ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄຂສົກຮຽນໃໝ່

Chia sẻ
(VOVWORLD) - ຕອນເຊົ້າວັນທີ 6 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຈັດພິທີໄຂສົກຮຽນ 2023 – 2024.
ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄຂສົກຮຽນໃໝ່ - ảnh 1ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢຸ ໄຂສົກຮຽນໃໝ່ (ພາບ: TTXVN)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ລາວ ໄດ້ເນັ້ນໜັກວ່າ ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ໄດ້ຮັບຜິດຊອບ ແລະ ມີພັນທະສິດສອນໃຫ້ແກ່ນັກຮຽນຂອງ ໂຮງຮຽນ ບໍ່ພຽງແຕ່ເກັ່ງພາສາ ຫວຽດ ເທົ່ານັ້ນ ຫາກຍັງຕ້ອງມີຄວາມເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບສາຍພົວພັນແບບພິເສດ ລະຫວ່າງສອງປະເທດ ຫວຽດນາມ - ລາວ ອີກດ້ວຍ, ຜ່ານນັ້ນ ກ່ສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນ ລາວ - ຫວຽດນາມຕື່ມອີກ.

ເຂົ້າຮ່ວມພິທີ, ທ່ານນາງ ເລທິຮູຮັ່ງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບ ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ໄດ້ມອບຂອບຂວັນໃຫ້ແກ່ໂຮງຮຽນ ສອງພາສາ ລາວ ຫວຽດນາມ ຫງວຽນຢູ, ລວມມີ: ເງິນສົດ, ປຶ້ມ ແລະ ອຸປະກອນການຮຽນ ຈຳນວນໜ່ຶງ ໃຫ້ແກ່ນ້ອງໆນັກຮຽນ.

ຕອບກັບ