ງານ​ບຸນຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2024: ເຊີດ​ຊູ​ສິ່ງ​ຍອດ​ຢ້ຽມ​ຂອງ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ

Chia sẻ
(VOVWORLD) - ເພື່ອສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ ຄົບຮອບ 70 ປີ (10/10/1954-10/10/2024), ຕອນຄ່ຳວັນທີ 4 ຕຸລາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່າໂນ້ຍ ໄດ້ຈັດພິທີໄຂງານບຸນຊຸດເຊື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີ 2024, ຢູ່ພະລາດຊະວັງທັງລອງ, ຮ່າໂນ້ຍ.

ງານ​ບຸນຊຸດ​ເສື້ອ​ຍາວ ແລະ ການ​ທ່ອງ​ທ່ຽວ ຮ່າ​ໂນ້ຍ 2024: ເຊີດ​ຊູ​ສິ່ງ​ຍອດ​ຢ້ຽມ​ຂອງ​ຊຸດ​ເສື້ອ​ຍາວ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຫວຽດ​ນາມ - ảnh 1ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ ແລະ ນັກອອກແບບທີ່ມາຈາກ 3 ພາກເໜືອ, ກາງໃຕ້ ແລະ ວິສາຫະກິດທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: VOV)
 ງານບຸນຊຸດເຊື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີ 2024 ໄດ້ນຳການສຳຜັດຕົວຈິງອັນພິເສດມາໃຫ້ແກ່ຜູ້ຊົມ. ບັນດາບົດເພງທີ່ມີຊື່ສຽງກ່ຽວກັບນະຄອນຫຼວງ ຮ່າໂນ້ຍ ໄດ້ຂັດບຂຶ້ນຜ່ານແຕ່ລະຖ້ອຍທຳນອງ ແລະ ນ້ຳສຽງຂອງບັນດານັກຮ້ອງສິລະປິນ ເພື່ອປຸກລຸກນ້ຳໃຈຮັກມັກ ແລະ ເອກອ້າງທະນົງໃຈຕໍ່ກັບນະຄອນຫຼວງ ຮ່າໂນ້ຍ, ຫົວໃຈຂອງທົ່ວປະເທດ.

ດ້ວຍຫົວຂໍ້ “ຮ່າໂນ້ຍ ແຫ່ງຍອດຍິ່ງຂອງຊຸດເຊື້ອຍາວ”, ລາຍການສະແດງສິລະປະໄຂງານບູນປີນີ້ ລວມມີ 3 ພາກ. ເຂົ້າຮ່ວມ ແລະ ວາງສະແດງຊຸດອາພອນ ຢູ່ງານບຸນ, ນັກອອກແບບ ດຶກຮູ່ງ ແບ່ງປັນວ່າ:

“ສຳລັບຂ້າພະເຈົ້າແລ້ວ, ຮ່າໂນ້ຍມີລະດູໜາວ ແມ່ນສິ່ງທີ່ມີຄຸນຄ່າຫຼາຍ. ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍ, ລຸ້ນແມ່ເຮົາ ມັກຈະນັ່ງຕັດຊັບຊີ້ວຊັບຝ້າຍໃສ່ເສື້ອກັນໜາວເອງໃຫ້ລູກ, ໃຫ້ຫຼານຂອງຕົນນຸ່ງຢູ່ສະໜາມຮົບປັກປັກຮັກສານະຄອນຫຼວງ ແລະ ປົກປັກຮັກສາປະເທດຊາດ. ບັນດາຮູບພາບ ແລະ ວັດທະນະທຳເຫຼົ່ານັ້ນ ຍາມໃດກໍຝັງເລິກໃນໃຈຂ້າພະເຈົ້າ. ແລະ ມື້ນີ້, ເສື້ອທີ່ໄດ້ຊັບງິ້ວຊັບຝ້າຍຜືນຕ່າງໆ ຈະພ້ອມກັບຊຸດເສື້ອຍາວຂອງລະດູໜາວ ຮ່າໂນ້ຍ ສ້າງເປັນຄວາມອົບອຸ່ນ, ໃນນັ້ນ ມີທັງຄວາມຮັກປະເທດຊາດ, ຮັກນະຄອນຫຼວງ”

ງານບຸນຊຸດເສື້ອຍາວ ແລະ ການທ່ອງທ່ຽວ ຮ່າໂນ້ຍ ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປະກອນ ແລະ ນັກອອກແບບທີ່ມາຈາກ 3 ພາກເໜືອ, ກາງໃຕ້ ແລະ ວິສາຫະກິດທ່ອງທ່ຽວເປັນຈຳນວນຫຼາຍ. ທ່ານຮອງປະທານ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ນາງ ຫວູທູຮ່າ ໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວຂອງງານບຸນດັ່ງກ່າວ ຈະນຳມາໃຫ້ເພື່ອນມິດສາກົນ, ແຂກທ່ອງທ່ຽວ, ປະຊາຊົນ ການສຳຜັດຕົວຈິງທີ່ໜ້າຈັບອົກຈັບໃຈ, ອາລົມຈິດອັນເລິກເຊິ່ງກ່ຽວກັບຄວາມງາມຂອງວັດທະນະທຳປະຈຳຊາດໄປພ້ອມກັບການເດີນທາງໃນປະຫວັດສາດ ຮ່າໂນ້ຍ 70 ປີ ຜ່ານກະແສມໍລະດົກ ແລະ ການພັດທະນາ.”

ງານບຸນຈະດຳເນີນຈົນຮອດແລງວັນທີ 06 ຕຸລາ ຈຶ່ງອັດລົງ.

ຕອບກັບ