ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງໂກ​ໂຟ​ນີ ຄັ້ງ​ທີ 19: ປະ​ດິດ​ຄິດ​ສ້າງ, ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ພາ​ສາ ຝ​ລັ່ງ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 4 ຕຸລາ ຕາມເວລາທ້ອງຖິ່ນ, ຢູ່ຫໍຜາສາດ Villers-Cotterêts, ຫ່າງຈາກນະຄອນຫຼວງ ປາຣີ ຂອງ ສ.ຝລັ່ງ 80 ກິໂລແມັດ, ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ໄດ້ໄຂຂຶ້ນຢ່າງເປັນທາງການ.
ກອງ​ປະ​ຊຸມ​ສຸດຍອດ ຝ​ລັ່ງໂກ​ໂຟ​ນີ ຄັ້ງ​ທີ 19: ປະ​ດິດ​ຄິດ​ສ້າງ, ປ່ຽນ​ແປງ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ພາ​ສາ ຝ​ລັ່ງ - ảnh 1ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron ພ້ອມດ້ວຍພັນລະຍາ ແລະ ທ່ານເລຂາທິການໃຫຍ່ອົງການ OIF Louise Mushikiwabo ເຂົ້າຮ່ວມກອງປະຊຸມສຸດຍອດ ຝລັ່ງ ຄັ້ງທີ 19 (ພາບ:  Reuters)

ດ້ວຍຫົວຂໍ້ “ປະດິດຄິດສ້າງ, ປ່ຽນແປງໃໝ່ ແລະ ຍົກສູງທີ່ຕັ້ງບົດບາດຂອງພາສາ ຝລັ່ງ ໃນເວທີປສາກົນ”, ກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ 19 ໄດ້ສຸມໃສ່ບັນດາບັນຫາສຳຄັນ, ພິເສດແມ່ນການປົກປັກຮັກສາ ແລະ ພັດທະນາພາສາ ຝລັ່ງ ເວົ້າສະເພາະ ແລະ ປະຊາຄົມພາສາ ຝລັ່ງ ເວົ້າລວມ. ເນື່ອງໃນໂອກາດນີ້, ປະຊາຄົມທີ່ນຳໃຊ້ພາສາ ຝລັ່ງ ໄດ້ຕ້ອນຮັບສອງສະມາຊິກໃໝ່ ນັ້ນແມ່ນ ສ.ການາ ແລະ ສ. Cyprus.

        ອົງການພາສາ ຝລັ່ງ ສາກົນ ລວມມີ 88 ປະເທດ ແລະ ເຂດແຄ້ວນ. ປະຊາຄົມທີ່ນຳໃຊ້ພາສາ ຝລັ່ງ ແມ່ນໜຶ່ງໃນບັນດາອົງການທີ່ມີຜົນກະທົບຢ່າງໃຫຍ່ຫຼວງໃນທົ່ວ 5 ທະວີບ, ດ້ວຍຈຳນວນກວ່າ 320 ປະເທດເວົ້າພາສາ ຝລັ່ງ ແລະ ກໍແມ່ນ ພາສາທີ່ໃຊ້ຫຼາຍອັນດັບທີ 5 ໃນໂລກ.

ຕອບກັບ