທ່ານຈະພ້ອມກັບບັນດາຄູ່ຕຳແໜ່ງກຸ່ມ G7 ແລະ ກຳມະການຂັ້ນສູງຮັບຜິດຊອບນະໂຍບາຍປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງສະຫະພາບ ເອີລົບ (EU) Federica Mogherini ປຶກສາຫາລືຫຼາຍບັນຫາຂອງໂລກໃນຄວາມມານະພະຍາຍາມສ້າງຕັ້ງສັນຕິພາບຄືນໃໝ່, ຊອກຫາວິທີແກ້ໄຂບັນດາວິກິດການ, ພິເສດແມ່ນບັນຫາ ຢູແກຼນ, ອີຣານ… ຕາມ ທ່ານລັດຖະມົນຕີວ່າການ Steinmeier ແລ້ວ, ເລື່ອງ ລັດເຊຍ ເຂົ້າຮ່ວມກຸ່ມ G7 ຄືນໃໝ່ແມ່ນຂຶ້ນກັບເລື່ອງບັນດາຝ່າຍປະທະກັນຢູ່ ຢູແກຼນ ຈະບັນລຸມາດຕະການແກ້ໄຂວິກິດການໃນປະຈຸບັນໄດ້ຫຼືບໍ່. ທ່ານເນັ້ນໜັກບົດບາດສຳຄັນຂອງ ລັດເຊຍ ໃນການເຂົ້າຮ່ວມແກ້ໄຂບັນດາການປະທະກັນສາກົນ, ຄືບັນຫາຊີຣີ ຫຼື ອີຣານ, ພ້ອມທັງຖືວ່າ G7 ບໍ່ຢາກເຮັດໃຫ້ ລັດເຊຍ ຕົກຢູ່ ໂດດດ່ຽວໃນໄລຍະຍາວໃນຂະນະທີ່ເລື່ອງ ມົດສກູ ກັບຄືນສູ່ກຸ່ມ G7 ໂດຍໄວຈະຊ່ວຍຊຸກຍູ້ການແກ້ໄຂບັນດາບັນຫາໃນໂລກໃຫ້ດີກ່ວາອີກ.