ໄຂກອງປະຊຸມຄັ້ງທີ 11 ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12

Chia sẻ
(VOVWORLD) - ກອງປະຊຸມຄັ້ງທີ 11 ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ
ໄຂກອງປະຊຸມຄັ້ງທີ 11 ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 - ảnh 1 (ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ)

ຕອນເຊົ້າວັນທີ 07 ຕຸລາ, ກອງປະຊຸມຄັ້ງທີ 11 ຄະນະບໍລິການງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ປີ 2020 ແມ່ນປີສຸດທ້າຍຂອງອາຍຸການທີ 12 ແລະ ແມ່ນປີຈະດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ. ສະນັ້ນ, ເນື້ອໃນຂອງລາຍການກອງປະຊຸມສູນກາງພັກໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນພິເສດສຳລັບການຊີ້ນຳນຳພາປະຕິບັດບັນດາໜ້າທີ່ຂອງປີ 2019 – 2020 ໃຫ້ເປັນຢ່າງດີ, ກໍຄືທັງອາຍຸການ ແລະ ການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ບັນດາກຳມະການສູນກາງພັກ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ເສີມຂະຫຍາຍຈິດໃຈຮັບຜິດຊອບຢ່າງສູງຕໍ່ພັກ, ຕໍ່ປະຊາຊົນ ແລະ ປະເທດຊາດ, ສຸມພູມປັນຍາຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດ, ປະກອບຄຳເຫັນເພື່ອສືບຕໍ່ສ້າງບັນດາຮ່າງເອກະສານບົດລາຍງາຍໃຫ້ສົມບູນແບບ ແລະ ພິຈາລະນາ, ກຳນົດເອົາບັນດາບັນຫາສຳຄັນອື່ນໆໃນລາຍການຂອງກອງປະຊຸມ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ກ່າວວ່າ.

 “ສໍາລັບແຕ່ລະບັນຫາຕ້ອງວິໄຈຢ່າງເລິກເຊິ່ງ, ຕີລາຄາສະພາບການຕົວຈິງຂອງການປະຕິບັດມະຕິ ກອງປະຊຸມໃຫຍ່ຄັ້ງທີ 12  ແລະ ບັນດາມະຕິຂອງສູນກາງພັກ; ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງບັນດາແຜນນະໂຍບາຍ, ນະໂຍບາຍໃດຂອງພັກ ທີີ່ໄດ້ຮັບການຊາບຊືມ, ຫັນເປັນລະບຽບລະບອບລະບຽບການລະອຽດ ແລະ ໄດ້ຈັດຕັ້ງປະຕິບັດເປັນຢ່າງດີ, ບັນລຸໝາກຜົນຢ່າງແທດຈິງ. ແຜນນະໂຍບາຍ, ນະໂຍບາຍໃດທີ່ຍັງປະຕິບັດຊັກຊ້າ ຫຼື ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ, ຍັງບໍ່ທັນເສີມຂະຫຍາຍໄດ້ຜົນປະໂຫຍດ ແລະ ສາເຫດແມ່ນຫຍັງ? ຈາກນັ້ນ, ຢັ້ງຢືນຈະຕ້ອງສືບທອດ, ປັບປຸງ ແລະ ຂະຫຍາຍບັນດາເປົ້າໝາຍ, ທັດສະນະ, ແຜນນະໂຍບາຍ, ນະໂຍບາຍ ແລະ ທິດທາງ, ໜ້າທີ່ໃດແດ່ ເພື່ອສືບຕໍ່ມີການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ເໝາະສົມກັບສະພາບການຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ ເພື່ອແນໃສ່ສືບຕໍ່ກໍ່ສ້າງພັກ ແລະ ລະບົບການເມືອງທີ່ປອດໃສ, ໝັ້ນຄົງເຂັ້ມແຂງ; ກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດ ໂດຍໄວ ແລະ ຍືນຍົງກວ່່າອີກໃນໄລຍະຈະມາເຖິງ”. 

        ຕາມໂຄງການດຳເນີນງານ, ກອງປະຊຸມຈະດຳເນີນໃນລະຫວ່າງວັນທີ 07 – 13 ຕຸລາ. ສຸມໃສ່ປຶກສາຫາລື, ປະກອບຄຳເຫັນໃສ່ບັນດາຮ່າງເອກະສານສະບັບຕ່າງໆເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ກໍ່ທີ່ກອງປະຊຸມຄັ້ງນີ້, ສູນກາງພັກກໍ່ປະກອບຄຳເຫັນກ່ຽວກັບສະພາບການປະຕິບັດໜ້າທີ່ເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດປີ 2019 – 2020 ແລະ ບາງບັນຫາສຳຄັນອື່ນໆອີກ.

ຕອບກັບ